ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 5, ເດືອນກຸມພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ສະຫວັນນະເຂດ ຈັດພິທີແຫ່ ຮູບປັ້ນຫຼໍ່ ພໍ່ກະດວດໄປປະດິດສະຖານໄວ້ທີ່ອະນຸສາວະລີ

ກຂຄ ລາວ by ກຂຄ ລາວ
ເດືອນເມສາ 4, 2022
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ພາຍຫຼັງທີ່ຈັດພິທີ່ແຫ່ ຮູບປັ້ນຫຼໍ່ ພໍ່ກະດວດມາຈາກ ນະຄອນຫຼວງ ວຽງຈັນ ມາຮອດແຂວງ ສະຫວັນນະເຂດໃນຕອນແລງ ຂອງວັນທີ 2 ມີນາ 2022 ແລະພັກແຮມຢູ່ທີ່ ເດີ່ນຫ້ອງວ່າການປົກຄອງແຂວງ ເປັນເວລາ 1ຄືນ ,ມາໃນຕອນເຊົ້າວັນທີ 3 ມີນາ ກໍ່ໄດ້ຈັດພິທີ່ແຫ່ ຮູບປັ້ນຫຼໍ່ຂອງພໍ່ກະດວດ ອອກຈາກຫ້ອງວ່າການ ປົກຄອງແຂວງ ເພື່ອນໍາໄປປະດິດສະຖານໄວ້ ທີ່ອະນຸສາວະລີຂອງເພິ່ນ ຢູ່ວົງວຽນຕໍ່ໜ້າໂຮງໝໍແຂວງ ສະຫວັນນະເຂດ

ປະຊາຊົນຊາວແຂວງສະຫວັນນະເຂດ ຈັດພິທີແຫ່ ຮູບປັ້ນຫຼໍ່ ພໍ່ກະດວດໄປປະດິດສະຖານໄວ້ທີ່ອະນຸສາວະລີ ດ້ວຍບັນຍາກາດອັນຄຶກຄື້ນ

ພາຍຫຼັງທີ່ຈັດພິທີ່ແຫ່ ຮູບປັ້ນຫຼໍ່ ພໍ່ກະດວດມາຈາກ ນະຄອນຫຼວງ ວຽງຈັນ ມາຮອດແຂວງ ສະຫວັນນະເຂດໃນຕອນແລງ ຂອງວັນທີ 2 ມີນາ 2022 ແລະພັກແຮມຢູ່ທີ່ ເດີ່ນຫ້ອງວ່າການປົກຄອງແຂວງ ເປັນເວລາ 1ຄືນ ,ມາໃນຕອນເຊົ້າວັນທີ 3 ມີນາ ກໍ່ໄດ້ຈັດພິທີ່ແຫ່ ຮູບປັ້ນຫຼໍ່ຂອງພໍ່ກະດວດ ອອກຈາກຫ້ອງວ່າການ ປົກຄອງແຂວງ ເພື່ອນໍາໄປປະດິດສະຖານໄວ້ ທີ່ອະນຸສາວະລີຂອງເພິ່ນ ຢູ່ວົງວຽນຕໍ່ໜ້າໂຮງໝໍແຂວງ ສະຫວັນນະເຂດ

ຢ່າງເປັນທາງການດ້ວຍບັນຍາກາດ ອັນຄຶກຄື້ນ ໂດຍມີພຣະເຖຣາ ນຸເຖຣະ,ມີ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ,ທ່ານ ສັນຕິພາບພົມວິຫານ ເຈົ້າແຂວງສະຫວັນນະເຂດ,ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ,ມີທ່ານເຈົ້າຄອງນະຄອນຫຼວງວຽງຈັນ,ທ່ານເຈົ້າແຂວງສາລະວັນ,ການນຳຈາກສູນກາງ,ອຳນາດການປົກຄອງແຂວງ,ອະດີດການນໍາຂັ້ນສູງກາງ,ຂັ້ນແຂວງ ແລະກ້ອນກໍາລັງຈາກບັນດາເມືອງ,ພະນັກງານຈາກພະແນກການ

-ກົມກອງຕ່າງໆ,ກ້ອນກໍາລັງຂອງທະຫານ,ຕໍາຫຼວດ,ນັກຮຽນນັກສຶກສາ,ພໍ່ຄ້າຊາວຂາຍ ພ້ອມດ້ວຍມວນຊົນຊາວນະຄອນໄກສອນ ພົມວິຫານ ກໍ່ຄືແຂວງສະຫວັນນະເຂດ ໃຫ້ການຕ້ອນຮັບຢ່າງ ຄັບຄາ ໜາແໜ້ນ ແລະ ເປັນຂະບວນຟົດຟື້ນ.

