ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 1, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ເຊກອງ ດຳເນີນຄະດີພະນັກງານສໍ້ລາດບັງຫຼວງໄດ້ 2 ກໍລະນີ ເສຍຫາຍ 2 ຕື້ກີບ

ກຂຄ ລາວ by ກຂຄ ລາວ
ເດືອນເມສາ 5, 2022
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ໃນປີ 2021 ຜ່ານມາ ແຂວງເຊກອງ ສືບສວນ-ສອບສວນດຳເນີນຄະດີ ພະນັກງານສໍ້ລາດບັງຫຼວງໄດ້ 2 ກໍລະນີ ເສຍຫາຍ 2 ຕື້ກີບ

ປີ 2021 ຜ່ານມາ ແຂວງເຊກອງ ສືບສວນ-ສອບສວນດຳເນີນຄະດີ ພະນັກງານສະມາຊິກພັກສໍ້ລາດບັງຫຼວງໄດ້ 2 ກໍລະນີ ມູນຄ່າເສຍຫາຍ 2 ຕື້ກີບ

ທ່ານ ປອ ສົມນິດ ສີລິບຸນລ້ຽງ ກໍາມະການປະຈໍາພັກແຂວງ, ປະທານກວດກາພັກ ແຂວງ ໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານມາ ຄະນະກວດກາພັກ-ລັດແຂວງເຊກອງ ໄດ້ດຳເນີນການສືບສວນ-ສອບສວນຄະດີສໍ້ລາດບັງຫຼວງ ຈຳນວນ 2 ກໍລະນີ ພົບເຫັນມູນຄ່າ ເສຍຫາຍ 2 ຕື້ກວ່າກີບ.

ໃນນັ້ນ 1 ກໍລະນີ ແມ່ນສານປະຊາຊົນສູງສຸດກໍາລັງຄົ້ນຄວ້າ, ພິຈາລະນາ ແລະ ກໍາລັງດໍາເນີນການສືບສວນ-ສອບສວນ 1 ກໍລະນີ;

ນອກຈາກນັ້ນ ການເຄື່ອນໄຫວຕິດຕາມ, ກວດກາພະນັກງານສະມາຊິກພັກ ທີ່ມີພຶດຕິກໍາສໍ້ລາດບັງຫຼວງ ຢູ່ບັນດາຂະແໜງການອ້ອມຂ້າງແຂວງ ແລະ ບັນດາເມືອງ ແມ່ນດຳເນີນເປັນປົກກະຕິ ສາມາດພົບເຫັນພະນັກງານ,

ສະມາຊິກພັກ ທີ່ມີພຶດຕິກໍາ ສໍ້ລາດບັງຫຼວງ ຢູ່ຂັ້ນເມືອງມີ 1 ກໍລະນີ ລວມ 2 ຄົນ, ຍິງ 1 ຄົນລວມມູນຄ່າເສຍຫາຍ 286 ລ້ານກວ່າກີບ, ປະຈຸບັນໄດ້ເກັບກູ້ຄືນແລ້ວ ແລະ ແກ້ໄຂຕໍ່ບຸກຄົນທີ່ກະທໍາຜິດດັ່ງກ່າວ.

ຄະນະກວດກາພວກເຮົາ ຍັງໄດ້ເອົາໃຈໃສ່ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫຍ່ຂອງຄະນະພັກແຕ່ລະ ຂັ້ນ; ຕິດຕາມ ການຈັດຕັ້ງປະຕິບັດກົດລະບຽບພັກ; ການຕິດຕາມ, ກວດກາ ການດໍາເນີນຊີວິດການເມືອງພາຍໃນພັກ ຕາມທີ່ກົດລະບຽບຂອງພັກໄດ້ກໍານົດ;

ຕິດຕາມ, ຊຸກຍູ້ວຽກງານກວດກາລັດໃນຂອບເຂດທົ່ວແຂວງ ໃນການຕິດຕາມ ການຈັດຕັ້ງ-ປະຕິບັດກົດໝາຍ, ມະຕິ, ຄຳສັ່ງ, ດຳລັດ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ ການເຄື່ອນໄຫວຂອງບັນດາພະແນກການ, ອົງການອ້ອມຂ້າງແຂວງ ແລະ ບັນດາເມືອງ;

