ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນຈັນ 20, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ສະຫວັນນະເຂດ ຮ່ວມກັບ WCS ປະຈໍາ ສປປ ລາວ ຈັດພິທີປ່ອຍແຂ້ນ້ອຍພັນພື້ນເມືອງລາວຄືນສູ່ທໍາມະຊາດ

ກຂຄ ລາວ by ກຂຄ ລາວ
ເດືອນມີນາ 30, 2022
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ແຂວງສະຫວັນນະເຂດ ຕາງໜ້າໂດຍພະແນກກະສິກໍາ ແລະ ປ່າໄມ້ແຂວງ ຮ່ວມກັບອົງການອະນຸລັກສັດປ່າ (WCS) ຈັດພິທີປ່ອຍແຂ້ນ້ອຍພັນພື້ນເມືອງລາວຄືນສູ່ທໍາມະຊາດ ຢູ່ບ້ານຕານສຸມ, ເມືອງຈໍາພອນ ໃນວັນທີ 30 ມິນາ 2022 ໂດຍມີ ທ່ານ ຊູຊາດ ໄຊຍະກຸມມານ, ຫົວໜ້າກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ຄໍາຈັນ ສີດາວົງ, ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງສະຫວັນນະເຂດ,

ພ້ອມດ້ວຍຫົວໜ້າອົງການອະນຸລັກສັດປ່າ ປະຈຳ ສປປ ລາວ, ຜູ້ຕາງໜ້າອົງການປົກຄອງ 4 ເມືອງເປົ້າໝາຍໂຄງການອະນຸລັກຊີວະນາໆ ພັນທີ່ສໍາຄັນໃນບໍລິເວນນໍ້າແບບມີສ່ວນຮ່ວມຂອງຊຸມຊົນ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ແຂ້ນ້ອຍທີ່ນໍາມາປ່ອຍໃນຄັ້ງນີ້ ເປັນແຂ້ນ້ອຍພັນພື້ນເມືອງລາວ ຈໍານວນ 47 ໂຕ ໂດຍປ່ອຍໃສ່ອ່າງຈຽວທີ່ນອນຢູ່ໃນຂອບເຂດຈຸດສະຫງວນພາຍໃນເຊຈໍາພອນ ເພື່ອອະນຸລັກແຂ້.

ທ່ານ ຊູຊາດ ໄຊຍະກຸມມານ ໃຫ້ຮູ້ວ່າ: ຍ້ອນຊີວະນາໆ ພັນຂອງ ສປປ ລາວ ນັບມື້ຖືກໄພຂົ່ມຂູ່ ເປັນຕົ້ນ: ພື້ນທີ່ປ່າໄມ້ຫຼຸດລົງ, ຖິ່ນຢູ່ອາໃສສັດປ່າຖືກທໍາລາຍ ແລະ ສະ ຖານະພາບ ຂອງແມ່ນໍ້າ, ຫ້ວຍ, ຮ່ອງ, ຄອງບຶງ ແລະ ດິນບໍລິ ເວນນໍ້າເຊື່ອມໂຊມ ເນື່ອງຈາກພົນລະເມືອງຂອງປະຊາຊົນໃນທ້ອງຖິ່ນນັບມື້ນັບເພີ່ມຂຶ້ນ ເຮັດໃຫ້ມີຄວາມຕ້ອງການພື້ນທີ່ກະສິກໍາ ແລະ ຊົມໃຊ້ຊັບພະຍາກອນດັ່ງກ່າວຫຼາຍຂຶ້ນເລື້ອຍໆ ແຕ່ຂາດການວາງແຜນນໍາໃຊ້ແບບຍືນຍົງ, ດັ່ງນັ້ນ, ໃນວັນທີ 24 ກຸມພາ 2020 ລັດຖະບານ

