ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 22, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ປາໂທ໋ ນັບແຕ່ປີ 2016-2022 ກວດກາພັກ-ລັດ ລົງວິໄນສະມາຊິກພັກ 3.690 ເທື່ອຄົນ ເສຍຫາຍ 8.370 ຕື້ກີບ, 50,22 ລ້ານໂດລາ ແລະ 36,89 ລ້ານບາດ

ກຂຄ ລາວ by ກຂຄ ລາວ
ເດືອນເມສາ 7, 2022
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ວັນທີ 7 ເມສາ 2022 ນີ້ ໄດ້ມີການຈັດກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ IV ຢູ່ຈຸດນະຄອນຫຼວງວຽງຈັນ ຂອງ ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ,ມີ ຄະນະກວດກາພັກ-ລັດ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງບໍລິຄຳໄຊ ແລະ ແຂວງຄຳມ່ວນ, ມີບັນດາສະຫາຍເລຂາພັກ, ຮອງເລຂາ, ຄະນະປະຈໍາ, ປະທານກວດກາແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງຮ່າງບົດສະຫຼຸບ-ຕີລາຄາການເຄື່ອນໄຫວວຽກງານກວດກາແຕ່ປີ 2016 ເຖິງປັດຈຸບັນ ແລະ ບາງເນື້ອໃນຕົ້ນຕໍ ສໍາລັບການເຄື່ອນໄຫວແຕ່ນີ້ເຖິງປີ 2026 ຊຶ່ງມີຜົນສໍາເລັດຫຼາຍດ້ານເປັນຕົ້ນແມ່ນຄະນະກວດກາສູນກາງພັກທີ່ໄດ້ມີການເຄື່ອນໄຫວຢ່າງຕັ້ງໜ້າ ແລະ ມີການປະສານສົມທົບກັບຄະນະພັກຂັ້ນຕ່າງໆ ເພື່ອຊຸກຍູ້, ຕິດຕາມ, ກວດກາ ປະເມີນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ການຈັດແບ່ງປະເພດສະມາຊິກພັກ ສ່ວນໃຫຍ່ທີ່ຂຶ້ນກັບການຄຸ້ມຄອງຂອງອົງຄະນະພັກ ກະຊວງ-ອົງການ ແລະ ທ້ອງຖິ່ນ ໄດ້ຮັບການປະເມີນຜົນ.

ກ່ຽວກັບການພິຈາລະນາລົງວິໄນຕໍ່ການຈັດຕັ້ງພັກ ແລະ ສະມາຊິກພັກ ນັບແຕ່ປີ 2016 ເຖິງປັດຈຸບັນ ໄດ້ມີການລົງວິໄນໃນລະດັບຕ່າງໆ ຕໍ່ການຈັດຕັ້ງພັກ ແລະ ສະມາຊິກພັກ ຄື: ກ່າວເຕືອນຄວາມຜິດ 9 ໜ່ວຍພັກ, ສະມາຊິກພັກຖືກລົງວິໄນ 3.690 ເທື່ອຄົນ ຍິງ 440 ຄົນ. ໃນນີ້ ຕິຕຽນ 26 ຄົນ, ກ່າວເຕືອນຄວາມຜິດ 753 ຄົນ, ໂຈະການຮ່ວມຊີວິດພັກ 742 ຄົນ, ປົດຕໍາແໜ່ງ 150 ຄົນ ແລະ ເອົາອອກຈາກພັກ 2.019 ຄົນ;

ວຽກງານກວດກາລັດ ແມ່ນໄດ້ສົມທົບກັບຄະນະນໍາກະຊວງ-ອົງການ, ນະຄອນຫຼວງ, ແຂວງ ແລະ ຄະນະກວດກາແຕ່ລະຂັ້ນ ດໍາເນີນການຕິດຕາມ, ກວດກາປົກກະຕິ, ກວດກາຕາມຄຳສັ່ງ, ຕາມການສະເໜີຂອງພົນລະເມືອງ, ໃນນັ້ນ ອັນພົ້ນເດັ່ນແມ່ນກວດກາບັນຫາໂຄງການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ການຄຸ້ມຄອງນໍາໃຊ້ທີ່ດິນ, ການຂຸດຄົ້ນ ແລະ ທຸລະກິດໄມ້, ການສຳຫຼວດຂຸດຄົ້ນແຮ່ທາດ ແລະ ອື່ນໆ ນັບແຕ່ປີ 2016 ເຖິງປັດຈຸບັນ ສາມາດກວດກາໄດ້ທັງໝົດ 4.185 ເປົ້າໝາຍ, ພົບເຫັນຜົນເສຍຫາຍທັງໝົດ 8.370 ຕື້ກີບ, 50,22 ລ້ານໂດລາ ແລະ 36,89 ລ້ານບາດ;

