ສຳນັກຂ່າວBBC,ວັນທີ21ເມສານີ້, ມຽນມາ ພວມຜະເຊີນກັບ ສະພາບການ ຂາດແຄນ ນ້ຳມັນ ເຊື້ອໄຟ ຮຸນແຮງ ພາຍຫລັງ ລັດຖະບານ ມຽນມາ ໄດ້ປະກາດ ໃຫ້ປ້ຳນ້ຳມັນ ເຊື້ອໄຟ ທົ່ວປະເທດ ຈຳກັດ ປະລິມານ ການຈຳໜ່າຍ ນ້ຳມັນ ໃຫ້ປະຊາຊົນ ບໍ່ເກີນ30.000 ຈາດຕໍ່ຄົນ
![](https://kkklao.com/wp-content/uploads/2022/04/1-34.jpg)
ເປັນສ່ວນໜຶ່ງ ໃນມາດຕະການ ຂອງລັດຖະບານ ໃນການຄຸ້ມຄອງ ນ້ຳມັນເຊື້ອໄຟ ສົ່ງຜົນໃຫ້ ປະຊາຊົນ ຈຳນວນຫລາຍ ໄປຕໍ່ແຖວ ໃສ່ນ້ຳມັນ ໂດຍສະເພາະ ນະຄອນຢ່າງກຸ້ງ ເມືອງມະລະແໜ່ງ (Mawlamyine)
![](https://kkklao.com/wp-content/uploads/2022/04/2-32.jpg)
ຜະເຊີນ ບັນຫາ ຂາດແຄນ ນ້ຳມັນ ຈົນເຮັດໃຫ້ ລົດໂດຍສານ ຈຳນວນຫລາຍ ເລີ່ມຢຸດ ໃຫ້ບໍລິການ ຊົ່ວຄາວ ເພາະນ້ຳມັນ ບໍ່ພຽງພໍ ອີກທັງ ສິນຄ້າປະເພດຕ່າງໆ ປັບຂຶ້ນລາຄາ ເຊັ່ນກັນ.
![](https://kkklao.com/wp-content/uploads/2022/04/3-26.jpg)
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
Discussion about this post