ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ລາຍງານຕໍ່ນັກຂ່າວແຂວງວ່າ: ໃນໄລຍະຕົ້ນປີ 2022 ໄດ້ມີເຫດການຄົນຮ້າຍ ເຄື່ອນໄຫວກໍ່ເຫດປຸ້ນຊັບ, ຊິງຊັບ, ສໍ້ໂກງຊັບຂອງປະຊາຊົນ ຢູ່ພາຍໃນ ນະຄອນ ໄກສອນ ພົມວິຫານ ເຮັດໃຫ້ເກີດຜົນເສຍຫາຍຕໍ່ຊັບສິນຂອງປະຊາຊົນ.
ຈາກນັ້ນ, ທາງຄະນະພັກ-ກອງບັນຊາການ ປກສ ນະຄອນ ຈຶ່ງໄດ້ແຕ່ງຕັ້ງທາງເຈົ້າໜ້າທີ່ວິຊາສະເພາະລົງເກັບກຳຂໍ້ມູນຫຼັກຖານ ແລະ ພາບຈາກກ້ອງວົງຈອນປິດໃກ້ສະຖານທີ່ເກີດເຫດ.
ມາຮອດວັນທີ 4 ມີນາ 2022, ຈຶ່ງສາມາດຈັບຕົວທ້າວ ອາລຸນ (ປໍ) ອາຍຸ 27 ປີ ອາຊີບວ່າງງານ ບ້ານດົງດຳດວນ ນະຄອນ ໄກສອນ ພົມວິຫານ ທີ່ເປັນຜູ້ກໍ່ເຫດໄວ້ໄດ້.

ຜ່ານການສືບສວນ-ສອບສວນ ຜູ້ກ່ຽວສາລະພາບວ່າ: ໄດ້ເຄື່ອນໄຫວກໍ່ເຫດຊິງຊັບທັງໝົດ ມີຈຳນວນ 5 ຄັ້ງ, ໄດ້ໂທລະສັບ 5 ໜ່ວຍ, ສໍ້ໂກງຊັບ 11 ຄັ້ງ ໄດ້ໂທລະສັບ 9 ໜ່ວຍ, ເງິນສົດ 40 ພັນກີບ, ລົດຈັກ 1 ຄັນ ຊຶ່ງຜູ້ກ່ຽວໄດ້ໃຊ້ຮູບການຂັບຂີ່ລົດຈັກເລາະຕາມເສັ້ນທາງໃນຂອບເຂດນະຄອນ ແລະ ໄດ້ສັງເກດເຫັນເປົ້າໜາຍແມ່ຍິງນັ່ງຂາຍເລກຢູ່ແຄມທາງ ຈຶ່ງເຂົ້າໄປທຳທ່າຈະຊື້ເລກໃນເມື່ອເຫັນເປົ້າໝາຍເຟີຕົວ ຈຶ່ງໄດ້ຍາດດຶງເອົາໂທລະສັບ ແລ້ວຂັບຂີ່ລົດປົບໜີໄປ.
າກນັ້ນ, ຜູ້ກ່ຽວກໍຍັງໄດ້ໃຊ້ວິທີການຕົວະຂໍຢືມໂທລະສັບ ເມື່ອເຈົ້າຂອງລືມໂຕກໍໄດ້ຂີ່ລົດປົບໜີ ໂດຍທາງເຈົ້າໜ້າທີ່ ປກສ ນະຄອນ ສາມາດຕິດຕາມນຳເຄື່ອງຂອງກາງຄືນໄດ້ເປັນໂທລະສັບຈຳນວນ 5 ໜ່ວຍ ຊຶ່ງເຈົ້າໜ້າທີ່ໄດ້ມີການກວດກາ ແລະ ຈະໄດ້ມອບຊັບຄືນໃຫ້ເຈົ້າຂອງເດີມ.
ສ່ວນຜູ້ກະທຳຜິດ ແມ່ນຈະໄດ້ດຳເນີນຄະດີຕາມລະບຽບກົດໜາຍ; ສຳລັບຊັບທີ່ຍັງເຫຼືອ ແມ່ນຈະໄດ້ສືບຕໍ່ຕິດຕາມເກັບກູ້ຄືນ ເພື່ອສົ່ງຄືນໃຫ້ເຈົ້າຂອງຕໍ່ໄປ.
ໃນໂອກາດນີ້, ເຈົ້າໜ້າທີ່ ປກສ ນະຄອນ ກໍໄດ້ຮຽກຮ້ອງມາຍັງປະຊາຊົນ, ຊາວຄ້າຂາຍ, ນັກຮຽນ-ນັກສຶກສາ ແລະ ຜູ້ປະກອບການຕ່າງໆ ໃຫ້ມີສະຕິລະວັງຕົວໃນການຮັກສາຊັບສິນຂອງຕົນ ເປັນຕົ້ນແມ່ນໂທລະສັບ ແລະ ຊັບສິນອື່ນໆ ພ້ອມທັງເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ຖ້າພົບເຫັນເຫດການບໍ່ດີໃຫ້ຮີບຮ້ອນລາຍງານຕໍ່ເຈົ້າໜ້າທີ່ໂດຍດ່ວນ ເພື່ອແກ້ໄຂເຫດການໃຫ້ທັນເວລາ ແນໃສ່ເພື່ອເຮັດໃຫ້ນະຄອນໄກສອນ ພົມວິຫານ ມີຄວາມສະຫງົບສຸກ.
(ຂ່າວ-ພາບ: ສະຫວັນ)
Discussion about this post