ສປປ ລາວ ກຽມແຜນເປີດປະເທດແບບເຕັມຮູບແບບ ສາມາດເຂົ້າ ສປປ ລາວ ໄດ້ ທຸກດ່ານສາກົນທົ່ວປະເທດ ໂດຍບໍ່ຕ້ອງກັກໂຕ.
![](https://kkklao.com/wp-content/uploads/2022/04/FB_IMG_1651076362354-1024x683.jpg)
ວັນທີ 26 ເມສາ 2022 ກົມພັດທະນາການທ່ອງທ່ຽວ ກະຊວງ ຖວທ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງທັງ ພາກລັດ ແລະ ພາກທຸລະກິດຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບບັນດາເງື່ອນໄຂ ແລະ ມາດຕະການຕ່າງ ໃນການກະກຽມເປີດປະເທດແບບເຕັມຮູບແບບໃນຕົ້ນເດືອນພຶດສະພາ (5) 2022 ນີ້ ໂດຍອີງຕາມທິດຊີ້ນໍາ ່ ຂອງທ່ານ ຮອງນາຍົກລັດຖະມົນຕີ.
![](https://kkklao.com/wp-content/uploads/2022/04/FB_IMG_1651076358720-1024x683.jpg)
ການເປີດປະເທດແບບເຕັມຮູບແບບນີ້ແມ່ນຈະເປັນສ່ວນຫນຶ່ງໃນການ ່ ກະຕຸ້ນການທ່ອງທ່ຽວ ແລະ ປະກອບສ່ວນເຂົ້າໃນການແກ້ໄຂບັນຫາຫຍຸ້ງຍາກທາງດ້ານເສດຖະກິດຂອງ ປະເທດ, ປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທໍາ ແລະ ກະຈາຍລາຍໄດ້ສູ່ປະຊາຊົນທ້ອງຖິ່ນ.
![](https://kkklao.com/wp-content/uploads/2022/04/FB_IMG_1651076360331-1024x683.jpg)
ການເປີດປະເທດແບບເຕັມຮູບແບບນີ້ຫມາຍຄວາມວ່າທຸກຄົນສາມາດເຂົ້າ ສປປ ລາວ ໄດ້ຄືກັບຕອນຍັງບໍ່ມີໂຄ _ວິດ ໃນທຸກດ່ານສາກົນທົ່ວປະເທດ ແຕ່ຈະມີບາງເງື່ອນໄຂເພື່ອຄວາມຮັບປະກັນຄື ໄດ້ສັກວັກຊີນຄົບໂດສ, ມີໃບຢັ້ງຢືນກວດໂຄິດກ່ອນເດີນທາງ ກໍສາມາດເດີນທາງເຂົ້າມາໄດ້ໂດຍບໍ່ຕ້ອງກັກໂຕ (ລາຍລະອຽດແມ່ນລໍຖ້າການ ເຫັນດີຈາກລັດຖະບານ ແລະ ຈະມີບົດແນະນໍາຢ່າງເປັນທາງການໃນໄວໆນີ້).
ລາຍລະອຽດເອກະສານ
![](https://kkklao.com/wp-content/uploads/2022/04/FB_IMG_1651075787514.jpg)
![](https://kkklao.com/wp-content/uploads/2022/04/FB_IMG_1651075789185.jpg)
![](https://kkklao.com/wp-content/uploads/2022/04/FB_IMG_1651075790793.jpg)
Discussion about this post