ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນເສົາ 4, ເດືອນກຸມພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ແຈ້ງການເລື່ອງ ການສັກວັກຊີນ ເຂັມກະຕຸ້ນ (ເຂັມ 3 ແລະ ເຂັມ 4)

ກຂຄ ລາວ by ກຂຄ ລາວ
ເດືອນມີນາ 24, 2022
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ແຈ້ງການເລື່ອງ ການສັກວັກຊີນ ເຂັມກະຕຸ້ນ (ເຂັມ 3 ແລະ ເຂັມ 4)
ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດສັກວັກຊີນປ້ອງກັນໂຄວິດ -19 ໃຫ້ບັນລຸຄາດໝາຍ ແລະ ເພື່ອກະຕຸ້ນການສ້າງພູມ
ຄຸ້ມຮ່າງກາຍໃຫ້ຕໍ່ເນື່ອງ, ຫລຸດຜ່ອນອາການຮຸນແຮງ ໃນເວລາຕິດເຊື້ອ ຂອງພະຍາດໂຄວິດ – 19, ກົມອະນາໄມ-ສົ່ງເສີມ
ສຸຂະພາບ ຈື່ງອອກແຈ້ງການແນະນຳດ້ານວິຊາການ ດັ່ງລຸ່ມນີ້:

ກົມອະນາໄມ-ສົ່ງເສີມສຸຂະພາບ ຂໍແຈ້ງມາຍັງທ່ານຫົວໜ້າພະແນກສາທາລະນະສຸກນະຄອນຫຼວງ ແລະ ພະແນກ
ສາທາລະນະສຸກແຂວງ 17 ແຂວງ ໃຫ້ຊາບກ່ຽວກັບການສັກວັກຊີນກັນພະຍາດໂຄວິດ-19 ເຂັ້ມກະຕຸ້ນຮອບ 2
(ເຂັ້ມ4) ໃຫ້ແກ່ກຸ່ມເປົ້າໝາຍບຸລິມະສິດ ແລະ ກຸ່ມທົ່ວໄປແຕ່ອາຍຸ 18 ປີຂື້ນໄປ

ໃຫ້ບໍລິການ ສັກວັກຊີນ ໂຄວິດ 19 ສັກເຂັມກະຕຸ້ນຮອບ 2 (ເຂັ້ມ4) ພາຍຫຼັງໄດ້ຮັບເຂັ້ມກະຕຸ້ນຮອບ1 (ເຂັມ3) ຊຶ່ງ
ຫ່າງກັນ 3 ເດືອນຂຶ້ນໄປ ໃຫ້ກຸ່ມເປົ້າໝາຍທີ່ເປັນບຸລິມະສິດເຊັ່ນ:

ກຸ່ມພະນັກງານສາທາລະນະສຸກ
ກຸ່ມພະນັກງານທີ່ເຮັດວຽກປ້ອມດ່ານຫນ້າທີ່ມີຄວາມສ່ຽງ ເຊັ່ນ: ພະນັກງານການທູດ, ຜູ້ເດີນທາງເຂົ້າ-ອອກ, ພະນັກງານ
ເຮັດວຽກຢູ່ດ່ານຊາຍແດນ, ກຳລັງປ້ອງກັນຊາດ ປ້ອງກັນຄວາມສະຫງົບ ພະນັກງານກະຊວງຕ່າງໆ ແລະອົງການບໍລິການ
ທີ່ເຮັດວຽກກັບຄົນຫຼາຍຄົນ ລວມທັງທະນາຄານ, ທ່ອງທ່ຽວ, ໂຮງຈັກໂຮງງານ ແລະ ອື່ນໆ

ກຸ່ມຄົນທີ່ມີພະຍາດພູມຄຸ້ມກັນບົກຜ່ອງ ຫຼື ມີພະຍາດປະຈຳໂຕ ລວມທັງຜູ້ສູງອາຍຸ 60 ປີຂື້ນໄປ

