ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 7, ເດືອນທັນວາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ບ້ານສັງເມືອງເຊບັ້ງໄຟພ້ອມໃຈກັນປູທາງເບຕົງພາຍໃນບ້ານ

ກຂຄ ລາວ by ກຂຄ ລາວ
ເດືອນເມສາ 4, 2022
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ເພື່ອເປັນການປັບປຸງພື້ນຖານໂຄງລ່າງຂອງບ້ານ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງເຊບັ້ງໄຟແຂວງຄໍາມ່ວນ ພ້ອມທັງເຮັດໃຫ້ການໄປມາຫາສູ່ພາຍໃນບ້ານມີຄວາມສະດວກສະບາຍຂຶ້ນຕື່ມ ດັ່ງນັ້ນໃນວັນທີ 29 ມີນາ 2022 ຜ່ານມານີ້ ການຈັດຕັ້ງບ້ານທຸກພາກສ່ວນ ພ້ອມດ້ວຍພໍ່-ແມ່ປະຊາຊົນພາຍໃນບ້ານສັງ

ໄດ້ ພ້ອມໃຈກັນສ້າງຂະບວນການປູເບຕົງທາງເຂົ້າວັດ ເຊິ່ງນຳໂດຍ ທ່ານ ວຽງໄຊ ອິນທິລາດ ນາຍບ້ານໆສັງ ພ້ອມດ້ວຍການຈັດຕັ້ງທຸກພາກສ່ວນ ແລະ ພໍ່-ແມ່ປະຊາຊົນພາຍໃນບ້ານ ເສັ້ນທາງດັ່ງກ່າວມີຄວາມຍາວ 50 ແມັດ, ກວ້າງ 04 ແມັດ ລວມມູນຄ່າ 12.000.000 ກວ່າກີບ ນໍາໃຊ້ປູນຈໍານວນ 8 ໂຕ່ນ, ແຮ່ 03 ລົດ, ຊາຍ 03 ລົດ

ໂດຍໃຊ້ແຮງງານຂອງປະຊາຊົນພາຍໃນບ້ານ ການກໍ່ສ້າງແມ່ນເລີ່ມໃນວັນທີ 29 ມີນາ 2022 ເປັນຕົ້ນມາ, ສໍາລັບວັດຖຸອຸປະກອນນໍາໃຊ້ເຂົ້າໃນການກໍ່ສ້າງ ແມ່ນໄດ້ລະດົມນໍາພໍ່ແມ່ປະຊາຊົນພາຍໃນບ້ານ, ນັກທຸລະກິດ ແລະ ບໍລິສັດຫ້າງຮ້ານ.

ໃນວັນດຽວກັນ ການນຳເມືອງ ເຊິ່ງນຳໂດຍ ທ່ານ ທອງໄຊ ມັງໜໍ່ເມກ ເຈົ້າເມືອງໆເຊບັ້ງໄຟ, ທ່ານ ບຸນທັນ ພິມພົມມາ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມການກໍ່ສ້າງເສັ້ນທາງດັ່ງກ່າວ ພ້ອມທັງມອບປູນຈໍານວນ 1 ໂຕ່ນ ມູນຄ່າ 600.000 ກີບ ເພື່ອປະກອບສ່ວນເຂົ້າໃນການກໍ່ສ້າງ ສຳລັບແຜນຕໍ່ໜ້າ ທາງບ້ານແມ່ນຈະໄດ້ສືບຕໍ່ສ້າງຄວາມຍາວໃຫ້ໄດ້ 200 ແມັດ.

ShareTweetShare
Next Post
ຜູ້ອຳນວຍການສະບຽງອາຫານ ຂໍຢືນຢັນວ່າ ຈະບໍ່ໃຫ້ຂຶ້ນລາຄາຊີ້ນໝູ ໃນໄລຍະບຸນປີໃໝ່ລາວ

ຜູ້ອຳນວຍການສະບຽງອາຫານ ຂໍຢືນຢັນວ່າ ຈະບໍ່ໃຫ້ຂຶ້ນລາຄາຊີ້ນໝູ ໃນໄລຍະບຸນປີໃໝ່ລາວ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ແບບນີ້ກໍ່ມີນໍ… ລ້ານ5 ເສຍສະລະແຟນ

    0 shares
    Share 0 Tweet 0
  • ຫມາກເປົ້າ ເປັນຢາປວດລິດຊິດວງ ດີແທ້ໆເດີພີ່ນ້ອງ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...