ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 18, ເດືອນສິງຫາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຂ່າວດີປະເທດລາວຕິດອັນດັບທີ 95 ປະເທດທີ່ມີຄວາມສຸກທີ່ສຸດໃນໂລກປີ 2022

ກຂຄ ລາວ by ກຂຄ ລາວ
ເດືອນມີນາ 24, 2022
in ທົ່ວໄປ
0
Home ທົ່ວໄປ

ເມື່ອບໍ່ດົນມານີ້ ໄດ້ມີການລາຍງານປະເທດທີ່ມີຄວາມສຸກທີ່ສຸດໃນໂລກ ໂດຍອົງການສະຫະປະຊາຊາດ (UN) ປະຈຳປີ 2022 ຈາກ 150 ປະເທດ ແລະ ປະເທດລາວແມ່ນໄດ້ອັນດັບທີ 95 ຂອງປະເທດທີ່ມີຄວາມສຸກທີ່ສຸດໃນໂລກ. ການສຳຫຼວດດັ່ງກ່າວ, ຈະເປັນການສອບຖາມຄວາມຮູ້ສຶກຂອງປະຊາຊົນວ່າມີຄວາມສຸກຫຼາຍ ຫຼື ໜ້ອຍເທົ່າໃດ ລວມໄປເຖິງຂໍ້ມູນທາງເສດຖະກິດ ແລະ ສັງຄົມ ເປັນຕົ້ນແມ່ນ GDP.

ນັບໄດ້ວ່າ ເປັນອີກການຈັດອັນດັບທີ່ສຳຄັນ ແລະ ຫຼາຍຄົນທົ່ວໂລກໃຫ້ຄວາມສົນໃຈເປັນພິເສດ ໄດ້ຮັບຮູ້ວ່າປະເທດຂອງຕົນຢູ່ໃນອັນດັບທີເທົ່າໃດ ສະແດງໃຫ້ເຫັນເຖິງລະບົບການເມືອງຊີວິດການເປັນຢູ່ ຈົນໄປເຖິງເສດຖະກິດຂອງປະເທດ ແລະ ປະເທດໃດທີ່ຢູ່ໃນອັນດັບທ້າຍໆ ກໍອາດຈະເປັນອີກວິທີໜຶ່ງທີ່ຈະເຮັດໃຫ້ປະເທດນັ້ນ ພັດທະນາ, ປັບປຸງ ແລະ ແກ້ໄຂ ໃຫ້ປະເທດຕົນຕິດອັນອັບຕົ້ນໆຂອງໂລກ.

ສ່ວນປະເທດທີ່ມີຄວາມສຸກທີ່ສຸດກໍຄື ປະເທດຟິນແລນ ເຊິ່ງຄອງແຊ້ມມາ 5 ປີຕິດຕໍ່ກັນແລ້ວ ແລະ ຫຼາຍປະເທດທົ່ວໂລກກໍເຫັນດີ ທີ່ປະເທດນີ້ຕິດອັນດັບ 1 ມາໂດຍຕະຫຼອດ ເພາະໂຄງສ້າງປະເທດຟິນແລນ ເກືອບທຸກດ້ານລ້ວນແລ້ວແຕ່ມີຄວາມຈະເລີນພັດທະນາ.

ອັນດັບ 2 ແມ່ນປະເທດເດນມາກ: ເຊິ່ງເປັນອີກປະເທດໜຶ່ງທີ່ມີຄວາມໂດດເດັ່ນ ບໍ່ວ່າຈະເປັນການທ່ອງທ່ຽວ ຫຼື ຊີວິດການເປັນຢູ່ ລວມໄປເຖິງການໃຊ້ລະບົບເສດຖະກິດແບບເສລີນິຍົມ ແລະ ເປັນລັດສະຫວັດດີການຂະໜາດໃຫຍ່ ມີສະຫວັດດີການແກ່ປະຊາຊົນຢ່າງຫຼວງຫຼາຍ.