ຕິດຕາມ, ກວດກາຕາມຄຳສັ່ງ: ໄດ້ເຄື່ອນໄຫວ ກວດກາ ລັດວິສະຫະກິດນ້ຳປະປາແຂວງ ແລະ ອົງການກາແດງແຂວງ, ກວດກາການປ່ອຍເງິນກູ້ ເພື່ອເກັບຊື້ເຂົ້າແຮ, ແຊກແຊງລາຄາເຂົ້າ ແລະດັດສົມ ຕະຫຼາດແຕ່ ປີ 2010;

ຕິດຕາມ, ກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມເປັນຕົ້ນ: ຕິດຕາມ, ກວດກາໂຄງການລົງທຶນຂອງລັດ ຕາມແຜນການຂອງອົງການກວດກາລັດຖະບານ, ຕິດຕາມ, ກວດກາໂຄງການລົງທຶນນຂອງລັດເລີ່ມແຕ່ຫົວທີ;

ດຳເນີນການກວດກາການຈັດຕັ້ງປະຕິບັດຄຳສັ່ງ 13/ນຍ ໃນທົ່ວແຂວງ ສາມາດດຳເນີນການເລີກຊື້ ບັນດາຫົວໜ່ວຍ ທີ່ລັກລອບເຄື່ອນໄຫວຜິດກົດໝາຍວ່າດ້ວຍ ແຮ່ທາດ ດ້ວຍຮູບການ ໄດ້ຫຼາຍກໍລະນີ;

ໄດ້ສຸມໃສ່ຕິດຕາມ, ກວດກາ ແລະຊຸກຍູ້ການຄຸ້ມຄອງການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ຕາມຄໍາສັ່ງ 15/ນຍ, ຍຶດໄມ້ 7 ພັນກວ່າແມັດກ້ອນ, ຍຶດ ແລະ ປັບໃໝພາຫະນະ 15 ຄັນ, ກ່າວເຕືອນເຈົ້າໜ້າທີ່ລັດຈຳນວນໜຶ່ງ;

ຕິດຕາມ, ກວດກາ ແລະຊຸກຍູ້ການແກ້ໄຂຜົນການກວດກາໂຄງການລົງທຶນຂອງລັດ ຕາມແຈ້ງການຂອງອົງການກວດກາລັດຖະບານ ຊຶ່ງໄດ້ດຳເນີນການກ່າວເຕືອນຄວາມຮັບຜິດຊອບຂອງພະນັກງານ, ສະມາຊິກພັກ ທີ່ມີສ່ວນກ່ຽວຂ້ອງ ຈຳນວນ 15 ຄົນ ແລະ ນຳສະເໜີຫັກລົບມູນຄ່າ ໂຄງການ ທີ່ຄິດໄລ່ບໍ່ຖືກລະບຽບການ 3 ໂຄງການ ມູນຄ່າ 7 ຕື້ກວ່າກີບ.

ນອກນີ້ ຍັງໄດ້ມອບໃບຍ້ອງຍໍ ໃຫ້ແກ່ພະນັກງານ-ລັດຖະກອນຂອງຄະນະກວດກາພັກແຂວງ ທີ່ມີຜົນງານດີເດັ່ນ ປະກອບສ່ວນທາງດ້ານເຫື່ອແຮງ ແລະສະຕິປັນຍາເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະ 1 ປີ ຜ່ານມາ, ເຊິ່ງປະເພດຍ້ອງຍໍ ມີຈໍານວນ 23 ຄົນ, ຍິງ 7 ຄົນ, ປະເພດຊົມເຊີຍ ມີ 1 ຄົນ.

ShareTweetShare
Next Post
ເງິນກີບລາວ​ ຈະມີໂອກາດກັບມາແຂງຄ່າຄືນບໍ່ພວກເຮົາຈະແກ້ໄຂກັນແນວໃດ?

ເງິນກີບລາວ​ ຈະມີໂອກາດກັບມາແຂງຄ່າຄືນບໍ່ພວກເຮົາຈະແກ້ໄຂກັນແນວໃດ?

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ຈັງແມ່ນດວງເຮັ່ງແທ້ເດ ຊື້ເລກສຸມ 10 ພັນກີບ ຖືກເລກ 6ໂຕ ຮັບ400ລ້ານກີບ.

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ອັບເດດຂ່າວ! ເຫດວິສາມັນຄົນຮ້າຍລັກຊັບ ຢູ່ໜ້າຕະຫຼາດເຊົ້າ

    455 shares
    Share 455 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...