ສຳນັກຂ່າວບລູມເບຣີກ ລາຍງານວ່າ ສະຫະພາບເອີຣົບ (EU) ເປີດເຜີຍວ່າ ໄດ້ອາຢັດຊັບສິນຈາກມະຫາເສດຖີຊາວຣັດເຊຍທີ່ມີລາຍຊື່ຢູ່ໃນການຂວ້ຳບາດຂອງ EU ແລະທະນາຄານກາງຣັດເຊຍໃນຊ່ວງ 7 ອາທິດທີ່ຜ່ານມາ ເປັນມູນຄ່າລວມ3.5 ໝື່ນລ້ານຢູໂຣ (3.9 ໝື່ນລ້ານໂດລາ) ເພື່ອຕອບໂຕ້ການຮຸກຮານຢູເຄຣນຂອງຣັດເຊຍ ຫຼັງຈາກທີ່ຣັດເຊຍໄດ້ບຸກໂຈມຕີຢູເຄຣນເມື່ອວັນທີ 24 ກຸມພາທີ່ຜ່ານມາ

ໂດຍ EU ກ່າວວ່າ ປະເທດທີ່ EU ສາມາດອາຢັດຊັບສິນໄດ້ຫລາຍທີ່ສຸດຄື ຝຣັ່ງ ໂດຍສາມາດອາຢັດຊັບສິນເປັນມູນຄ່າລວມ 2.28 ໝື່ນລ້ານຢູໂຣ ຊຶ່ງລວມເຖິງຊັບສິນທີ່ກ່ຽວຂ້ອງກັບກອງທຶນຂອງທະນາຄານກາງຣັດເຊຍ ທີ່ຖືກອາຢັດນັບຕັ້ງແຕ່ຣັດເຊຍໄດ້ບຸກໂຈມຕີຢູເຄຣນ
ທາງດ້ານເບນຢ້ຽມສາມາດອາຢັດຊັບສິນເປັນມູນຄ່າທັງໝົດ 1 ໝື່ນລ້ານຢູໂຣ ຊຶ່ງລວມເຖິງຊັບສິນຂອງທະນາຄານຊັ້ນນຳຂອງຣັດເຊຍ ຢ່າງ VTB Bank PJSC ແລະ Bank Rossiya ຂະນະທີ່ລັດຖະບານອິຕາລີສາມາດອາຢັດຊັບສິນໄດ້ 1.1 ພັນລ້ານຢູໂຣ

ຊຶ່ງຊັບສິນທີ່ຖືກອາຢັດຢັງລວມເຖິງເຮືອຢອດ ແລະ ອະສັງຫາລິມະຊັບຂອງມະຫາເສດຖີຂອງຣັດເຊຍຫຼາຍຄົນທີ່ອາໄສຢູ່ໃນເມືອງຊາດິເນຍແລະທັດຄານີກ ໃນສ່ວນຂອງເດນມາກສາມາດອາຢັດຊັບສິນໄດ້ເປັນເງີນ 4.19 ພັນລ້ານຢູໂຣ ຂະນະທີ່ເຢຍລະມັນອາຢັດຊັບສິນໄດ້ພຽງ 341,600 ຢູໂຣ ເທົ່ານັ້ນ
ທັງນີ້ EU ເປັນໜຶ່ງພັນທະມິດສຳຄັນຂອງສະຫະລັດ ໃນການຕອບໂຕ້ຣັດເຊຍຈາກການບຸກລຸກຢູເຄຣນຕະຫລອດຊ່ວງ 7 ອາທິດທີ່ຜ່ານມາ
ແຫຼ່ງຂໍ້ມູນ: https://www.efinancethai.com/LastestNews/LatestNewsMain.aspx
Discussion about this post