ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນຈັນ 6, ເດືອນກຸມພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ສຸດແສນລັນທົດ ສາມີຖິ້ມ ແມ່ລູກດົກຊີວິດລັນທົດ ຕ້ອງດູແລລູກ 38 ຊີວິດພຽງລຳພັງ

ກຂຄ ລາວ by ກຂຄ ລາວ
ເດືອນເມສາ 4, 2022
in ຂ່າວຕ່າງປະເທດ
0
Home ຂ່າວຕ່າງປະເທດ

ການທີ່ຜູ້ຍິງຄົນໜຶ່ງຈະມີລູກແຝດນັ້ນບໍ່ແມ່ນເລື່ອງງ່າຍ ບໍ່ວ່າຈະດ້ວຍຄວາມບັງເອີນຕາມທຳມະຊາດ ຫຼືການເຮັດເດັກຫຼອດແກ້ວກໍ່ຕາມ ແລະການທີ່ຜູ້ຍິງຄົນໜຶ່ງຈະມີລູກແຝດຊ້ຳກໍ່ຄົງບໍ່ໄດ້ເກີດຂຶ້ນຕະຫຼອດ ແຕ່ສຳຫຼັບໄວ 39 ປີ ທີ່ຊື່ ມາລຽມ ນາບາທັນຊີ ນັ້ນ ການມີລູກແຝດມັນເບິ່ງເໝືອນເປັນເລື່ອງປົກກະຕິທີ່ເກີດຂຶ້ນກັບລາວ ເພາະແມ່ລູກດົກຄົນນີ້ໃຫ້ກຳເນີດລູກແຝດຕິດຕໍ່ກັນຫຼາຍຄັ້ງ ບໍ່ແມ່ນແຕ່ຄັ້ງສອງຄັ້ງ ແຕ່ລາວມີລູກລວມກັນທັງໝົດເຖິງ 44 ຄົນ

ມາລຽມອາໄສຢູ່ໃນໝູ່ບ້ານນ້ອຍໆ ທີ່ອ້ອມຮອບດ້ວຍໄຮ່ກາແຟ ທາງຕອນເໜືອຂອງກຸງກຳປາລາ ເມືອງຫຼວງຂອງຍູກັນດາ ລາວເກີດຢູ່ໃນຄອບຄົວທີ່ຍາກຈົນຫຼາຍ ແມ່ຖິ້ມຄອບຄົວໄປຕັ້ງແຕ່ທີ່ລາວຍັງເປັນເດັກທາລົກເມື່ອມາລຽມໃຫຍ່ຂຶ້ນ ລາວຕ້ອງແຕ່ງງານແຕ່ຕອນອາຍຸ 12 ປີ ແລະ ຕັ້ງຄັນບໍ່ດົນ ຫຼັງຈາກນັ້ນ ເມື່ອເວລາຜ່ານໄປ 9 ເດືອນ ມາລຽມກໍ່ເກີດລູກອອກມາເປັນຝາແຝດ

ຫຼັງຈາກເກີດລູກຄັ້ງແລກ ມາລຽມກໍ່ເດີນທາງໄປພົບແພດເພື່ອກວດຮ່າງກາຍ ແລະ ໃນຕອນນັ້ນເອງ ແພດບອກລາວວ່າໝົດລູກຂອງລາວມີຂະໜາດໃຫຍ່ຫຼາຍ ພ້ອມກັບເຕືອນວ່າການກິນຢາຄຸມເນີດສາມາດສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ຮ່າງກາຍຂອງລາວຕາມປົກກະຕິແລ້ວ ຄົນອາຟິກາມັກຈະມີລູກຫຼາຍ ສະເລ່ຍແລ້ວປະມານ 5 ຄົນຕໍ່ຄອບຄົວ ແຕ່ກໍລະນີຂອງມາລຽມນັບວ່າແຕກຕ່າງໄປຈາກປົກກະຕິຫຼາຍເທົ່າຕົວ

ເພາະຫຼັງຈາກທີ່ເກີດລູກແຝດຄັ້ງແລກມາລຽມກໍ່ຕັ້ງຄັນອີກ ແລະລູກກໍ່ເພີ່ມຫຼາຍຂຶ້ນເລື້ອຍໆ ອີກທັງຍັງເປັນລູກແຝດທັງໝົດມາລຽມຕັ້ງຄັນມາແລ້ວ 15 ຄັ້ງ ເປັນແຝດສອງ 6 ຄັ້ງ ແຝດສາມ 4 ຄັ້ງ ແລະຄັ້ງແຝດສີ່ອີກ 5 ຄັ້ງ ລວມຈຳນວນລູກທັງໝົດ 44 ຄົນ ແຕ່ເຫຼືອມີຊີວິດລອດມາເຖິງປັດຈຸບັນ 38 ຄົນ

