ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 7, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຈົ່ງເຊື່ອໝັ້ນ ລັດຖະບານ ຈະສຸມໃສ່ການຄຸ້ມຄອງ ແລະ ຮັກສາສະຖຽນລະພາບດ້ານເງິນຕາ ໃຫ້ມີຄວາມໝັ້ນທ່ຽງ

ກຂຄ ລາວ by ກຂຄ ລາວ
ເດືອນມີນາ 22, 2022
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ຕອນແລງວັນທີ 22 ມີນາ 2022 ນີ້, ທ່ານນາງ ທິບພະກອນ ຈັນທະວົງສາຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ໄດ້ຖະແຫລ່ງຜົນສຳເລັດ ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນມີນາ 2022 ວ່າ: ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 21 ແລະ ປິດລົງ ໃນຕອນແລງ ວັນທີ 22 ມີນາ 2022 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກກະຊວງເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລື, ພ້ອມທັງໄດ້ຕົກລົງ ແລະ ມີທິດຊີ້ນຳຕໍ່ບັນດາເອກະສານສຳຄັນ ດັ່ງນີ້: ຮ່າງບົດສະຫລຸບຕີລາຄາການປະຕິບັດວຽກງານຈຸດສຸມ ປະຈຳເດືອນມີນາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນເມສາ 2022 ຂອງລັດຖະບານ ເຊິ່ງກອງປະຊຸມ ໄດ້ເຫັນດີດ້ານຫລັກການ ຮັບຮອງເອົາຮ່າງບົດສະຫລຸບລາຍງານດັ່ງກ່າວ ແລະ ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປັບປຸງເນື້ອໃນ ຕາມການປະກອບຄໍາເຫັນ ຂອງສະມາຊິກລັດຖະບານ ໃຫ້ຄົບຖ້ວນ, ສົມບູນ ຂຶ້ນຕື່ມ. ນອກຈາກນີ້ ກໍໄດ້ຊີ້ນໍາໃຫ້ຂະແໜງການກ່ຽວຂ້ອງ ສືບຕໍ່ຈັດຕັ້ງປະຕິບັດວຽກງານຈຸດສຸມປະຈຳເດືອນເມສາ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນເອງ, ຖ້າຫາກບັນຫາໃດເຄັ່ງຮ້ອນຮີບດ່ວນ ກໍໃຫ້ຄົ້ນຄວ້າຫາວິທີການແກ້ໄຂ ອະທິບາຍຊີ້ແຈງໃຫ້ສັງຄົມ ໄດ້ຮັບຮູ້ ແລະ ເຂົ້າໃຈ ເປັນເອກະພາບ, ພ້ອມທັງ ລາຍງານຄວາມຄືບໜ້າ ຕໍ່ກອງປະຊຸມລັດຖະບານ ໃນເດືອນຕໍ່ໄປ.

ສໍາລັບແຜນວຽກຈຸດສຸມ ປະຈຳເດືອນເມສາ 2022 ເຊິ່ງແມ່ນໄລຍະບຸນປີໃໝ່ລາວ ແລະ ໃນສະພາບການລະບາດຂອງພະຍາດໂຄວິດ-19 ທີ່ຍັງມີທ່າອ່ຽງເພີ່ມສູງຂຶ້ນ, ລັດຖະບານ ຈະສືບຕໍ່ສຸມທຸກກໍາລັງແຮງຂອງທຸກພາກສ່ວນໃນສັງຄົມ ເພື່ອເລັ່ງຟື້ນຟູເສດຖະກິດຂອງປະເທດເຮົາ ໃຫ້ຄືນສູ່ສະພາບປົກກະຕິໂດຍໄວ, ປັບປຸງຊີວິດການເປັນຢູ່ຂອງປະຊາ ຊົນລາວໃຫ້ດີຂຶ້ນ ໄປຄຽງຄູ່ກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເປັນຮູບປະທຳ ແລະ ປະສົບຜົນສຳເລັດ ຕາມແຜນທີ່ກຳນົດໄວ້ ໂດຍສະເພາະສຸມໃສ່ປະຕິບັດດຳລັດວ່າດ້ວຍລົດຂອງລັດ, ແກ້ໄຂລົດນຳເຂົ້າບໍ່ຖືກກົດໝາຍ, ການຄຸ້ມຄອງ ແລະ ຮັກສາສະຖຽນລະພາບດ້ານເງິນຕາ ໃຫ້ມີຄວາມໝັ້ນທ່ຽງ ແລະ ເໜັງຕີງ ໃນລະດັບທີ່ກໍານົດໄວ້, ຄຸ້ມຄອງລາຄານໍ້າມັນເຊື້ອໄຟ ທີ່ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາຢ່າງໜັກ ຜ່ອນຄາຍລົງ.

