ໃນວັນທີ 20 ເມສາ 2022 ນີ້, ທີ່ສະພາແຫ່ງຊາດ ຄະນະປະຈໍາສະພາແຫ່ງຊາດ ແລະ ຄະນະລັດຖະບານ ໄດ້ຈັດກອງປະຊຸມຮ່ວມ ເພື່ອປຶກສາຫາລືບັນຫາສຳຄັນຮີບດ່ວນ
![](https://kkklao.com/wp-content/uploads/2022/04/1-28-1024x682.jpg)
ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາຄະນະປະຈໍາສະພາແຫ່ງຊາດ, ຄະນະລັດຖະບານ ໂດຍສະເພາະແມ່ນລັດຖະມົນຕີກະຊວງຕ່າງໆ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
![](https://kkklao.com/wp-content/uploads/2022/04/2-28-1024x682.jpg)
ກອງປະຊຸມຈັດຂຶ້ນ ເພື່ອປຶກສາຫາລື ແລະ ຮ່ວມກັນຊອກວິທີແກ້ໄຂ ບັນຫາເຄັ່ງຮ້ອນ ແລະ ຮີບດ່ວນທີ່ເກີດຂຶ້ນໃນສັງຄົມ ເຊິ່ງສົ່ງຜົນກະທົບຕໍ່ການສ້າງສາພັດທະນາເສດຖະກິດ-ສັງຄົມ ໃນປັດຈຸບັນ, ທັງເປັນການຕິດຕາມ, ຊຸກຍູ້ບັນດາກະຊວງ, ອົງການ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ທີ່ໄດ້ພິຈາລະນາຮັບຮອງເອົາເປັນມະຕິກອງປະຊຸມສະພາແຫ່ງຊາດ ໃນຂອບເຂດວຽກງານຂອງແຕ່ລະພາກສ່ວນ ແລະ ເປັນບ່ອນອີງໃນການແກ້ໄຂບັນຫາຄວາມຫຍຸ້ງຍາກຕ່າງໆ ໃຫ້ໄດ້ຮັບຜົນສໍາເລັດ,
![](https://kkklao.com/wp-content/uploads/2022/04/3-21-1024x682.jpg)
ພ້ອມທັງຕິດຕາມກວດກາການເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ, ກົດໝາຍ ຂອງບັນດາອົງການລັດຂັ້ນຕ່າງໆ ແລະ ເພື່ອສ້າງຄວາມເປັນເອກະພາບຕໍ່ກັບວຽກງານຕ່າງໆ ແລະ ຄົ້ນຄວ້າກໍານົດວຽກງານທີ່ຈະແກ້ໄຂຮ່ວມກັນ ລະຫວ່າງ ຄະນະປະຈໍາສະພາແຫ່ງຊາດ ແລະ ຄະນະລັດຖະບານ.
![](https://kkklao.com/wp-content/uploads/2022/04/4-13-1024x682.jpg)
ຂ່າວ-ພາບ: ສະພາແຫ່ງຊາດ
Discussion about this post