ເຊິ່ງຂະບວນແຫ່ໄດ້ເລີ່ມຕົ້ນອອກຈາກຫ້ອງວ່າການປົກຄອງແຂວງ ໃນເວລາ 8 ໂມງ ແລະເຄື່ອນອອກມາໃສ່ ວົງວຽນອາຊຽນ ມາຕາມຖະໜົນໄກສອນ (A1) ມາຫາວົງວຽນກະບອງໃຫຍ່,ລົງມາຕາມເສັ້ນທາງພໍ່ກະດວດ ໄປຮອດອະນຸສາວະລີ ຕໍ່ໜ້າໂຮງໝໍແຂວງ ລວມໄລຍະທາງ ປະມານ 4 ກິໂລແມັດ ໃຊ້ເວລາ ເກືອບ 3 ຊົ່ວໂມງ,ໂດຍໃນເສັ້ນທາງທີ່ຂະບວນແຫ່ຜ່ານໄປ ກໍ່ໄດ້ມີມວນຊົນ ໃຫ້ການຕ້ອນຮັບ ເພື່ອເຄົາລົບບູຊາ ແລະຖວາຍ ດ້ວຍດອກໄມ້,ທູບທຽນ,ຂັນໝາກເບັງ,ຕົ້ນກາລະພຶກ ແລະວັດຖຸປັດໃຈຕ່າງໆ,ນອກຈາກນັ້ນຢູ່ຕໍ່ໜ້າງານ ຍັງໄດ້ມີຂະບວນຟ້ອນ,ຂະບວນແຫ່ ຈາກເມືອງ ແລະກຸ່ມບ້ານ ພາຍໃນເທສະບານ ນະຄອນໄກສອນພົມວິຫານ ດ້ວຍຄວາມມ່ວນຊື່ນດີໃຈ ທີ່ໄດ້ອັງເຊີນຮູບປັ້ນຫຼໍ່ພໍ່ກະດວດ ທີ່ເປັນບັນພະບຸລຸດຂອງຊາດລາວ ຊາວແຂວງສະຫວັນນະເຂດ

ກັບຄືສູ່ມາຕຸພູມມາປະດິດສະຖານໄວ້ ຢູ່ບ້ານເກີດເມືອງນອນ.
ໃນພິທີຄັ້ງນີ້ ທ່ານ ບຸນສະໜອງ ສີຫາລາດ ຫົວໜ້າກົມວິຈິດສິນ ກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວມອບໂຄງການ ອານຸສາວະລີຮູບຈຳລອງພໍ່ກະດວດຢ່າງເປັນທາງການວ່າ: ການກໍ່ສ້າງອານຸສາວະລີຮູບຈຳລອງພໍ່ກະດວດ ເປັນການຈາລຶກບຸນຄຸນ,ຄຸນງາມຄວາມດີໃນການຕໍ່ສູ້ກັບລັດທິລ່າເມືອງຂຶ້ນຝຣັ່ງ

ເພິ່ນແມ່ນວິລະບູລຸດຜູ້ໜຶ່ງທີ່ມີນ້ຳໃຈຮັກຊາດ,ຮັກບ້ານເກີດເມືອງນອງ,ມີນ້ຳໃຈເສຍສະຫຼະຢ່າງສູງສົ່ງ,ບໍ່ຍອມຈຳນົນຕໍ່ສັດຕູ,ພໍ່ກະດວດເພິ່ນບໍ່ມັກຢູ່ໃຕ້ອຳນາດຂອງຝຣັ່ງ ເພິ່ນເຫັນປະເທດຊາດຖືກຮຸກຮານ ຢ່າງໂຫດຮ້າຍປ່າເຖື່ອນ ປະຊາຊົນຖືກກົດຂີ້ຂູດຮີດ,ຖືກຈັບກຸມຄຸມຂັງທໍລະມານ ຢ່າງບໍ່ມີຄວາມເປັນທຳ ຍ້ອນສາເຫດດັ່ງກ່າວນັ້ນ ເພິ່ນຈຶ່ງໄດ້ເຕົ້າໂຮມຄວາມສາມັກ,ນຳພາປະຊາຊົນລຸກຮື້ຂຶ້ນຕໍ່ສູ້ກັບພວກລ່າເມືອງຂຶ້ນຝຣັ່ງຢ່າງອົງອາດກ້າຫານ