ເງື່ອນໄຂຜູ້ທີ່ຈະສັກເຂັ້ມກະຕຸ້ນຮອບ 2 (ເຂັມ4) ຢູ່ ສປປ ລາວ

ຜູ້ໄດ້ຮັບວັກຊີນ J&J ຫລື Sputnik Light ຫນື່ງເຂັ້ມ ຄົບ 2 ເຂັ້ມ ໄດ້ສອງເດືອນຂຶ້ນໄປ ສາມາດສັກວັກຊິນ AstraZeneca ຫລື Pfizer ເປັນເຂັມກະຕຸ້ນທີ່ຫນື່ງ ແລະ ພາຍຫລັງເຂັມກະຕຸ້ນຫນຶ່ງໄດ້ສາມເດືອນຂື້ນໄປ ສາມາດຮັບວັກຊິນເຂັ້ມກະຕຸ້ນທີ່ສອງໄດ້

ຜູ້ໄດ້ຮັບວັກຊິນ Sinopharm/Sinovac ຄົບ 2 ເຂັ້ມ ໄດ້ສອງເດືອນຂຶ້ນໄປ ຄວນສັກວັກຊິນ ເຂັ້ມກະຕຸ້ນຮອບທີ 1 AstraZeneda ຫລື Pfizer ແລະ ພາຍຫລັງເຂັ້ມກະຕຸ້ນຫນຶ່ງໄດ້ສາມເດືອນຂື້ນໄປສາມາດຮັບວັກຊິນ
ເຂັ້ມກະຕຸ້ນທີສອງໄດ້

ຜູ້ທີ່ໄດ້ຮັບວັກຊິນ Sputnik V, AstraZeneda ຫລື Pfizer ຄົບ 2 ເຂັ້ມ ໄດ້ສາມເດືອນຂຶ້ນໄປ ສາມາດສັກວັກຊິນ ເຂັ້ມກະຕຸ້ນຮອບທີ 1 ໃຊ້ວັກຊິນ AstraZeneca ຫລື Pfizer ແລະ ພາຍຫລັງເຂັ້ມກະຕຸ້ນຮອບນຶ່ງ
(ເຂັ້ມ3)ສາມເດືອນຂື້ນໄປສາມາດຮັບວັກຊິນເຂັ້ມກະຕຸ້ນທີ່ສອງ (ເຂັມ4) AstraZeneda ຫລື Pfizer ໄດ້

ວັກຊີນທີ່ຈະໄດ້ຮັບໃນໄລຍະນີ້ແມ່ນວັກຊີນ AstraZeneda ຫຼື Pfizer ລາຍລະອຽດແມ່ນ ໃຫ້ກວດເບິ່ງ ປະຫວັດການ ຮັບວັກຊີນຜ່ານມາ ແລະ ອີງໃສ່ຄູ່ມືຕາຕະລາງການໃຫ້ວັກຊີນ
ສຳລັບຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ພາຍຫຼັງປິ່ນປົວດີແລ້ວ 2 ເດືອນ ສາມາດມາຮັບວັກຊີນໂຄວິດໄດ້ເລີຍບໍ່ວ່າ
ຈະເປັນເຂັມ 1, ເຂັ້ມ 2 ຫຼື ເຂັ້ມກະຕຸ້ນກໍຕາມໂດຍອີງໃສ່ຕາຕະລາງການໃຫ້ວັກຊີນຜ່ານມາ

ສຳລັບກຸ່ມອາຍຸ 12-17 ປີ ແມ່ນໃຫ້ສັກເຂັ້ມກະຕຸ້ນຮອບ 1 (ເຂັມ3) ໃນໄລຍະນີ້ແມ່ນອະນຸຍາດໃຫ້ແຕ່ໃຊ້ວັກ
ຊີນ Pfizer ເທົ່ານັ້ນ ໃນສະເພາະແຂວງ ຫຼື ເມືອງທີ່ມີເງື່ອນໄຂໃຊ້ວັກຊີນຊະນິດນີ້.

ສຳລັບໂຮງຫມໍ ທີ່ຢູ່ຫ່າງໄກ ເດີນທາງໄປມາຫຍຸ້ງຍາກ ສຳລັບກຸ່ມອາຍຸ 12-17 ປີ ແມ່ນໃຫ້ໃຊ້ວັກຊີນ Sinopharm/Sinovac ເປັນເຂັ້ມກະຕຸ້ນ.

ສໍາຄັນໃນກຸ່ມອາຍຸ 12-17 ປີ ແມ່ນຍັງບໍ່ອະນຸຍາດໃຫ້ສັກວັກຊີນເຂັ້ມກະຕຸ້ນຮອບ 2 (ເຂັມ4) ຢ່າງເດັດຂາດ.