ການມີລູກຈຳນວນຫຼາຍເຖິງ 38 ຄົນ ໄດ້ສົ່ງຜົນກະທົບຕໍ່ຊີວິດຂອງມາລຽມເປັນຢ່າງຍິ່ງ ແລະທີ່ແຍ້ໄປກ່ວານັ້ນກໍ່ຄື ສາມີຂອງລາວແທບບໍ່ເຄີຍຫຼຽວແລຄອບຄົວ ຈົນກະທັ່ງລ່າສຸດ ເຂົາກໍ່ໄດ້ຖິ້ມມາລຽມໄປ ແລະ ບໍ່ກັບມາອີກ ປ່ອຍໃຫ້ລາວລ້ຽງເບິ່ງລູກທັງໝົດຕາມລຳພັງ ໂດຍທັງ 39 ຊີວິດອາໄສຢູ່ນຳກັນເທິງທີ່ດິນຂອງຄອບຄົວກະຈາຍກັນນອນໃນເຮືອນປູນນ້ອຍໆ 4 ຫຼັງ

ດ້ວຍຄວາມທີ່ສະຖານະຄອບຄົວລຳບາກຫຼາຍ ມາລຽມຈຶ່ງຕ້ອງເຮັດທຸກຢ່າງເທົ່າທີ່ສອງມືຂອງລາວເຮັດໄດ້ ເພື່ອຫາເງິນລ້ຽງດູປາກທ້ອງຂອງຄອບຄົວ ເງິນທີ່ໄດ້ມາທັງໝົດກໍ່ຕ້ອງແບ່ງສັນປັນສ່ວນໃຊ້ ທັງເປັນຄ່າອາຫານ ຄ່າຮັກສາພະຍາບານ ຄ່າເສື້ອຜ້າ ລວມທັງຄ່າເທີມຂອງເດັກເຊິ່ງກໍ່ບໍ່ພໍເຫຼືອໃຊ້

ຢ່າງໃດກໍ່ຕາມ ໂຊກດີຂອງມາລຽມທີ່ລູກໆຫຼາຍຄົນຂອງລາວເປັນເດັກດີ ທັງຊ່ວຍເຮັດວຽກເຮືອນ ຊ່ວຍຫາເງິນ ແລະຄົນທີ່ໃຫຍ່ແລ້ວກໍ່ຊ່ວຍດູແລນ້ອງໆ ເຖິງແມ່ນວ່າ ອີວານ ອິບູກາ ລູກຊາຍກົກ ໄວ 23 ປີ ຈະຕ້ອງລາອອກຈາກໂຮງຮຽນກາງຄັນເພາະຄອບຄົວບໍ່ມີເງິນສົ່ງ ແຕ່ນ້ອງໆຂອງເຂົາກໍ່ຕັ້ງໃຈຮຽນບາງຄົນຕັ້ງຮຽນຫຼາຍ ຈົບການສຶກສາດ້ວຍຜົນການຮຽນທີ່ດີແລະໄດ້ຫຼຽນທອງເປັນກຽດ ມາລຽມກໍ່ແຂວນພາບແຫ່ງຄວາມພາກພູມໃຈນັ້ນໄວ້ກາງຝາຜະໜັງເຮືອນນ້ອຍໆຂອງລາວ

ShareTweetShare
Next Post
ຈາກເຫດປະກາດຕາມຫາໃນມື້ກ່ອນ ຕອນນີ້ພົບນ້ອງ ນຳ້ຕານ ແລ້ວໄດ້ເສຍຊີວິດແລ້ວ

ຈາກເຫດປະກາດຕາມຫາໃນມື້ກ່ອນ ຕອນນີ້ພົບນ້ອງ ນຳ້ຕານ ແລ້ວໄດ້ເສຍຊີວິດແລ້ວ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ແຊັດລັບແຊັດຫຼຸດ ຄູບາ Ft. ແມ່ອອກ ຄົນທີ່ເອີ້ນຕົນເອງວ່າ ຢູ່ໃນສິນກິນໃນທຳ

    0 shares
    Share 0 Tweet 0
  • ສຸດທ້າຍກະໄປບໍ່ລອດ ເຈົ້າໜ້າທີ່ຈັບແກ້ງປອມແປງເອກະສານ

    0 shares
    Share 0 Tweet 0
  • ອັບເດດຂ່າວ! ເຫດວິສາມັນຄົນຮ້າຍລັກຊັບ ຢູ່ໜ້າຕະຫຼາດເຊົ້າ

    455 shares
    Share 455 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...