ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອັງຄານ 26, ເດືອນກັນຍາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ເປັນຫຍັງ…ຊ່ວງນີ້ເງິນກີບຈື່ງອ່ອນຄ່າ?

ກຂຄ ລາວ by ກຂຄ ລາວ
ເດືອນມີນາ 22, 2022
in ບົດຄວາມ
0
Home ບົດຄວາມ

ໃນຊ່ວງທີ່ຜ່ານມາເຮົາຈະເຫັນໄດ້ວ່າລາຄາສິນຄ້າຕ່າງໆມີການປັບຕົວສູງຂື້ນໄດ້ຢ່າງຊັດເຈນບໍ່ວ່າເປັນ ລາຄາຄຳ ລາຄານໍ້າມັນ ລາຄາປຸ້ຍ ອຸປະກອນກໍ່ສ້າງ ແລະ ລາຄາສິນຄ້າອື່ນໆ ທັ້ງທີ່ບາງລາຍການລາຄາໃນຕະຫຼາດໂລກຫຼຸດລົງເຊັ່ນ: ລາຄາທອງຄຳໃນວັນໃນວັນທີ່ 8 ມີນາ ລາຄາຕະຫຼາດໂລກຢູ່ທີ່ 2,000 ໂດລາ/ອອນ ໃນມື້ດຽວກັນນັ້ນລາຄາຄຳໃນປະເທດລາວຢູ່ທີ່ 11.8 ລ້ານກີບ/1ບາດ. ແຕ່ລາຄາຄຳມື້ນີ້ໃນຕະຫຼາດໂລກຫຼຸດລົງຢູ່ທີ່ 1,925 ໂດລາ/ອອນ ລາຄາຄຳບ້ານເຮົາກໍ່ຄວນຫຼຸດລົງຕາມ ແຕ່ສະຖານະການບໍ່ເປັນແບບນັ້ນ ລາຄາຄຳພັດຂື້ນຮອດ 13 ລ້ານກີບ/1ບາດ ເຊິ່ງສາເຫດກໍ່ມາຈາກອັດຕາແລກປ່ຽນມີການເຫນັງຕີງຫຼາຍ ໜາຍຄວາມວ່າຕ້ອງໃຊ້ເງິນກີບປະລິມານທີ່ຫຼາຍຂື້ນໃນການຊື້ສິນຄ້າຈາກຕ່າງປະເທດ ຫຼື ເວົ້າໄດ້ວ່າ “ເງິນກີບເຮົາອ່ອນຄ່າລົງ”

ດັ່ງນັ້ນມື້ນີ້ 10 STORY ຈະມາວິເຄາະປັດໄຈທີ່ເຮັດໃຫ້ເງິນກີບອ່ອນຄ່າລົງ

1.​ ຫົວໜ່ວຍທຸລະກິດໃນບ້ານເຮົາຍັງບໍ່ທັນເຂັ້ມແຂງ

ການຜະລິດຢູ່ບ້ານເຮົາຍັງບໍ່ເຂັ້ມແຂງໂດຍສະເພາະພາກທຸລະກິດ ຈຶ່ງຈຳເປັນຕ້ອງໄດ້ນຳເຂົ້າສິນຄ້າຈາກຕ່າງປະເທດ, ສົ່ງຜົນໃຫ້ຄວາມຕ້ອງການເງິນຕາຕ່າງປະເທດເປັນຈຳນວນຫຼວງຫຼາຍໃນການຊໍາລະສະສາງ ເມື່ອເງີນຕາມີຄວາມຕ້ອງສູງກໍ່ຈະແຂງຄ່າຂື້ນ ສົ່ງຜົນໃຫ້ເງິນກີບອ່ອນຄ່າລົງ ບວກກັບປະເທດເຮົາມີການນຳເຂົ້າຫຼາຍ ບໍ່ສາມາດທ້ອນເງິນຕາເປັນຄັງສຳຮອງໄດ້ເທົ່າທີ່ຄວນ ເຮັດໃຫ້ອຳນາດການຕໍ່ລອງຂອງເງິນກີບຕໍ່ເງິນຕາຕ່າງປະເທດຕໍ່າ ເຖິງແມ້ວ່າໃນຊ່ວງ 2 ປີທີ່ຜ່ານມາປະເທດລາວສາມາດສ້າງເກີນດຸນການຄ້າກໍ່ຈິງ ແຕ່ປະລິມານເງິນຕາບໍ່ເຂົ້າລະບົບທະນາຄານ