ການສັກວັກຊີນເຂັ້ມກະຕຸ້ນຮອບ 1 (ເຂັມ 3) ແລະ ເຂັ້ມກະຕຸ້ນຮອບ 2(ເຂັ້ມ4) ແມ່ນໃຫ້ຈັດຕັ້ງປະຕິບັດ
ສຳເລັດກ່ອນປີໃຫມ່ລາວໃນທົ່ວປະເທດ ໂດຍ ນຳໃຊ້ວັກຊີນ AstraZeneca ເປັນບູລິມະສິດ ໃນກຸ່ມອາຍຸ 18 ປີ
ຂຶ້ນໄປ ໃຫ້ໄດ້ໃຊ້ໄວເທົ່າທີ່ໄວ ກ່ອນວັກຊີນຈະຫມົດອາຍຸໃນເດືອນມີນາ ແລະ ເມສາ

ໃຫ້ເພີ້ມທະວີວຽກງານໂຄສະນາສຸຂະສຶກສາ ໃຫ້ຂໍ້ມູນເຂົ້າຮອດເຂົ້າເຖິງກຸ່ມເປົ້າໝາຍໂດຍສະເພາະຜູ້ສູງອາຍຸ, ຜູ້ມີ
ພະຍາດປະຈຳໂຕ, ແມ່ຍິງຖືພາ ແລະ ແມ່ລູກອ່ອນ

ມອບໃຫ້ສຳນັກງານອົງການ ຫົວໜ່ວຍທຸລະກິດ ຄອບຄົວ ໄດ້ມີການຕິດຕາມກວດກາ ເບິ່ງສະມາຊິກຂອງຕົນເອງ ມີ
ໃຜທີ່ຍັງບໍ່ໄດ້ສັກ ເມື່ອຄົບກຳນົດຕາມໄລຍະເວລາຂອງການສັກ ທີ່ໄດ້ກ່າວມາຂ້າງເທິງນັ້ນຈົ່ງໄດ້ມີການຈັດຕັ້ງ
ປຸກລະດົມກັນອອກມາສັກ ໃຫ້ຄົບຕາມໄລຍະທີ່ໄດ້ກຳນົດ,
ດັ່ງນັ້ນ, ຈື່ງແຈ້ງມາຍັງທ່ານຫົວຫນ້າພະແນກສາທາລະນະສຸກແຂວງ ເພື່ອຊາບ ແລະ ຊີ້ນຳຫນ່ວຍງານຮັບຜິດຊອບໃນ
ຂັ້ນແຂວງ ຂັ້ນເມືອງ ແລະ ໂຮງໝໍນ້ອຍ ໃຫ້ພ້ອມກັນຈັດຕັ້ງປະຕິບັດຕາມເນື້ອໃນຂ້າງເທິງໃຫ້ຖືກຕ້ອງ ແລະ ໄດ້ຮັບຜົນສຳເລັດຕາມຄາດຫມາຍ.

ShareTweetShare
Next Post
ບ່າວໂສດໄປດ່ວນ 2 ສາວມາເລເຊຍ ປະກາດຫາຜົວ ເງື່ອນໄຂຕ້ອງຍອມຮັບໄດ້ກັບການແຕ່ງງານພ້ອມກັນ 2ຄົນ

ບ່າວໂສດໄປດ່ວນ 2 ສາວມາເລເຊຍ ປະກາດຫາຜົວ ເງື່ອນໄຂຕ້ອງຍອມຮັບໄດ້ກັບການແຕ່ງງານພ້ອມກັນ 2ຄົນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ອັບເດດຂ່າວ! ເຫດວິສາມັນຄົນຮ້າຍລັກຊັບ ຢູ່ໜ້າຕະຫຼາດເຊົ້າ

    455 shares
    Share 455 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ບຸນຫໍ່ເຂົ້າປະດັບດີນ​ ບຸນເຂົ້າປະດັບດິນແມ່ນຫຍັງ ມີຄວາມເປັນມາຄືແນວໃດ! ເປັນຫຍັງຕ້ອງເຮັດ! ເຮັດແບບໃດ!

    520 shares
    Share 520 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...