ນັ້ນແມ່ນເຫດການປະຫວັດສາດທີ່ພວກເຮົາຄົນຮຸ່ນຫຼັງຕ້ອງຈາລຶກຄຸນງາມຄວາມດີໃນການຕໍ່ສູ້ກັບພວກລ່າເມືອງຂຶ້ນຝຣັ່ງ ເຖິງແມ່ນວ່າການຕໍ່ສູ້ຈະບໍ່ໄດ້ຮັບໄຊຊະນະກໍ່ຕາມ.
ໂອກາດດຽວກັນນີ້ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ມີຄຳເຫັນຕື່ມອີກວ່າ: ພໍ່ກະດວດເປັນຄົນມີວິຊາອາຄົມປິ່ນປົວຄົນເຈັບປ່ວຍໄດ້, ເພິ່ນຈຶ່ງໄດ້ເດີນທາງໄປຫຼາຍແຫ່ງ, ແຕ່ໄປບ່ອນໃດກໍ່ເຫັນແຕ່ປະຊາຊົນຖືກກົດຂີ່ຂູດຮີດດ້ວຍການເສຍຊ່ວຍ ແລະ ເປັນຂ້ອຍຂ້າຝລັ່ງ ນັບມື້ໜັກໜ່ວງຂື້ນເລື້ອຍໆ ເພິ່ນຈື່ງຊອກທຸກວິທີທາງເພື່ອປຸກລະດົມປະຊາຊົນລຸກຂຶ້ນຕໍ່ສູ້ຕ້ານການກົດຂີ່ຂູດຮີດ

ໃນສະໄໜລາວຕົກເປັນຫົວເມືອງຂື້ນຂອງສັດຕູຕ່າງດ້າວທີ່ເຂົ້າມາຮຸກຮານພໍ່ກະດວດແມ່ນນັກຕໍ່ສູ້ທີ່ພິລາດອາດຫານ, ແມ່ນຜູ້ໜຶ່ງທີ່ມີນໍ້າໃຈຮັກຊາດ ຮັກບ້ານເກີດເມືອງນອນ ມີນໍ້າໃຈເສຍສະຫລະຢ່າງສູງສົ່ງ ບໍ່ຍອມຈໍານົນຕໍ່ສັດຕູ.

ນີ້ແມ່ນເຫດການດ້ານປະຫວັດສາດທີ່ພວກເຮົາຄົນ ລຸ້ນຫຼັງ ຕ້ອງຈາລຶກຄຸນງາມຄວາມດີໃນວິລະກຳອັນລໍ້າເລີດຂອງເພີ່ນໄວ້. ດັ່ງນັ້ນ, ຈື່ງເກີດມີໂຄງການສ້າງອະນຸສາວະລີຮູບປັ້ນພໍ່ກະດວດຂື້ນ.
ຫຼັງຈາກນັ້ນກໍ່ໄດ້ ນໍາຮູບປັ້ນຫຼໍ່ຂອງ ທ່ານ ຂຶ້ນປະດິດສະຖານໄວ້ທີ່ ແຖ່ນຕັ້ງ ຢ່າງສະຫງ່າຜ່າເຜີຍ ພ້ອມທັງມີພິທີທາງສາສະໜາ ເພື່ອເປັນສິລິມຸງຄຸນ ແລະພິທີມອບຮັບ ຢ່າງເປັນທາງການ.

ShareTweetShare
Next Post
ບ້ານສັງເມືອງເຊບັ້ງໄຟພ້ອມໃຈກັນປູທາງເບຕົງພາຍໃນບ້ານ

ບ້ານສັງເມືອງເຊບັ້ງໄຟພ້ອມໃຈກັນປູທາງເບຕົງພາຍໃນບ້ານ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ແຊັດລັບແຊັດຫຼຸດ ຄູບາ Ft. ແມ່ອອກ ຄົນທີ່ເອີ້ນຕົນເອງວ່າ ຢູ່ໃນສິນກິນໃນທຳ

    0 shares
    Share 0 Tweet 0
  • ສຸດທ້າຍກະໄປບໍ່ລອດ ເຈົ້າໜ້າທີ່ຈັບແກ້ງປອມແປງເອກະສານ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...