  1. ອັດຕາເງິນເຟີ້

ເຊິ່ງພາວະເງິນເຟີ້ໃນປະຈຸບັນບໍ່ແມ່ນໃນສະເພາະປະເທດລາວ ແຕ່ເກີດຂື້ນທົ່ວໂລກ ບໍ່ວ່າຈະເປັນສະຫະລັດອາເມລິກາທີ່ອັດຕາເງິນເຟີ້ເພີ່ມສູງຂື້ນໃນຮອບ 40 ປີ ປະເທດໄທໃນເດຶອນທີ່ຜ່ານມາອັດຕາເງິນເຟີ້ສູງສຸດໃນຮອບ 13 ປີ ການເພີ່ມຂື້ນເງິນເຟີ້ເຮັດໃຫ້ຕົ້ນທຶນຜູ້ຜະລິດເພີ່ມຂື້ນນຳເຮັດໃຫ້ຫຼາຍບໍລິດສັດປັບລາຄາສິນຄ້າຂື້ນເຊັ່ນ: Tesla, TOYOTA, ຫມີ່ມ່າມ່າ, ລາຄາປຸ້ຍ, ລາຄາອາຫານ ແລະ ລາຄາສິນຄ້າອື່ນໆ ແນ່ນອນມີຜົນະທົບຕໍ່ປະເທດຜູ້ນຳເຂົ້າທີ່ຕ້ອງໃຊ້ເງິນຕາໃນປະລິມານຫຼາຍຂື້ນໃນການນຳສິນຄ້າມາຈຳໜ່າຍໃນບ້ານເຮົາ

  1. ການ lockdown

ການ lockdown ໃນປະເທດລາວກິນເວລາດົນພໍ່ສົມຄວນເຮັດໃຫ້ພາກຫົວໜ່ວຍທຸລະກິດໄດ້ຮັບຜົນກະທົບບໍ່ສາມາດສ້າງ Productivity ອອກສູ່ລະບົບເສດຖະກິດໄດ້ເຕັມທີ່ ປະກອບກັບປະເທດຈີນຍັງສືບຕໍ່ lockdown ຕໍ່ໄປ ເຊິ່ງຢ່າລືມວ່າຊ່ວງຫຼາຍປີທີ່ຜ່ານມາປະເທດຈີນເປັນປະເທດມາລົງທຶນໃນ ສປປ ລາວຫຼາຍສຸດ ນັ້ນໜາຍຄວາມວ່າເປັນປະເທດທີ່ນຳເງິນຕາມາໜູນວຽນບ້ານເຮົາຫຼາຍສຸດ (ໜາຍເຫດ: ຕັ້ງແຕ່ປະເທດລາວ Lockdown ເປັນຕົ້ນມາ ເງິນກີບລາວອ່ອນຄ່າເກືອບ 30% ຖ້າແອັດບໍ່ຕິດພາລະຫຍັງ ດຽວແອັດຈະມາວິເຄາະວ່າປະເທດລາວຄວນ Lockdown ອີກບໍ່)

  1. ພາລະໜີ້ສິນພາກລັດ

ເຊິ່ງໃນປີທີ່ຜ່ານມາມີໜີ້ສິນປະເທດລາວມີໜີ້ສິນສາທາລະນະ 72% ຂອງ GDP ໃນນັ້ນໜີ້ສິນຕ່າງປະເທດມີເຖິງ 10,610 ລ້ານໂດລາ ຄິດເປັນ 57% ຂອງ GDP ແນ່ນອນການກູ້ເງິນຕາຕ່າງປະເທດມາ ກໍ່ຕ້ອງມີພັນທະໃນການຊຳລະຄືນຕົ້ນທຶນ ແລະ ອັດຕາດອກເບ້ຍຄືນໃນອານາຄົດ ເຮັດໃຫ້ຖານະເງິນຕາພາຍໃນປະເທດມີໜ່ອຍລົງຕື່ມ

