ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 3, ເດືອນທັນວາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ສະ​ຫະ​ລັດ ອັງ​ກິດ ກາ​ນາ​ດາ…ຍ່າງ​ອອກ​ຈາກຫ້ອງ​ປະ​ຊຸມ​ກຸ່ມ G-20 ພາຍຫຼັງຣັດ​ເຊຍ ​ເຂົ້າ​ຮ່ວມ

ກຂຄ ລາວ by ກຂຄ ລາວ
ເດືອນເມສາ 22, 2022
in ຂ່າວຕ່າງປະເທດ
0
Home ຂ່າວຕ່າງປະເທດ

ບັນ​ດາ​ຜູ້​ນຳ​ອາ​ວຸ​ໂສ​ຂອງ​ສະ​ຫະ​ລັດ, ກາ​ນາ​ດາ ແລະ ສະ​ຫະ​ສະຫະຣາສະອານາຈັກ

ອັງ​ກິດ ໄດ້​ຍ່າງ​ອອກ​ຈາກກອງ​ປະ​ຊຸມ​ຂອງ​ກຸ່ມ 20 ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ໃຫຍ່ ສຸດຂອງ​ໂລກ ຫຼື G-20 ​ໃນ​ວັນ​ພຸດ​ວານນີ້ ​ໃນ​ການ​ປະ​ທ້ວງ​ກັບ​ການ​ຕັດ​ສິນ​ໃຈ​ຂອງ​ກຸ່ມ G-20 ທີ່​ໄດ້​ອະ​ນຸ​ຍາດ​ໃຫ້​ພວກ​ເຈົ້າ​ໜ້າ​ທີ່ ຣັດ​ເຊຍ, ລວມ​ທັງ​ລັດ​ຖະ​ມົນ​ຕີ​ການ​ເງິນ​ທ່ານ ແອນ​ທອນ ຊີ​ລົວ​ນອ​ຟ, ເຂົ້າ​ຮ່ວມ.

ສະ​ຫະ​ລັດ ແລະ ສະ​ມາ​ຊິກ​ອື່ນໆ​ຂອງ G-20 ໄດ້​ຮຽກ​ຮ້ອງ​ ອິນ​ໂດ​ເນ​ເຊຍ, ເຊິ່ງ​ປັດ​ຈຸ​ບັນ​ເປັນ​ປະ​ທານ​ວຽນ​ຂອງ​ອົງ​ການ​ດັ່ງ​ກ່າວ, ໃຫ້​ຫ້າມ​ຣັດ​ເຊຍ​ຈາກ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຍ້ອນ​ກາ​ນ​ບຸ​ກ​ລຸກ​ຢູ​ເຄ​ຣນ​ຂອງ​ພວກ​ເຂົາ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່.

ຂໍ້​ເທັດ​ຈິງ​ທີ່ ຣັດ​ເຊຍ ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເຂົ້າ​ຮ່ວມ​ນັ້ນ​ໄດ້​ເນັ້ນ​ໃຫ້​ເຫັນ​ຄວາມ​ແຕກ​ແຍກ​ທີ່​ສຳ​ຄັນ​ຢູ່​ພາຍ​ໃນ​ອົງ​ການ​ດັ່ງ​ກ່າວ​ໃນ​ການ​ແກ້​ໄຂ​ສົງ​ຄາມ​ໃນ​ຢູ​ເຄ​ຣນ.

ແນວ​ໃດ​ກໍ່​ຕາມ ຢູ​ເຄ​ຣນ ບໍ່​ແມ່ນ​ສະ​ມາ​ຊິກ​ຂອງ G-20, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຢູ​ເຄ​ຣນ ທ່ານ ດ​ມິ​ໂທ​ຣ ຄູ​ເລ​ບາ ແລະ ລັດ​ຖະ​ມົນ​ຕີ​ການ​ເງິນ ທ່ານ ເຊີ​ຮີ ມາ​ເຊັນ​ໂກ ແມ່ນ​ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ.

ໃນ​ການ​ກ່າວ​ຄຳ​ປ​າ​ໄສ​ຢູ່​ຕອນ​ເລີ່ມ​ຕົ້ນ​ຂອງກອງ​ປະ​ຊຸມ​ນັ້ນ, ທ່ານ ຄູ​ເລ​ບາ ໄດ້​ປະ​ຕິ​ຍານ​ວ່າ ຢູ​ເຄ​ຣນ ຈະ​ບໍ່​ຍອມ​ເສຍ​ເຂດ​ແດນ​ໃຫ້ຣັດ​ເຊຍ ອັນ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ.

ທັງ​ທ່ານ ຄູ​ເລ​ບາ ແລະ ທ່ານ ມາ​ເຊັນ​ໂກ ກໍ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ຍ່າງ​ອອກ​ຈາກກອງ​ປະ​ຊຸມ.

ShareTweetShare
Next Post
ຮ່ວມຍິນດີນຳກັບ ຫມາກປະລິນແລະຄິມເບີລີ່ ຂໍແຕ່ງງານແລ້ວ

ຮ່ວມຍິນດີນຳກັບ ຫມາກປະລິນແລະຄິມເບີລີ່ ຂໍແຕ່ງງານແລ້ວ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ດວງເຮັງແທ້!. ແຕກອີກແລ້ວ ເດິ້ ເລກ​ 5 ກັບ​ 6 ໂຕ​

    0 shares
    Share 0 Tweet 0
  • ດ່ວນ! ສັ່ງປິດ ຕະຫຼາດສີໄຄ ແລະ ສູນການຄ້າສາກົນຊັ່ງຈຽງ ຊົ່ວຄາວ ເພາະມີຜູ້ຕິດເຊີຶ້ອໄປເລາະ

    0 shares
    Share 0 Tweet 0
  • ເຫັນດີນຳເດີ້…! ອີງຕາມຂໍ້ຕົກລົງ ເລກທີ 581 ສັ່ງຮື້ຖອນ ສິ່ງປຸກສ້າງອອກຈາກທາງນໍ້າຊອງ ເພື່ອຄວາມເປັນລະບຽບ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...