ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນຈັນ 20, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຂ່າວດີ ເລີ່ມສຳຫຼວດການພັດທະນາເສັ້ນທາງດວ່ນ ແຕ່ວຽງຈັນ ຫາ ຫົວພັນ

ກຂຄ ລາວ by ກຂຄ ລາວ
ເດືອນເມສາ 5, 2022
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ໃກ້ຄວາມເປັນຈິງທີ່ປະຊາຊົນລໍຄອຍ ກັບການພັດທະນາເສັ້ນທາງ ແຕ່ນະຄອນຫຼວງວຽງຈັນ ຫາ ແຂວງຫົວພັນ, ເຊິ່ງການສຶກສາ ຄວາມເປັນໄປໄດ້ໃນການສຳຫຼວດ, ອອກແບບ ແລະ ກໍ່ສ້າງເສັ້ນທາງດ່ວນ ແລວທາງຕັດໃໝ່ ໃນ 3 ໄລຍະຄື: ໄລຍະທີ 1 ແຕ່ຫຼັກ 21 ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫາ ເມືອງອະນຸວົງ ແຂວງໄຊສົມບູນ; ໄລຍະ 2 ແຕ່ເມືອງອານຸວົງ ແຂວງໄຊສົມບູນ ຫາ ເມືອງແປກ ແຂວງຊຽງຂວາງ ແລະ ໄລຍະທີ 3 ແຕ່ເມືອງແປກ ແຂວງຊຽງຂວາງ ຫາ ຫົວເມືອງ ແຂວງຫົວພັນ.ຫຼ້າສຸດ ໃນວັນທີ 4 ເມສາ 2022 ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ໃນການສຳຫຼວດ, ອອກແບບ ແລະ ກໍ່ສ້າງເສັ້ນທາງດ່ວນ ແລວທາງຕັດໃໝ່ ໃນ 3 ໄລຍະຄື: ໄລຍະທີ 1 ແຕ່ຫຼັກ 21 ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫາ ເມືອງອະນຸວົງ ແຂວງໄຊສົມບູນ; ໄລຍະ 2 ແຕ່ເມືອງອານຸວົງ ແຂວງໄຊສົມບູນ ຫາ ເມືອງແປກ ແຂວງຊຽງຂວາງ ແລະ ໄລຍະທີ 3 ແຕ່ເມືອງແປກ ແຂວງຊຽງຂວາງ ຫາ ຫົວເມືອງ ແຂວງຫົວພັນ ໃນຮູບແບບ BOT ລະຫວ່າງລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ ນານາຊິນ ຈຳກັດຜູ້ດຽວ ແລະ ບໍລິສັດ BIG BROTHER 456 COMPANY LIMITED.ໂດຍການເຂົ້າຮ່ວມຂອງທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ງາມປະສົມ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ພ້ອມນີ້ຍັງມີຮອງເຈົ້າແຂວງໆໄຊສົມບູນ, ແຂວງຊຽງຂວາງ ແລະ ແຂວງຫົວພັນ, ຕາງໜ້າບໍລິສັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.ໂດຍການເປັນສັກຂີພິຍານຂອງທ່ານ ກອງຄຳ ໝໍລະພູມ ຫົວໜ້າພະແກນກົມແຜນການ ແລະ ການຮ່ວມມື ກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກ ແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ, ທ່ານ ໄຊຍະເດດ ວົງສາລະວັນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງໄຊສົມບູນ, ທ່ານ ສົມບັດ ຊົງວິໄລ ຮັກສາການຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຊຽງຂວາງ, ທ່ານ ຄອນທອງ ມະນີວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຫົວພັນ ກັບ ທ່ານ ນາງ ນັນທະໄລ ໄຊເສນາ ປະທານ ບໍລິສັດ ນານາຊິນ ຈຳກັດຜູ້ດຽວ, ທ່ານ ນິຍົມ ຈັນທະຣະມົນຕີ ປະທານບໍລິສັດ BIG BROTHER 456 COMPANY LIMITED, ທ່ານ ອານຸສັກ ທຳມະວົງ ປະທານບໍລິສັດ ເມືອງຫຼວງຈະເລີນກໍ່ສ້າງປູກຝັງ ແລະ ລ້ຽງສັດ.ທ່ານ ນາງ ນັນທະໄລ ໄຊເສນາ ປະທານ ບໍລິສັດ ນານາຊິນ ຈຳກັດຜູ້ດຽວ ກ່າວບາງຕອນວ່າ: ການກໍ່ສ້າງໂຄງການດັ່ງແມ່ນຈະໃຊ້ທຶນຮອນຂອງບໍລິສັດເຮົາເອງ ໂດຍຮ່ວມກັບ ບໍລິສັດ BIG BROTHER 456 COMPANY LIMITED ໃນຮູບແບບ BOT ເຊິ່ງມີໄລຍະສຳປະທານ 50 ປີ, ພວກເຮົາສັນຍາວ່າຈະເຮັດໃຫ້ເປັນໂຄງການທີ່ໄດ້ຄຸນນະພາບ, ປະຈຸບັນກຳລັງສຶກສາອອກແບບໂຄງການຢູ່ ແລະ ຈະມີໄລຍະການກໍ່ສ້າງ 5 ປີ ແຕ່ພວກເຮົາຈະໃຫ້ຫຼາຍບໍລິສັດເຂົ້າໄປຮັບເໝົາກໍ່ສ້າງ ເພື່ອເຊື່ອມຕໍ່ກັນໄວ ແລະ ໃຫ້ສຳເລັດໄວ. ຫາກໂຄງການນີ້ສຳເລັດກໍ່ຈະອຳນວຍຄວາມສະດວກແກ່ການຄົມມະນາຄົມຂົນສົ່ງໄດ້ດີ.ທ່ານ ນິຍົມ ຈັນທະຣະມົນຕີ ປະທານບໍລິສັດ BIG BROTHER 456 COMPANY LIMITED ໄດ້ກ່າວບາງຕອນວ່າ: ປະເທດລາວເປັນປະເທດໜຶ່ງໃນອາຊຽນ ທີ່ພວກເຮົາໃຫ້ຄວາມສຳຄັນ ໃນການພັດທະນາ ແລະ ພວກເຮົາຈະສຸມໃສ່ໃນການຈັດຕັ້ງປະຕິບັດໂຄງການານີ້ໃຫ້ໄດ້ຄຸນນະພາບ ແລະ ຈະເຮັດໃຫ້ສຳເລັດຕາມເວລາທີ່ກຳນົດໄວ້, ຫາກເສັ້ນທາງນີ້ສຳເລັດກໍ່ຈະຊ່ວຍພັດທະນາຫຼາຍຂະແໜງການຢູ່ບັນດາແຂວງທາງຜ່ານ ລວມເຖິງແຂວງຫົວພັນອີກດ້ວຍ.

ShareTweetShare
Next Post
ໃຜ FC ສາວພອນຫ້າມພາດ..! ເສື້ອປີໃຫມ່ລາວສາວພອນມາຂາຍໂຕ50ພັນ

ໃຜ FC ສາວພອນຫ້າມພາດ..! ເສື້ອປີໃຫມ່ລາວສາວພອນມາຂາຍໂຕ50ພັນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...