ໃນຕອນແລງຂອງວັນທີ 4 ເມສາ 2022 ນີ້, ຢູ່ສໍານັກງານສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ດິ່ງ ຕຽນ ຢູງ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກນະຄອນຫລວງຮ່າໂນ້ຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນຫຼວງວຽງຈັນ ແຕ່ວັນທີ 3-5 ເມສາ 2022.
ໃນການພົບປະສົນທະນາ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ຕ້ອນຮັບ ສະຫາຍ ດິ່ງ ຕຽນ ຢູງ ແລະ ຕີລາຄາສູງຕໍ່ການທີ່ສະຫາຍເລືອກມາຢ້ຽມຢາມ ສປປ ລາວ ເປັນປະເທດທໍາອິດ ພາຍຫລັງທີ່ໄດ້ຮັບເລືອກຕັ້ງເປັນ ເລຂາຄະນະພັກ ນະຄອນຫລວງຮ່າໂນ້ຍ ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມເອົາໃຈ ໃສ່ເປັນພິເສດ ແລະ ການໃຫ້ຄວາມສໍາຄັນຂອງ ພັກ, ລັດ ຫວຽດນາມ ກໍຄື ນະຄອນ ຫລວງຮ່າໂນ້ຍ ທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ແລະ ໄດ້ນໍາເອົາໄມຕີຈິດມິດຕະພາບອັນດູດດື່ມ,

ຄວາມສາມັກຄີຮັກແພງອັນສະໜິດສະໜົມຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ໂດຍສະເພາະແມ່ນຂອງ ຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນນະຄອນຫລວງຮ່າໂນ້ຍ ມາຍັງ ພັກ, ລັດ ແລະ ປະຊາຊົນລາວ ໂດຍສະເພາະ ນະຄອນຫລວງວຽງຈັນ, ສິ່ງດັ່ງກ່າວເປັນການໃຫ້ກໍາລັງໃຈແກ່ ພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ ໃນການແກ້ໄຂສະພາບຄວາມຫຍຸ້ງຍາກທີ່ ສປປ ລາວ ກໍາລັງປະເຊີນໜ້າໃນປະຈຸບັນ,
ທັງເປັນການປະ ກອບສ່ວນເຂົ້າໃນບັນຍາກາດແຫ່ງການ ສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃນປີນີ້. ພ້ອມນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສໍາເລັດໃນດ້ານຕ່າງໆທີ່ ຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນນະຄອນຫລວງຮ່າໂນ້ຍ ຍາດມາໄດ້ຕະຫລອດໄລຍະທີ່ຜ່ານມາ
ໂດຍສະເພາະຜົນສໍາເລັດຂອງການຮ່ວມມືສອງຝ່າຍ ກໍຄື ຜົນສໍາເລັດຂອງການພົບປະ ລະຫວ່າງ ຄະນະພັກ ຂອງສອງນະຄອນຫລວງ ເຊິ່ງສອງຝ່າຍຕ່າງກໍໄດ້ຢືນຢັນ ທີ່ຈະພ້ອມກັນ ສືບຕໍ່ເສີມຂະຫຍາຍ ແລະ ປົກປັກຮັກສາສາຍພົວພັນພິເສດທີ່ຫາຍາກ ລະຫວ່າງສອງປະເທດ ລາວ-ຫວຽດນາມ ໂດຍສະເພາະແມ່ນ ການຍູ້ແຮງການພົວພັນຮ່ວມມືສອງຝ່າຍໃນດ້ານການເມືອງ, ການປົກຄອງ, ການຕ່າງປະ ເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ, ການລົງທຶນ, ພັດທະ ນາພື້ນຖານໂຄງລ່າງ, ຊັບພະຍາກອນມະນຸດ, ວັດທະນະທໍາ-ສັງຄົມແລະ ອື່ນໆ
ເຊິ່ງຈະເປັນການປະກອບສ່ວນສໍາຄັນ ເຮັດໃຫ້ຂໍ້ຕົກລົງລະຫວ່າງການນໍາຂັ້ນສູງຂອງສອງພັກ ກໍຄື ສອງລັດຖະບານ ລາວ-ຫວຽດນາມ ໄດ້ຮັບການຈັດຕັ້ງຜັນຂະຫຍາຍ ໃຫ້ນັບມື້ເຂົ້າສູ່ລວງເລິກ, ແທດຕົວຈິງ, ມີປະສິດທິຜົນສູງ ແລະ ນໍາເອົາຜົນປະໂຫຍດທີ່ແທ້ຈິງມາສູ່ປະຊາຊົນສອງປະເທດ; ຕາງໜ້າໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົາ ສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງຕໍ່ ພັກ, ລັດ ແລະ ປະຊາຊົນຫວຽດ ນາມອ້າຍນ້ອງ ໂດຍສະເພາະ ປະຊາຊົນນະຄອນຫລວງຮ່າໂນ້ຍ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫລືອອັນໃຫຍ່ຫລວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ
ຕະຫລອດໄລຍະແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດໃນເມື່ອກ່ອນ ກໍຄື ໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປະຈຸບັນ; ເຊື່ອໝັ້ນວ່າ, ພາຍໃຕ້ການນໍາພາອັນສະຫລາດສ່ອງໃສ, ຖືກຕ້ອງ ແລະ ມີຫົວ ຄິດປະດິດສ້າງຂອງ ພັກກອມມູນິດຫວຽດນາມ ໂດຍມີ ສະຫາຍເລຂາທິການໃຫຍ່ ຫງວຽນຟູຈ້ອງ ເປັນຜູ້ນໍາໜ້ານັ້ນ, ປະຊາຊົນຫວຽດນາມ ອ້າຍນ້ອງ ກໍຄື ຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນນະຄອນຫລວງຮ່າໂນ້ຍ ຈະສາມາດຍາດໄດ້ຜົນສໍາເລັດອັນສໍາຄັນ ແລະ ໃຫຍ່ຫລວງກວ່າເກົ່າ ໃນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ແລະ ມະຕິກອງປະຊຸມໃຫຍ່ ອົງຄະນະພັກ ຄັ້ງທີ XVII ຂອງນະຄອນຫລວງຮ່າໂນ້ຍ ໄດ້ຢ່າງມີໄຊ, ປະກອບສ່ວນອັນສໍາຄັນເຂົ້າໃນຜົນສໍາເລັດລວມຂອງ ສສ ຫວຽດນາມ ໃນການຫັນປະເທດໃຫ້ເປັນປະເທດອຸດສາຫະກຳ ຕາມທິດທັນສະໄໝ ແລະ ບັນລຸເປົ້າໝາຍເຮັດໃຫ້ປະຊາຊົນຮັ່ງມີຜາສຸກ,
ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
ໃນໂອກາດດັ່ງກ່າວ, ສະຫາຍ ສະຫາຍ ດິ່ງ ຕຽນ ຢູງ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະໜິດສະໜົມ ຖານມິດສະຫາຍອ້າຍນ້ອງ ຈາກສະຫາຍເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ແລະ ບັນດາການນໍາຂັ້ນສູງຂອງ ພັກ, ລັດລາວ.

ພ້ອມທັງໄດ້ແຈ້ງໃຫ້ຊາບ ບາງສະພາບການພົ້ນເດັ່ນ ທາງດ້ານການ ເມືອງ, ການພັດທະນາເສດຖະກິດ-ສັງຄົມ, ການຮັບມືກັບພະຍາດໂຄວິດ-19 ຢູ່ ຫວຽດ ນາມ ກໍຄື ຢູ່ນະຄອນຫລວງຮ່າໂນ້ຍ, ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກໍຄື ນະຄອນຫລວງວຽງຈັນ ກັບນະຄອນຫລວງຮ່າໂນ້ຍ ໃນໄລຍະຜ່ານມາ ແລະ ປະຈຸບັນ, ຊົມເຊີຍບັນດາຜົນສໍາເລັດໃນດ້ານຕ່າງໆ ທີ່ ພັກ, ລັດ ແລະ ປະຊາຊົນລາວ ກໍຄື ນະຄອນຫລວງວຽງຈັນ ຍາດມາໄດ້ໃນການສ້າງສາ, ພັດທະນາເສດຖະກິດ-ສັງຄົມ, ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດລາວ, ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 9, ການຮັບມືກັບການແພ່ລະບາດຂອງພະຍາດ ໂຄວິດ-19,
ພ້ອມທັງໄດ້ລາຍງານໂດຍຫຍໍ້ຜົນຂອງການເຄື່ອນໄຫວຢ້ຽມາມ ແລະ ການພົບປະສອງຝ່າຍ ລະຫວ່າງ ຄະນະພັກນະຄອນຫລວງຮ່າໂນ້ຍ ແລະ ຄະນະພັກນະຄອນຫລວງວຽງຈັນ ເຊິ່ງສອງຝ່າຍໄດ້ຮ່ວມກັນ ຕີລາຄາຜົນຂອງການຮ່ວມມືໃນໄລຍະຜ່ານມາ, ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ ແລະ ຮ່ວມກັນຈັດກິດຈະກຳເຄື່ອນໄຫວເພື່ອສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃນປີນີ້.
ພາບ: ຂັນໄຊ
Discussion about this post