ໄດ້ຮັບຮອງເອົາໂຄງການອະນຸລັກຊີວະນາໆ ພັນທີ່ສໍາຄັນໃນບໍລິເວນນໍ້າແບບມີສ່ວນຮ່ວມຂອງຊຸມຊົນໃນ 4 ເມືອງເປົ້າໝາຍຂອງແຂວງສະຫວນນະເຂດ ຄື: ຈໍາພອນ, ໄຊບູລີ, ຊົນບູລີ ແລະ ສອງຄອນ ເຊີ່ງຈັດຕັ້ງປະຕິບັດໂດຍພະແນກກະສິກໍາ ແລະ ປ່າໄມ້ແຂວງສະຫວັນນະເຂດ ຮ່ວມກັບ WCS ເປັນເວລາ 5 ປີ ໂດຍໄດ້ຮັບການສະໜັບສະໜູນຈາກສະຫະພາບເອີຣົບ (EU), ອົງການພັດທະນາແຫ່ງປະເທດຝລັ່ງ (AFD)

ແລະ ມູນນິທິມາກະເລັດ ຄາຣກິວ (MACP) ທັງໝົດ 1.213.826 ໂດລາສະຫະລັດ. ຜ່ານການຈັດຕັ້ງປະຕິບັດວຽກງານມາຮອດປັດຈຸບັນ ໄດ້ປະສົບຜົນສໍາເລັດວຽກງານໂດຍພື້ນຖານ ຄື: ໄດ້ດໍາເນີນການສໍາຫຼວດຊະນິດພັນ, ຈໍານວນປະຊາ ກອນ, ສາຍພັນ ແລະ ການຂະ ຫຍາຍພັນໃນປີ 2019

ທາງທິມງານຂອງອົງການອະນຸລັກສັດປ່າຮ່ວມກັບອົງການປົກ ຄອງທ້ອງຖິ່ນ ໄດ້ດໍາເນີນການສໍາຫຼວດຊອກຫາຈໍານວນ ແຂ້ນໍ້າຈືດ ຫຼື ແຂ້ພື້ນເມືອງ ແລະ ພົບຮັງໄຂ່ທີ່ກູດຫມາກແຜ້ວ ກຸດຜີນ້ອຍ ເຂດບ້ານຕານສຸມ, ເມືອງຈໍາພອນ, ແຂວງ ສະຫວັນນະເຂດ.

ທ່ານຫົວໜ້າກົມປ່າໄມ້ ໃຫ້ຮູ້ຕື່ມວ່າ: ແຂ້ນ້ອຍທີ່ນໍາມາປ່ອຍຄັ້ງນີ້ ທີ່ທາງໂຄງ ການອະນຸລັກຊີວະນາໆ ພັນທີ່ສໍາຄັນໃນບໍລິເວນນໍ້າແບບມີສ່ວນຮ່ວມຂອງຊຸມຊົນ ໄດ້ອະນຸບານໄວ້ເກືອບ 2 ປີ ເມື່ອເຫັນແຂ້ນ້ອຍດັ່ງກ່າວມີສຸຂະພາບແຂງແຮງດີ ພາກ

ສ່ວນກ່ຽວຂ້ອງຈິ່ງຈັດພິທີປ່ອຍລົງສູ່ບຶງທໍາມະຊາດດັ່ງເດີມຂອງມັນ ເພື່ອເປັນຊັບ ສົມບັດຂອງ ສປປ ລາວ ທີ່ຄວນຄຸ້ມຄອງ ແລະ ປົກປັກຮັກສາໄວ້ໃຫ້ຍືນຍົງ ເພາະຢູ່ບໍລິເວນນໍ້າເຊຈໍາພອນ ຍັງມີປະຊາກອນແຂ້ ປະມານ 100 ກວ່າໂຕ ຕາມການປະ ເມີນຈາກການສໍາຫຼວດເກັບກໍາຂໍ້ມູນ ຂອງຊ່ຽວຊານ ແຕ່ ປີ 2003 ເຖິງປັດຈຸບັນ.

ທີ່ມາ: Lao National Radio
ຂ່າວ: ບຸນຕຽງ
ພາບ: ໝອນ, LNTV

ShareTweetShare
Next Post
ພໍ່ນໍ້າຕາໄຫລ ລູກຕິດໂຄວິດ ຊີວິດ 2 ພໍ່ລູກເຮົາຜ່ານຫຍັງມານໍາກັນບໍ່ໜ້ອຍ

ພໍ່ນໍ້າຕາໄຫລ ລູກຕິດໂຄວິດ ຊີວິດ 2 ພໍ່ລູກເຮົາຜ່ານຫຍັງມານໍາກັນບໍ່ໜ້ອຍ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...