  1. ມີຫຼາຍສະກຸນເງິນໃຊ້ຈ່າຍໃນສັງຄົມລາວ

ປະເທດລາວມີສະກຸນເງິນ ”ກີບ” ເປັນຂອງໂຕເອງກໍ່ຈີງ ແຕ່ກໍ່ປະຕິເສດບໍ່ໄດ້ວ່າໃນລະບົບເສດຖະກິດບ້ານເຮົາມີຫຼາຍສະກຸນເງິນໃນການໃຊ້ຈ່າຍໃນສັງຄົມລາວໂດຍສະເພາະ ໂດລາ, ບາດ ແລະ ນ້ອງໃຫມ່ມາແຮງກໍ່ຄືເງິນຢວນ ສົ່ງຜົນໃຫ້ຄວາມຕ້ອງການຖືເງິນກີບໜ່ອຍລົງ ເຮັດໃຫ້ຄົນຕ້ອງການຖືເງິນຕາຫຼາຍຂື້ນ ແລະ ທີ່ສຳຄັນການໃຊ້ຈ່າຍຫຼາຍສະກຸນເງິນໃນສັງຄົມເຮັດໃຫ້ທະນາຄານກາງບໍ່ສາມາດຄວບຄຸມປະລິມານເງິນໃນເສດຖະກິດໄດ້ຢ່າງມີປະສິດທິພາບ ເພາະບໍ່ຮູ້ເງິນຢູ່ຈຸດໃດແດ່

  1. ການຂື້ນອັດຕາດອກເບ້ຍຂອງທະນາຄານກາງສະຫະລັດ (FED)

ອີກປັດໄຈໜື່ງທີ່ຄົງປະຕິເສດບໍ່ໄດ້ ກໍ່ຄືນະໂຍບາຍທະນາຄານກາງສະຫະລັດມີຜົນຕໍ່ທຸກສະກຸນເງິນທົ່ວໂລກ ເນື່ອງທຸກສະກຸນເງິນທົ່ວໂລກຕ້ອງອີງຕາມເງິນໂດລາສະຫະລັດເປັນຫຼັກ ແລະ ໃນອາທິດທີ່ຜ່ານມາ Fed ໄດ້ສົ່ງສັນຍານຂື້ນອັດຕາດອກເບ້ຍນະໂຍບາຍ +0.25% ເພື່ອສະກັດກັ້ນພາວະເງິນເຟີ້ໃນສະຫະລັດ ເຮັດໃຫ້ເງິນໂດລາແຂງຄ່າຂື້ນ ໃນຂະນະດຽວກັນກໍ່ເຮັດໃຫ້ເງິນກີບອ່ອນຄ່າລົງ ເຊິ່ງປີນີ້ນັກວິຊາການຊີ້ວ່າ FED ອາດຂື້ນດອກເບ້ຍນະໂຍບາຍ 5ຫາ10 ຄັ້ງ ດັ່ງນັ້ນຜູ້ທີ່ກຳນົດນະໂຍບາຍຕ້ອງໄດ້ຕິດຕາມປະເດັ່ນນີ້ຢ່າງໃກ້ຊິດ ຖ້າບໍ່ດັ່ງນັ້ນເຮົາອາດໄດ້ເຫັນເງິນ 1 ໂດລາ = 15,000 ກີບ ຫຼື 1 ບາດ = 500 ກີບ ພາຍໃນປີນີ້ແນ່ນອນ

ທີ່ມາ: 10 Story

ShareTweetShare
Next Post
ສະຖິຕິໃຫມ່ ສູງສຸດ ໃນປະເທດ ! ມື້ນີ້ຕິດເຊື້ອໂຄວິດ 2.625 ຄົນ

ສະຖິຕິໃຫມ່ ສູງສຸດ ໃນປະເທດ ! ມື້ນີ້ຕິດເຊື້ອໂຄວິດ 2.625 ຄົນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ຂ່າວດີຂອງວັນນີ້! ຜູ້ຕິດເຊື້ອໂຄວິດ-19 ໄດ້ຮັບການປິ່ນປົວດີ ອີກ59ຄົນ ລວມການປິ່ນປົວດີແລ້ວ297ຄົນ

    0 shares
    Share 0 Tweet 0
  • ເງິນກີບລາວ​ ຈະມີໂອກາດກັບມາແຂງຄ່າຄືນບໍ່ພວກເຮົາຈະແກ້ໄຂກັນແນວໃດ?

    0 shares
    Share 0 Tweet 0
  • ເຈົ້າແຂວງສາລະວັນ ນຳພາ ທ່ານ ຈ້າວເຫຼີນ ໄປເບິ່ງເຂດເໝາະສົມແກ່ການລົງທຶນ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...