ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 31, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ເບື້ອງຫຼັງຄະດີສີສຸກ ດາວເຮືອງ ທີ່ຖືກສານຕັດສິນປະຫານຊີວິດ

ກຂຄ ລາວ by ກຂຄ ລາວ
ເດືອນມີນາ 16, 2022
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ທ້າວ ສີສຸກ ດາວເຮືອງ ຫຼື ເຕື່ອງ ອາຍຸ 45 ປີ ນັກທຸລະກິດຢູ່ບ້ານຂຸນຕາທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຖືກຄະນະສານອາຍາ ສານປະ ຊາຊົນນະຄອນຫຼວງວຽງຈັນ ຕັດສິນລົງໂທດປະຫານຊີວິດ ໃນວັນທີ 3 ມີນາ 2022 ສະຖານການຄ້າຂາຍຢາເສບຕິດ, ການຟອກເງິນ ແລະ ການຊື້-ຂາຍອາວຸດເສິກໂດຍບໍ່ຖືກຕ້ອງຕາມກົດໝາຍ.

ອົງການໄອຍະການ ປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງວ່າ: ພາຍຫຼັງທີ່ ທ້າວ ໄຊຊະນະ ແກ້ວພິມພາ ຖືກເຈົ້າໜ້າທີ່ປະເທດໄທ ຈັບຕົວໃນຄັ້ງວັນ ທີ 19 ມັງກອນ 2017, ຜ່ານການດຳເນີນຄະດີຂອງທາງການໄທ ທ້າວ ໄຊຊະ ນະ ແກ້ວພິມພາ ໄດ້ໃຫ້ການຊັດທອດວ່າ ທ້າວ ສີສຸກ ດາວເຮືອງ ໄດ້ມີການເຄື່ອນໄຫວຄ້າຂາຍຢາເສບຕິດ ຮ່ວມກັບ ທ້າວ ໄຊນູເດັ່ງ (ຄົນມາເລເຊຍ) ຢູ່ເຂດຊາຍແດນພາກໃຕ້ຂອງປະເທດໄທ ຕາມຄຳໃຫ້ການຂອງ ທ້າວ ໄຊຊະ ນະ ແກ້ວພິມພາ ສະບັບລົງວັນທີ 21 ມັງກອນ 2017 ແລະ ມີຫຼັກຖານການໂອນເງິນຄ່າຢາເສບຕິດ ຈາກ ທ້າວ ໄຊນູເດັ່ງ ທີ່ໄດ້ໂອນເງິນມາ ໃຫ້ຈຳເລີຍໂດຍຜ່ານບັນຊີຮ້ານແລກປ່ຽນເງິນຕາ ແຂວງໜອງຄາຍ ປະເທດໄທ ໃນປີ 2015 ຫາ 2016 ລວມເປັນເງິນທັງໝົດ 144.000.000 ບາດ ໂດຍເປັນເງິນຄ່າຢາບ້າ ຈຳນວນ 1.600 ມັດ ເທົ່າກັບ 3.200.000 ເມັດ ນ້ຳໜັກ 320 ກິໂລກຼາມ ທີ່ຈຳເລີຍໄດ້ທຳການຄ້າ-ຂາຍຮ່ວມກັບທ້າວ ໄຊນູເດັ່ງ ໂດຍແມ່ນ ທ້າວ ລັດຊະພົນ ຫຼື ກຸ່ມ ເລັ່ງເປັນຄົນໄປຮັບເອົາເງິນ ແລ້ວເອົາມາມອບໃຫ້ຈຳເລີຍຕາມຂໍ້ມູນຫຼັກຖານທີ່ເຈົ້າໜ້າທີ່ໄທໄດ້ຢືດ ແລະ ກວດໂທລະສັບມືຖືຂອງ ທ້າວ ລັດຊະພົນ ຫຼື ກຸ່ມເລັ່ງ ພົບເຫັນວ່າ ຈໍາເລີຍ ໄດ້ມີການສົນທະນາກ່ຽວກັບການໂອນເງິນແຕ່ລະຄັ້ງກັບ ທ້າວ ລັດຊະພົນ ຜ່ານໂປແກຼມວ໋ອດແອັບ.

ນອກຈາກນີ້, ຈໍາເລີຍ ຍັງແມ່ນເປົ້າໝາຍຄ້າ-ຂາຍຢາເສບຕິດລາຍໃຫຍ່ລະດັບປະເທດ ແລະ ພາກພື້ນ ໂດຍມີການຕິດຕາມຂອງເຈົ້າໜ້າທີ່ຫຼາຍປະເທດ ແລະ ທີ່ສໍາຄັນຈຳເລີຍ ໄດ້ມີການພົວພັນກັບກຸ່ມເຄື່ອຄ່າຍພໍ່ຄ້າຢາເສບຕິດ ຄື: ທ້າວ ຄອນປະສົງ ຫຼື ຊຽງເທີ ແລະ ທ້າວ ໄຊຊະນະ ແກ້ວພິມພາ.