ໃນເບື້ອງຕົ້ນສາມາດເກັບກູ້ຄືນມາໃຫ້ລັດໄດ້ 1.782 ຕື້ກີບ, 3,55 ລ້ານ ໂດລາ, 11,16 ລ້ານບາດ; ສະພາບໃນການກວດກາໂຄງການລົງທຶນຂອງລັດ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 130/ຫສນຍ, ສໍາເລັດແລ້ວ 2.004 ໂຄງການ ໃນຈໍານວນ 5.542 ໂຄງການ; ໄດ້ດໍາເນີນການຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ, ພົບເຫັນການລະເມີດ ແລະ ຜູ້ມີສ່ວນຮ່ວມພົວພັນ 1.119 ຄົນ, ໃນນີ້ມີພະນັກງານລັດ 127 ຄົນ, ຜູ້ປະກອບການ 246 ຄົນ, ປະຊາຊົນ 746 ຄົນ, ຢຶດໄມ້ໄດ້ 11.351,75 ແມັດກ້ອນ ແລະ 33,17 ໂຕນ, ປັບໄໝ 22,28 ຕື້ກີບ, ພົບເຫັນການຄ້າງມອບພັນທະ ແລະ ຄ້າງຊໍາລະຄ່າໄມ້ໃຫ້ລັດ 121.120.861 ແມັດກ້ອນ ມູນຄ່າ 66,57 ຕື້ກີບ ແລະ 4,87 ລ້ານໂດລາ.

ໃນໄລຍະຜ່ານມາໄດ້ດຳເນີນການສືບສວນ-ສອບສວນ ຄະດີກ່ຽວຂ້ອງກັບການສໍ້ລາດບັງຫຼວງທັງໝົດ 842 ເປົ້າໝາຍ, ພະນັກງານລັດ 363 ຄົນ, ພະນັກງານລັດວິສາຫາກິດ 364 ຄົນ, ບຸກຄົນທົ່ວໄປທີ່ກ່ຽວຂ້ອງ 115 ຄົນ, ສາມາດສະຫຼຸບຄະດີສົ່ງໄອຍະການ 154 ຄົນ ໃນນີ້ພະນັກງານລັດ 79 ຄົນ, ພະນັກງານລັດວິສາຫະກິດ 41 ຄົນ, ບຸກຄົນທີ່ກ່ຽວຂ້ອງ 34 ຄົນ, ສານຕັດສິນແລ້ວ 100 ຄົນ ໃນນັ້ນ ພະນັກງານລັດ 47 ຄົນ, ພະນັກງານລັດວິສາຫະກິດ 28 ຄົນ, ບຸກຄົນທີ່ກ່ຽວຂ້ອງ 25 ຄົນ, ແກ້ໄຂທາງບໍລິຫານໄດ້ 652 ຄົນ, ໃນນັ້ນພະນັກງານລັດ 265 ຄົນ, ວິສາຫະກິດ

313 ຄົນ, ບຸກຄົນກ່ຽວຂ້ອງ 72 ຄົນ, ພົບເຫັນຜົນເສຍຫາຍທັງໝົດ 747.512 ຕື້ກວ່າກີບ, 426.793 ລ້ານກວ່າບາດ, 13.814 ລ້ານກວ່າໂດລາ, ໃນເບື້ອງຕົ້ນສາມາດເກັບກູ້ຄືນໄດ້ 378,8 ຕື້ກວ່າກີບ, 30,6 ລ້ານກວ່າບາດ, 11.097 ລ້ານໂດລາ; ນອກນີ້ກອງປະຊູມຍັງໄດ້ເຜີຍແຜ່ບົດແນະນໍາຂອງຄະນະກວດກາສູນກາງພັກ ເລກທີ 194/ຄກສພ, ລົງວັນທີ 8 ຕຸລາ 2021 ວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບຂອງພັກ ສະໄໝທີ XI ກ່ຽວກັບວຽກງານຕິດຕາມ, ກວດກາຂອງພັກ, ຄະນະກວດກາພັກ, ຄະນະວິໄນຂອງພັກແຕ່ລະຂັ້ນ.

ShareTweetShare
Next Post
ແຊຣ໌ບອກຕໍ່ ປົວໂຄວິດຫາຍຂາດພາຍໃນ3ມື້ດ້ວຍງົບ30.000ກີບ

ແຊຣ໌ບອກຕໍ່ ປົວໂຄວິດຫາຍຂາດພາຍໃນ3ມື້ດ້ວຍງົບ30.000ກີບ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ດ່ວນໆ ແຈ້ງຂ່າວ ປັບຂຶ້ນລາຄາປີ້ລົດໄຟລາວ-ຈີນທຸກໆສະຖານີ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...