ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 19, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ລັດຖະບານອາດປັບຫລຸດອາກອນຊົມໃຊ້ນໍ້າມັນລົງ 50% ຫລື ບໍ່ຄິດໄລ່ອາກອນຊົມໃຊ້ເລີຍ ເພື່ອໃຫ້ສັງຄົມໄດ້ໃຊ້ ນໍ້າມັນລາຄາຖືກ

ກຂຄ ລາວ by ກຂຄ ລາວ
ເດືອນເມສາ 7, 2022
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ວັນທີ 6 ເມສາ 2022 ນີ້ທີ່ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ, ກະຊວງອຸດສາຫະກຳ ແລະ ການຄ້າ, ບັນດາຜູ້ປະກອບການນຳເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ໄດ້ຮ່ວມກັນປຶກສາຫາລື ຊອກຫາວິທີການປະຄັບປະຄອງລາຄານໍ້າມັນບໍ່ໃຫ້ເໜັງຕີງສູງເກີນໄປ.

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ ກ່າວວ່າ: ກອງປະຊຸມໄດ້ຫາລືຊອກວິທີທາງ ປັບບາງໂຄງສ້າງລາຄານໍ້າມັນເພື່ອເຮັດແນວໃດໃຫ້ສາມາດປະຄັບປະຄອງລາຄານໍ້າມັນໃຫ້ໄດ້ຕາມໂຄງສ້າງລາຄານໍ້າມັນເຊື້ອໄຟ ຄັ້ງວັນທີ 10/3/2022 ກໍຄືແຈ້ງການ ເລກທີ 0260/ອຄ ລົງວັນທີ 9/3/2022 ທີ່ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີຕົກລົງ ແລະ ໃຫ້ທິດຊີ້ນຳ. ແນວໃດກໍດີພວກເຮົາຈະໄດ້ສັງ ລວມ ແລະ ບັນທຶກຄໍາຄິດຄຳເຫັນກໍຄືວິທີທາງແກ້ໄຂບັນຫາເພື່ອນໍາສະເໜີນາຍົກ-ຮອງນາຍົກລັດຖະມົນ ຕີ ເພື່ອພິຈາລະນາໃຫ້ເຮັດທົດລອງໃນໄລຍະ 3 ເດືອນ.

ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນໄດ້ສະເໜີບາງວິທີແກ້ໄຂວ່າ: ລັດຖະບານມີທິດທາງຈະຊ່ວຍໜູນຜູ້ປະກອບການ ແລະ ສັງຄົມ ກໍຄືປະຊາຊົນ ເພື່ອບໍ່ໃຫ້ລາຄານໍ້າມັນແພງກວ່ານີ້ໂດຍຢາກຮັກສາລາຄາໃນວັນທີ 10 ມີນາ2022 ເປັນລາຄາຂາຍໜ້າປໍ້າ ຊຶ່ງລັດຖະບານຈະສະໜັບສະໜູນຜູ້ປະກອບການຕ່າງຫາກໂດຍຄິດໄລ່ຈາກເຕັກນິກຂອງວິຊາການ ບໍ່ແມ່ນຄິດໄລ່ຈາກຜູ້ປະກອບການ.

ສ່ວນອີກວິທີໜຶ່ງແມ່ນການປັບຫລຸດອາກອນຊົມໃຊ້ລົົງ 50% ຕົວຢ່າງ ອາກອນຊົມໃຊ້ນໍ້າມັນກາຊວນ ປັດຈຸບັນ 21% ຈະຫລຸດລົງເຫລືອ 11%, ອາກອນຊົມໃຊ້ນໍ້າມັນແອັດຊັງທຳມະດາ 31% ຈະລົງປະມານ 16%… ແຕ່ຖ້າການເໜັງຕີງຂອງລາຄາເພີ່ມຂຶ້ນຫລາຍ ອາດຈະບໍ່ຄິດໄລ່ອາກອນຊົມໃຊ້ເລີຍ, ແຕ່ກໍຕ້ອງໄດ້ຮັບການເຫັນດີຈາກພາກລັດກ່ອນ.

ຂໍ້ມູນຈາກ: ໜັງສືພິມປະຊາຊົນ

ShareTweetShare
Next Post
ປາໂທ໋ ນັບແຕ່ປີ 2016-2022 ກວດກາພັກ-ລັດ ລົງວິໄນສະມາຊິກພັກ 3.690 ເທື່ອຄົນ ເສຍຫາຍ 8.370 ຕື້ກີບ, 50,22 ລ້ານໂດລາ ແລະ 36,89 ລ້ານບາດ

ປາໂທ໋ ນັບແຕ່ປີ 2016-2022 ກວດກາພັກ-ລັດ ລົງວິໄນສະມາຊິກພັກ 3.690 ເທື່ອຄົນ ເສຍຫາຍ 8.370 ຕື້ກີບ, 50,22 ລ້ານໂດລາ ແລະ 36,89 ລ້ານບາດ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...