ສະເພາະຂົງເຂດເສດຖະກິດ: ສືບຕໍ່ສົ່ງເສີມ ແລະ ອຳນວຍຄວາມສະດວກ ໃນການລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃຫ້ເພີ່ມຂຶ້ນ,ຊຸກຍູ້ການຈັດເກັບລາຍຮັບ ດ້ວຍມາດຕະການຕ່າງໆລວມທັງການຕິດຕັ້ງອຸປະກອນຈັດເກັບລາຍຮັບແບບທັນສະໄໝໃຫ້ສຳເລັດ, ສືບຕໍ່ອອກໃບຕາດິນໃຫ້ບັນລຸຕາມແຜນຕິດພັນກັບການສ້າງຖານລາຍຮັບໃຫ້ຫລາຍຂຶ້ນ, ສືບຕໍ່ເອົາໃຈໃສ່ຄຸ້ມຄອງລາຍຈ່າຍງົບປະມານຂອງລັດ ຕາມທິດປະຢັດ ແລະ ຕ້ານການຟຸມເຟືອຍໃຫ້ເປັນຮູບປະທໍາຫຼາຍຂຶ້ນ ແລະ ຮັບປະກັນການປະຕິ ບັດລາຍຈ່າຍເງິນເດືອນພະນັກງານ ທັງສູນກາງ ແລະ ທ້ອງຖິ່ນ ໃຫ້ທັນຕາມແຜນ, ສືບຕໍ່ສົມ ທົບ ແລະ ຈັດສັນງົບປະມານ ເຂົ້າໃສ່ການປະຕິບັດແຜນພັດທະນາເສດຖະກິດສັງຄົມ, ສືບຕໍ່ເອົາໃຈໃສ່ໃນການຄຸ້ມຄອງ ແລະ ຮັກສາສະຖຽນລະພາບດ້ານເງິນຕາໃຫ້ມີຄວາມໝັ້ນທ່ຽງດ້ວຍມາດຕະການຕ່າງໆ ທີ່ກໍານົດໄວ້, ປັບປຸງກົນໄກການຊໍາລະສະສາງໃນຂະແໜງການຕ່າງໆແບບທັນສະໄໝ ໂດຍຜ່ານລະບົບທະນາຄານ ໃຫ້ຫລາຍຂຶ້ນ.

ສືບຕໍ່ຊຸກຍູ້ການຜະລິດໃນລະດູແລ້ງ ເພື່ອຮັບປະກັນການສະໜອງສະບຽງອາຫານໃຫ້ແກ່ສັງຄົມ ໄດ້ຕາມຄວາມຕ້ອງ ການ ແລະ ເປັນສິນຄ້າສົ່ງອອກຕາມເງື່ອນໄຂຂອງແຕ່ລະທ້ອງຖິ່ນ ໂດຍຕິດພັນກັບການແກ້ໄຂຄວາມຫຍຸ້ງຍາກໃນການສົ່ງອອກສິນຄ້າ ຢູ່ບັນດາດ່ານຊາຍແດນໃນທົ່ວປະເທດ, ສືບຕໍ່ຄຸ້ມຄອງລາຄາສິນຄ້າ ລວມທັງນໍ້າມັນເຊື້ອໄຟທຸກປະເພດຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງຢ່າງເຂັ້ມງວດ, ສືບຕໍ່ຄຸ້ມຄອງການຂຸດຄົ້ນ-ສົ່ງອອກແຮ່ທາດຕ່າງໆ ໃນຮູບແບບປົກກະຕິ ແລະ ໃນຮູບແບບທົດລອງໃຫ້ມີປະສິດທິຜົນສູງຂຶ້ນ, ສືບຕໍ່ຕິດຕາມ ແລະ ຊຸກຍູ້ໂຄງການກໍ່ສ້າງທາງລົດໄຟລາວ-ໄທໄລຍະທີ 2, ການກໍ່ສ້າງທາງດ່ວນ, ໂຄງການໂລຈິດສະຕິກ ແລະ ໂຄງການອື່ນໆ ໃຫ້ສໍາເລັດຕາມແຜນການລວມທັງຊຸກຍຸ້ພາກສ່ວນກ່ຽວຂ້ອງປັບປຸງການບໍລິການລົດໄຟລາວ-ຈີນ ໃຫ້ມີຄວາມສະດວກຂຶ້ນ, ສືບຕໍ່ຜັນຂະຫຍາຍນະໂຍ ບາຍການພັດທະນາເສດຖະກິດດີຈີຕອນ ໃຫ້ເປັນຮູບປະທໍາໃນບາງຂົງເຂດໃຫ້ໄດ້ຮັບຜົນດີຂຶ້ນ; ຂົງເຂດວັດທະນະທໍາ-ສັງຄົມ: ສືບຕໍ່ເປີດການຮຽນ-ການສອນທຸກສາຍ ແບບເຊິ່ງໜ້າ ແລະ ຮູບແບບຕ່າງໆ ໃນສະຖານການສຶກລວມທັງປຸກລະດົມນັກຮຽນ-ນັກສຶກສາ ຕາມເກນອາຍຸ ທີ່ກະຊວງສາທາລະນະສຸກກຳນົດໄວ້ ໃຫ້ໄປຮັບວັກຊິນປ້ອງກັນໂຄວິດ-19 ຕາມແຜນການ.

