ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນເສົາ 9, ເດືອນທັນວາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຊາຍໃດເຫັນແລ້ວຕ້ອງອິດສາ ເຈົ້າສາວ 3ຄົນ ຫອບສິນສອດສູ່ຂໍເຈົ້າບ່າວ

ກຂຄ ລາວ by ກຂຄ ລາວ
ເດືອນເມສາ 5, 2022
in ທົ່ວໄປ
0
Home ທົ່ວໄປ

ວັນທີ່ 4 ເມສາ 2565 ຜູ້ສື່ຂ່າວໄດ້ຮັບລາຍງານວ່າ ໂລກອອນລາຍມີການແຊຣ໌ຄິບພາບເລື່ອງລາວຂອງຜູ້ໃຊ້ຕິ໊ກຕ໊ອກລາຍໜຶ່ງຊື່ kc_subkawinthida ທີ່ໄດ້ໂພສຄິບງານແຕ່ງງານທີ່ບໍ່ຄືໃຜຂອງ ທ້າວສຸດລິດ ຊານເຊີດສັກ ຫຼື ໝໍເສືອ ອາຍຸ 35 ປີ ໝໍພື້ນບ້ານທີ່ສືບທອດສາດການແພດແຜນໄທ ບັນຍາກາດງານແຕ່ງ 3 ເຈົ້າເສົ້າຫອບສິນສອດມາສູ່ຂໍເຈົ້າບ່າວ

ຂະນະດຽວກັນເຈົ້າບ່າວໄດ້ສວມແຫວນແຕ່ງງານໃຫ້ກັບເຈົ້າສາວທັງ 3 ຂໍ້ຄວາມລະບຸວ່າ ສວມແຫວນແຕ່ງງານ ຊາຍ 1 ຍິງ 3 ເຮັດໃຫ້ມີຊາວເນັດເຂົ້າມາສະແດງຄວາມຄິດເຫັນສະແດງຄວາມຍິນດີ ພ້ອມກັບແຊຣ໌ອອກໄປໃນໂລກໂຊຊຽວຢ່າງຫຼວງຫຼາຍ ທາງດ້ານ ທ້າວສຸດລິດ ຫຼື ໝໍເສືອ ເຜີຍວ່າ ຈາກຄິບໃນຕິ໊ກຕ໊ອກ ທີ່ເຈົ້າຕົວແຕ່ງງານເທື່ອດຽວກັບເມຍ 3 ຄົນ

ເມຍຄົນທຳອິດຊື່ ນາງ ນຸດຈະລິນ ອາຍຸ 30 ປີ ຢູ່ກິນກັນມາ 16 ປີ ມີລູກ 4 ຄົນ (ຊາຍ 1 ຍິງ 3) ເມຍຄົນທີ່ສອງຊື່ ນາງ ພິດຊະຍາ ອາຍຸ 35 ປີ ຢູ່ນຳກັນມາ 9 ປີ ມີລູກ 4 ຄົນ (ຊາຍ 3 ຍິງ 1) ແລະເມຍຄົນທີ່ 3 ນາງກະວິນທິດາ ອາຍຸ 31 ປີ ຢູ່ນຳກັນມາ 7 ປີ ມີລູກສາວ 1 ຄົນ

ໂດຍຈັດງານແຕ່ງເມື່ອວັນທີ່ 29 ມີນາ 2565 ທີ່ຮ້ານສຸດລິດ 272 ເຊິ່ງເປັນຄລີນິກແພດແຜນໄທໝໍສຸດລິດ ຕ.ບາງໃຫຍ່ ອ.ບາງໃຫຍ່ ຈ.ນົນທະບຸລີ ຫຼັງງານ ນາງ ກະວິນທິດາ ພັນລະຍາຄົນທີ່ 3 ເປັນຄົນນຳຄິບຕ່າງໆ ໄປລົງໃນຕິ໊ກຕ໊ອກ ຈົນເກີດເປັນກະແສຄົນເຂົ້າມາເບິ່ງແລະຄອມເມັ້ນຢ່າງຫຼວງຫຼາຍ ໂດຍຕົນເອງເປັນເຊື້ອສາຍພະລາມ ແລະເປັນໝໍຢາແພດແຜນບູຮານຮັກສາຄົນເຈັບ ຊາວບ້ານ ສະເພາະວັນເສົາແລະວັນອາທິດຢູ່ເຮືອນຫຼັງນີ້

ໂດຍມີພັນລະຍາທັງ 3 ຄົນ ຊ່ວຍກັນດູແລ ໂດຍເດືອນໜຶ່ງຈະມີຄົນມາໃຫ້ຕົນເອງປິ່ນປົວປະມານ 400-500 ຄົນ ແລະ ຕົນເອງກໍ່ມີເງິນເດືອນໃຫ້ລູກແລະພັນລະຍາເປັນລາຍເດືອນ ພັນລະຍາທັງ 3 ຄົນ ໄດ້ປຶກສາກັນວ່າຈະນຳເງິນເກັບຂອງແຕ່ລະຄົນມາຂໍຕົນແຕ່ງງານໂດຍມີສິນສອດມາຄົນລະ 100,000 ບາດ ແລະ ທອງຫຍອງທີ່ທຸກຄົນເກັບເອົາໄວ້ມາເປັນສິນສອດ ຕົນເອງເຂົ້າໃຈວ່າທັງສາມຄົນເປັນຜູ້ຍິງ

ເຊິ່ງຢາກຈະມີຈັກຄັ້ງໜຶ່ງໃນຊີວິດກໍ່ຄືການແຕ່ງງານ ຈຶ່ງເກີດເຫດການແຕ່ງພ້ອມກັນທັງ 3 ຄົນເກີດຂຶ້ນ ເຊິ່ງພິທີກອນກຳມະການແຕ່ງງານຂອງສາສະໜາຕົນ ຜູ້ຍິງຕ້ອງເປັນຝ່າຍມາຂໍຜູ້ຊາຍແຕ່ງງານ ດ້ານ ນາງ ກະວິນທິດາ ພັນລະຍາຄົນທີ່ 3 ເຜີຍວ່າມັນເປັນຄວາມຮູ້ສຶກ ຢາກຈະຮວບຮວມຄອບຄົວໃຫ້ເປັນໜຶ່ງດຽວ ມັນເປັນຄືຄວາມຮັກທີ່ເຮົາສະສົມກັນມາດົນແລ້ວແລະລູກໆ ກໍ່ໃຫຍ່ມາແລ້ວ ແລະ ເຮົາ 3 ຄົນກໍ່ບໍ່ເຄີຍຈັດງານແຕ່ງກັນເລີຍຈັກຄົນດຽວ

ShareTweetShare
Next Post
ປັດຈຸບັນ ຄົນດ່າແມ່ແຕງໂມ ທັງປະເທດ ລ່າສຸດອາການໜ້າເປັນຫ່ວງຫຼາຍ

ປັດຈຸບັນ ຄົນດ່າແມ່ແຕງໂມ ທັງປະເທດ ລ່າສຸດອາການໜ້າເປັນຫ່ວງຫຼາຍ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ຂໍສະແດງຄວາມຍິນດີ! ກັບ “ຄຣິດຕິນ້າ ລາສະສິມມາ” Miss Universe Laos ຄົນຫຼ້າສຸດ

    0 shares
    Share 0 Tweet 0
  • ໂສມໜ້າຜູ້ທີ່ໂຊກດີ ຖືກເລກ 6 ໂຕ 400.000.000 ລ້ານ.

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...