ໃນອາທິດຜ່ານມານີ້, ທະນາຄານນະໂຍບາຍສາຂາແຂວງສະຫວັນນະເຂດ ນໍາໂດຍທ່ານ ທິບພະກອນ ສູນດາລາ ຫົວໜ້າທະນາຄານ ໄດ້ລົງຕິດຕາມໂຄງການຕົວແບບໃນການລ້ຽງສັດແບບປະສົມປະສານຂອງທ່ານ ນວມ ແສງວິໄລຄໍາ ບ້ານກຸດແຄນ, ເມືອງອາດສະພອນ ແຂວງສະຫວັນນະເຂດ ທີ່ເປັນຄອບຄົວຕົວແບບໃນການປູກຝັງ-ລ້ຽງສັດ ໂດຍມີທ່ານ ສີວິໄລ ສີທໍາມະວັນ ຮອງເຈົ້າເມືອງອາດສະພອນ ທັງເປັນປະທານຄະນະກໍາມະການຄຸ້ມຄອງສິນເຊື່ອ ແລະ ແກ້ໄຂໜີ້ມີບັນຫາຂັ້ນເມືອງ ພ້ອມດ້ວຍຄະນະກໍາມະການຄຸ້ມຄອງສິນເຊື່ອຂັ້ນເມືອງ ຕະຫຼອດຮອດການຈັດຕັ້ງບ້ານ ພ້ອມດ້ວຍກຸ່ມການຜະລິດພາຍໃນບ້ານເຂົ້າຮ່ວມນຳ.

ທ່ານ ສີສຸກ ສີລິວັນ ຫົວໜ້າໜ່ວຍບໍລິການທະນາຄານນະໂຍບາຍປະຈໍາເມືອງອາດສະພອນ ໄດ້ລາຍງານລສະພາບການສະໜອງສິນເຊື່ອຂອງໜ່ວຍບໍລິການປະຈໍາເມືອງ ໂດຍສະເພາະແມ່ນການກູ້ຢືມເງິນຂອງຄອບຄົວທ່ານ ນວມ ແສງວິໄລຄໍາ ຊຶ່ງໄດ້ກູ້ຢືມເງິນນໍາທະນາຄານນະໂຍບາຍໃນປີ 2013 ເປົ້າໝາຍເພື່ອຊື້ລົດໄຖນາໃຫຍ່ ໃນວົງເງິນ 200 ລ້ານກີບ ໃນອັດດອກເບ້ຍ 7%/ປີ, ໄລຍະເວລາກູ້ຢືມ 4 ປີ ໂດຍຜູ້ກ່ຽວກໍສາມາດຊໍາລະຕົ້ນທຶນ ແລະດອກເບ້ຍໄດ້ທັງໝົດ, ມາເຖິງປີ 2020 ຜູ້ກ່ຽວກໍກູ້ຕື່ມອີກໃນວົງເງິນ 100 ລ້ານກີບ ເພື່ອມາເຮັດການຜະລິດປູກຝັງ-ລ້ຽງສັດແບບປະສົມປະສານເຊັ່ນ: ລ້ຽງງົວພື້ນເມືອງ, ລ້ຽງແບ້, ລ້ຽງປາ, ເຮັດນາແຊງ ແລະ ປູກຫຍ້າພັນຕ່າງໆ ເພື່ອເປັນອາຫານສັດ, ໃນເບື້ອງຕົ້ນຜູ້ກ່ຽວໄດ້ຊື້ງົວ 15 ໂຕ, ແບ້ 27 ໂຕ, ເຮັດໜອງປາ 5 ໜອງ ມາເຖິງປັດຈຸບັນສາມາດລ້ຽງສັດໄດ້ຫຼາຍຂຶ້ນ ໃນນັ້ນມີງົວ 27 ໂຕ, ແບ້ 47 ໂຕ ແລະ ຂາຍປາໄດ້ໃນແຕ່ລະປີປະມານ 160 ກິໂລ ພ້ອມຂາຍເປັດ, ໄຂ່ເປັດ ແລະ ອື່ນໆ. ປັດຈຸບັນ ຄອບຄົວຂອງ ທ່ານ ນວມ ແສງວິໄລຄຳ ສາມາດສ້າງລາຍຮັບໄດ້ປະມານ 115 ລ້ານກີບຕໍ່ປີ.

ຈາກນັ້ນ, ທ່ານ ນວມ ແສງວິໄລຄໍາ ທີ່ເປັນຄອບຄົວຕົວແບບ ກໍໄດ້ຂຶ້ນລາຍງານການເຄື່ອນໄຫວກິດຈະກໍາປູກຝັງ-ລ້ຽງສັດຂອງຕົນເອງຕື່ມອີກ. ໂອກາດນີ້, ທ່ານຮອງເຈົ້າເມືອງ ກໍໄດ້ກ່າວຍ້ອງຍໍຊົມເຊີຍຄອບຄົວ ທ່ານ ນວມ ແສງວິໄລຄໍາ ທີ່ເປັນຄອບຄົວຕົວແບບທໍາການຜະລິດແບບປະສົມປະສານທີ່ມີຄວາມດຸໝັ່ນ, ຫ້າວຫັນເຮັດການຜະລິດ ຈົນສາມາດສ້າງລາຍຮັບໃຫ້ຕົນເອງ ແລະ ຄອບຄົວເປັນຈໍານວນຫຼວງຫຼາຍ ເຮັດໃຫ້ຄອບຄົວຕົນເອງເປັນຄອບຄົວພັດທະນາ ເປັນແບບຢ່າງທີ່ດີໃຫ້ຄອບຄົວອື່ນໆ ພ້ອມນີ້,
ທ່ານຍັງແນະນໍາໃຫ້ປະຊາຊົນຊາວບ້ານກຸດແຄນ ກໍຄືຊາວເມືອງອາດສະພອນ ມາຖອດຖອນບົດຮຽນ, ມາຮຽນຮູ້ນໍາຄອບຄົວຂອງ ທ່ານ ນວມ ແສງວິໄລຄໍາ ເພື່ອຈະເຮັດການຜະລິດໃຫ້ຄອບຄົວຕົນເອງ ມີລາຍຮັບ ແລະ ກາຍເປັນຄອບຄົວພັດທະນາໃນຕໍ່ໜ້າ.
Discussion about this post