ນອກນັ້ນ, ໃນເວລາຈັບຕົວ ແລະ ກວດຄົ້ນເຄຫາສະຖານເຮືອນຂອງຈຳເລີຍ ຍັງພົບເຫັນຢາໄອສ໌ ນ້ຳໜັກ 12,4 ກຼາມ, ຄັນຊາແຫ້ງນ້ຳໜັກ 29,9 ກຼາມ ແລະ ໃນເວລາຈັບຕົວ ທ້າວ ທົງໄຊ ຍັງພົບຢາອີ ຈຳນວນ 8 ເມັດ, ເຊິ່ງ ເປັນຢາອີຂອງຈຳເລີຍທີ່ໄດ້ມອບໃຫ້ຜູ້ກ່ຽວເປັນຄົນຮັກສາໄວ້ໃຫ້ ແລະ ພົບເຫັນອາວຸດເສິກປະເພດປືນ ພ້ອມດ້ວຍລູກປືນ ຈຳນວນ 5 ກະບອກ ຕາມບົດບັນທຶກຈັບຕົວ ແລະ ບົດບັນທຶກກວດຄົ້ນເຄຫາ ສະຖານ, ເມື່ອຈຳເລີຍ ໄດ້ເງິນມາຈາກການກະທຳຜິດແລ້ວ ກໍເອົາໄປປ່ຽນຮູບດ້ວຍການຊື້ລົດຫຼູລາຄາແພງມາວາງຂາຍ, ຊື້ທີ່ດິນຈໍານວນຫຼາຍຕອນ ແລະ ເອົາພັນທະບັດມູນຄ່າຫຼາຍຕື້ໃຫ້ບຸກຄົນກູ້ຢືມ ແຕ່ກົງກັນຂ້າມຈໍາເລີຍ ໄດ້ເອົາໃບຕາດິນໄປເປັນຫຼັກຊັບຄ້ຳປະກັນກູ້ຢືມເງິນຈາກທະນາຄານໃນນະຄອນ ຫຼວງວຽງຈັນ ເພື່ອເຊື່ອງອຳຊ້ອນເງື່ອນກ່ຽວກັບທີ່ມາຂອງເງິນເພື່ອເຮັດໃຫ້ເງິນທີ່ໄດ້ມາຈາກການກະທຳຜິດນັ້ນໃຫ້ຖືກຕ້ອງຕາມກົດໝາຍ.

ໃນບົດຖະແຫຼງຂອງອົງການໄອຍາການ ໃຫ້ຮູ້ວ່າ:ໃນປີ 1997 ຈຳເລີຍ ໄດ້ໄປເຮັດວຽກກໍ່ສ້າງຂົວ-ທາງ ໄດ້ເງິນປະມານ 500.000 ບາດ, ປີ 1999 ໄດ້ເປີດຮ້ານສ້ອມແປງລົດຈັກ ແລະ ຮ້ານຂາຍລົດຈັກມືສອງໄດ້ກຳໄລເດືອນລະ 50.000-100.000 ບາດ, ປີ 2002 ໄດ້ເປີດຮ້ານຂາຍລົດໃຫຍ່ ມືສອງ ຊື້ນຳປະຊາຊົນຄັນລະ 100.000-500.000 ບາດ ແລ້ວເອົາມາຂາຍຕໍ່ໄດ້ກຳໄລຄັນ ລະ 50.000-100.000 ບາດ, ປີ 2003 ໄດ້ສ້າງຄອບຄົວກັບ ນາງ ບົວທອງ ໄຕປະດິດ ໃນເວລາແຕ່ງງານມີລົດໃຫຍ່ທີ່ເອົາມາຂາຍປະມານ 10 ຄັນ, ມີເງິນບາດ ຈໍານວນ 8.000.000 ບາດ;

ສ່ວນເມຍ ແມ່ນມີລົດ ກະບະໄທ ເກີແຄັບ 1 ຄັນ, ປີ 2007 ຈຳເລີຍ ໄດ້ເອົາທີ່ດິນພ້ອມເຮືອນຢູ່ບ້ານພະໄຊ ເມືອງສີສັດຕະນາກ ໄປຄ້ຳປະກັນກູ້ຢືມເງິນນຳທະນາຄານພາບລິກ ຈໍານວນ 100.000 ໂດລາສະຫະລັດ ດອກເບ້ຍ 10% ຕໍ່ປີ ແລ້ວມາຊື້ລົດໃຫຍ່ເຂົ້າມາໃນຮ້ານຕື່ມອີກ, ປີ 2011 ໄດ້ໄປກູ້ຢືມເງິນນຳທະຄານພົງສະຫວັນຈຳນວນ 90. 000.000 ບາດກັບ 10 ຕື້ກີບ ດອກເບຍ 12% ຕໍ່ປີ ໂດຍເອົາໃບຕາດິນຈຳນວນ 14 ໃບ ເປັນ ຫຼັກຊັບຄ້ຳປະກັນ, ເງິນທີ່ກູ້ຢືມມາແມ່ນເອົາມາຊື້ລົດໃຫຍ່, ຈໍາເລີຍ ຍັງໄດ້ໂກຕ້າລົດທີ່ຕິດຕັ້ງແກັດຈາກລັດຖະບານເສຍພາສີ 50% ຂອງ ມູນຄ່າພາສີຂອງລັດນໍາເຂົ້າຈາກ ປະເທດອາເມລິກາ, ເຢຍລະມັນ, ໄທ, ຍີ່ປຸ່ນ, ດູໃບ ແລະ ໃຕ້ຫວັນ ຈໍານວນ 200 ກວ່າຄັນ ຄັນລະ 90.000 ຫາ150.000 ໂດລາສະຫະລັດ.

ShareTweetShare
Next Post
ໄປບໍ່ລອດ ຈັບໂຈນ ລັກຄວາຍປະຊາຊົນ ທີ່ກຳລັງເອົາຊີ້ນຫຼົບໜີ.

ໄປບໍ່ລອດ ຈັບໂຈນ ລັກຄວາຍປະຊາຊົນ ທີ່ກຳລັງເອົາຊີ້ນຫຼົບໜີ.

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0
  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...