ນອກຈາກນັ້ນ, ກໍກະກຽມຄວາມພ້ອມດ້ານຕ່າງໆ ເພື່ອເຂົ້າຮ່ວມງານມະຫາກໍາກິລາ ຊີເກມ ຄັ້ງທີ 35 ທີ່ຈະຈັດຂຶ້ນຢູ ສສ ຫວຽດນາມ, ເພີ່ມທະວີການຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະການກວດຫາເຊື້ອ, ການຈໍາກັດບໍລິເວນ, ການປິ່ນປົວ, ການສັກວັກຊິນ ແລະ ການປະຕິບັດນະໂຍບາຍຕ່າງໆ ໃຫ້ແກ່ເປົ້າໝາຍກ່ຽວຂ້ອງຢ່າງເປັນລະບົບ, ສືບຕໍ່ເອົາໃຈໃສ່ຊຸກຍູ້ ແລະ ຕິດຕາມການປະຕິບັດບົດ ບາດຂອງຂະແໜງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ແຂງແຮງກວ່າເກົ່າ ຕິດພັນກັບການໂຄສະນາເຜີຍແຜ່ແນວທາງ, ນະໂຍບາຍຂອງພັກ-ລັດແລະ ຕອບໂຕ້ສະພາບຫາງສຽງຂອງສັງຄົມ ທີ່ເຄື່ອນໄຫວໂຄສະນາໂຈມຕີບິດເບືອນຕໍ່ແນວທາງ ແລະ ນະໂຍບາຍຂອງພັກ-ລັດເຮົາໃຫ້ທັນກັບສະພາບການ;

ເພື່ອໃຫ້ທິດທາງວຽກຈຸດສຸມ ເດືອນເມສາ ປີ 2022 ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທໍາ, ບັນດາຂະແໜງການຂັ້ນສູນກາງ ຕະຫລອດຮອດອົງການປົກຄອງທ້ອງຖິ່ນ ຕ້ອງໄດ້ຫັນເປັນແຜນປະຕິບັດລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ ແລະ ບຸກຄົນ ຢູ່ແຕ່ລະຂັ້ນ ໃນແຕ່ລະໄລຍະໃຫ້ຈະແຈ້ງທັງສອດຄ່ອງກັບເງື່ອນໄຂ ແລະ ສະພາບຄວາມເປັນຈິງຂອງແຕ່ລະທ້ອງຖິ່ນ. ນອກຈາກນັ້ນ, ໃຫ້ບັນດາຂະແໜງການຂັ້ນສູນກາງແລະ ທ້ອງຖິ່ນ ເພີ່ມຄວາມເອົາໃຈໃສ່ໃນການປະສານທັງພາກລັດ ແລະ ພາກທຸລະກິດ ເພື່ອອໍານວຍຄວາມສະດວກໃນການແກ້ໄຂບັນຫາຕາມພາລະບົດບາດ ແລະ ເປັນເຈົ້າໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ສໍາເລັດຕາມແຜນທີ່ກຳນົດໄວ້ ແລະ ໃຫ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ລັດຖະບານຊາບເປັນປົກກະຕິ ແລະ ທັນກັບສະພາບການ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

ShareTweetShare
Next Post
ເປັນຫຍັງ…ຊ່ວງນີ້ເງິນກີບຈື່ງອ່ອນຄ່າ?

ເປັນຫຍັງ…ຊ່ວງນີ້ເງິນກີບຈື່ງອ່ອນຄ່າ?

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0
  • ສັບພະຄຸນປົວ: ຕານເຕັ້ນ,ປາດແຜເກີດຈາກນ້ຳຮ້ອນລວກ ຫລື ຖືກສັດ ກັດຕ່ອຍ

    0 shares
    Share 0 Tweet 0
  • ອັບເດດຂ່າວ! ເຫດວິສາມັນຄົນຮ້າຍລັກຊັບ ຢູ່ໜ້າຕະຫຼາດເຊົ້າ

    455 shares
    Share 455 Tweet 0
  • ໂຮງໝໍສູນກາງ 103 ແຈ້ງການ ຫ້າມໃຫ້ເງິນແພດໝໍ, ຫ້າມຈ່າຍເງິນຕ່າງໆເພີ່ມ ທີ່ບໍ່ມີບິນໂຮງໝໍທີ່ຖືກຕ້ອງ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...