ການບົ່ມກ້ວຍໃຫ້ສຸກ ໃຫ້ໄດ້ສີສວຍງາມຄວນບົ່ມໃຫ້ສຸກພໍດີບໍ່ສຸກຫຼາຍເກີນໄປຫຼືໜ່ອຍເກີນໄປ ຈະເຮັດໃຫ້ກ້ວຍມີສີເຫຼືອງສົດແລະເບິ່ງສວຍງາມ ແຕ່ໃນປະຈຸບັນການບົ່ມກ້ວຍມີຫຼາຍວິທີ ທີ່ຈະເຮັ່ງໃຫ້ກ້ວຍສຸກໄວຂື້ນແລະສີຜີວສວຍງາມເປັນຕາກິນຍີ່ງຂື້ນ

ມື້ນີ້ພວກເຮົາມີຄວາມຮູ້ແນະນຳວິທີການບົ່ມກ້ວຍແບບໃໝ່ໄປເບິ່ງພ້ອມກັນເລີຍ :
ການບົ່ມກ້ວຍດ້ວຍຖ່ານຫີນ
1.ນຳກ້ວຍມາລ້າງໃຫ້ສະອາດ(ປະໄວ້ 1 ຄືນ)
2.ປະໄວ້ໃຫ້ສະດັດນ້ຳແລ້ວແຂວນໄວ
3.ນຳເຈ້ຍກະດາດໜັງສືພີມເກົ່າຫໍ່ຖ່ານຫີນຂະໜາດນ້ອຍປະມານທໍ່ຫົວແມ່ມືຫໍ່ເຈ້ຍກະດາດຫຼາຍໆຊັ້ນພໍປະມານ
4.ນຳຖ່ານຫີນທີ່ຫໍ່ມາໃສ່ຕາມຊ່ອງຫວີ 1 ເຄືອ ປະມານ 1 ຈຸດ
5.ຈາກນັ້ນໃຊ້ກະດາດເຈ້ຍໜັງສືພີມຫໍ່ກ້ວຍທັ້ງເຄືອປະມານ 2-3 ຊັ້ນ
6.ໃຊ້ກະສອບເປົາສວມອີກ 1 ຊັ້ນ
7.ປະໄວ້ປະມານ 3 ຄືນ ເມື່ອແກະອອກມາກ້ວຍຈະເຫຼືອງສວຍງາມດີ
*ການບົ່ມກ້ວຍແບບສານລະລາຍ ເອທີຟອນ
ການໃຊ້ສານເອທີຟອນນັ້ນ ສາມາດເລືອກໂດຍພິຈາລະນາຈາກໄລຍະສຸກຂອງໝາກກ້ວຍທີ່ເກັບມາ ໂດຍນຳຫວີກ້ວຍຈຸ່ມລົງໃນນ້ຳຢາບົ່ມກ້ວຍ
ຫຼືອາດຈະໃຊ້ວິທີສີດພົ້ນໄປຍັງໝາກກ້ວຍກໍ່ໄດ້ ຈາກນັ້ນປະໄວ້ໃຫ້ແຫ່ງ ແລ້ວບັນຈຸລົງກ່ອງເກັບໄວ້ບ່ອນທີ່ມີອຸນຫະພູມ 14-20 ອົງສາ ຫຼືອຸນຫະພູມຫ້ອງກ້ວຍຈະສຸກພາຍໃນ 3 ວັນ ສີສັນກໍ່ສະໝ່ຳສະເໝີ

*ການບົ່ມກ້ວຍດ້ວຍຄວາມເຢັນ
ວິທີນີ້ອາດຈະຕ້ອງໃຊຫ້ອງແອທີ່ມີຄວາມເຢັນບໍ່ຕ່ຳກວ່າ 14 ອົງສາ ໃນການບົ່ມເພື່ອໃຫ້ກ້ວຍມີສີງາມເຫຼືອງ ວິທີນີ້ເໝາະກັບການບົ່ມກ້ວຍຫອມເພາະເປັນກ້ວຍຂໜວທີ່ຈະສຸກຍາກກວ່າສາຍພັນອື້ນໆ
*ການບົ່ມກ້ວຍໃນໂອ່ງດ້ວຍຄວັນທູບ
ກ່ອນອື້ນກຽມໂອ່ງຂະໜາດພໍດີ ຈາກນັ້ນເອົາໝາກກ້ວຍເປັນຫວີຫຼືເປັນໜ່ວຍຕາມຄວາມຕ້ອງການລົງວ່າງໃນໂອ່ງໂດຍເວັ້ນເຄິ່ງການແລ້ວຈູດທູບປັກໄວ້ເຄີ່ງກາງໃນໂອ່ງປິດຝາໄວ້ປະມານ 2-3 ວັນກ້ວຍທີ່ໄດ້ຈະສຸກພໍດີ
*ການບົ່ມກ້ວຍດ້ວຍຖົງເຈ້ຍກະດາດ
ນຳກະເຈ້ຍກະດາດຫຼືຖົງກະດາດໃຊ້ຫໍ່ ຈາກນັ້ນນຳແອັບເປີ້ນຫຼືໝາກເຫຼັ່ນທີ່ສຸກພໍເໝາະສົມໃສ່ເຂົ້າໄປປິດໃຫ້ແຈບ ວາງໄວ້ໃນອຸນຫະພູມທີ່ສູງແລະໝັ້ນເປີດທຸກໆ 12 ຊົ່ວໂມງ
ປະມານ 1-2 ວັນກ້ວຍກໍ່ຈະສຸກພ້ອມຮັບປະທານວິທີທີ່ນຳສະເໜີພຽງເປັນວິທີໜຶ່ງທີ່ນຳໄປໃຊ້ ແລະຍັງມີອີກຫຼາຍວິທີທີ່ສາມາດບົ່ມກ້ວຍຜູ້ທີ່ສົນໃຈສາມາດນຳໄປສຶກສາແລະປະຕິບັດຕາມໄດ້
Discussion about this post