ອັນດັບ 3  ແມ່ນປະເທດໄອຊ໌ແລນ: ເວົ້າໄດ້ເລີຍວ່າເສດຖະກິດປະເທດນີ້ ກ້າວກະໂດດຂັ້ນເຕີບໃຫຍ່ຂະຫຍາຍຕົວຢ່າງໂດດເດັ່ນ ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງ, ລະບົບການເມືອງ-ສັງຄົມ ກໍສົມບູນແບບ.

ອັນດັບ 4 ປະເທດສະວິດເຊີແລນ: ມີຫຼາຍດ້ານທີ່ປະເທດນີ້ໂດດເດັ່ນ ຄຸນະພາບການສຶກສາກໍດີ ລວມໄປເຖິງທັດສະນີຍະພາບກໍສວຍງາມລະດັບແຖວໜ້າຂອງໂລກກໍວ່າໄດ້ ເຊິ່ງຜ່ານມາກໍຕິດອັນດັບຕົ້ນໆມາຕະຫຼອດ.

ອັນດັບ 5 ປະເທດເນເທີແລນ: ເປັນປະເທດທີ່ມີໂຄງສ້າງຄົມມະນາຄົມ ແລະ ທ່າເຮືອ ທີ່ມີຄວາມສາມາດກະຈາຍສິນຄ້າໄປຍັງປະເທດຕ່າງໆໃນຢູໂຣບດ້ວຍຄວາມວ່ອງໄວ, ເປັນປະເທດທີ່ເປີດເສລີການຄ້າ ແລະ ການລົງທຶນແກ່ຕ່າງຊາດ ລວມທັງທຸລະກິດຂອງປະເທດນອກສະຫະພາບຢູໂຣບ ແລະ ມີຂໍ້ຕົກລົງດ້ານພາສີກັບຫຼາຍປະເທດ

ShareTweetShare
Next Post
ມີເຮ ຂ່າວດີ! ແຈ້ງການ ກ່ຽວກັບບຸນປີໃໝ່ລາວ ກຳນົດເອົາວັນທີ 13 ເມສາ ເປັນວັນພັກຊົດເຊີຍ

ມີເຮ ຂ່າວດີ! ແຈ້ງການ ກ່ຽວກັບບຸນປີໃໝ່ລາວ ກຳນົດເອົາວັນທີ 13 ເມສາ ເປັນວັນພັກຊົດເຊີຍ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້

    ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້

    0 shares
    Share 0 Tweet 0
  • ດ່ວນໆ… ປະກາດຕາມຫາພີ່ນ້ອງເກີດອຸປະຕິເຫດ ອາການສາຫັດ

    0 shares
    Share 0 Tweet 0
  • ເສຍສະຫຼະເວລາອ່ານ! ຄະຕິແລະຂໍ້ຄິດມາຝາກໃຫ້ຄົ້ນຄິດ

    0 shares
    Share 0 Tweet 0
  • ຮູ້ໄວ້! ຜົນເສຍຂອງໃບກະທ່ອມ

    0 shares
    Share 0 Tweet 0
  • ຂ່າວດີ! ແຊຣ໌ດ່ວນ ລາຄານໍ້າມັນມີການປັບລົງອີກຮອບ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ສົດໆຮ້ອນໆ ນ້ຳຖ້ວມ ກະທັນຫັນ ບ້ານນ້ຳແອ່ງ ເມືອງວຽງພູຄາແຂວງຫຼວງນ້ຳທາ
  • ກວດພົບຍິງສາວ ຢູ່ຮ້ານຍິບຍັບ
  • ຈຳຄຸກ ຍິງໄວ 36 ປີ ຖານຄອບຄອງອາວຸດ.
  • ສາທາ ມີຄວາມພ້ອມເພື່ອຊ່ວຍເຫຼືອສຸກເສີນດ້ານສຸຂະພາບ ພາຍຫຼັງນໍ້າຖ້ວມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...