ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອັງຄານ 31, ເດືອນມັງກອນ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ສານ ຕັດສິນປະຫານຊີວິດທ້າວ ສີສຸກ ດາວເຮືອງ ພໍ່ຄ້າຢາເສບຕິດລາຍໃຫຍ່

ກຂຄ ລາວ by ກຂຄ ລາວ
ເດືອນມີນາ 3, 2022
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ວັນທີ 3 ມີນາ 2022, ສານປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຕັດສິນປະຫານຊີວິດ ທ້າວ ສີສຸກ ດາວເຮືອງ ( ຈຳເລີຍ 1 ) ອາຍຸ 45 ປີ, ນັກທຸລະກິດຢູ່ບ້ານຂຸນຕາທົ່ງ ເມືອງສີໂຄດຕະບອງ ໃນສະ ຖານ ຄ້າຂາຍຢາເສບຕິດ, ຟອກເງິນ ແລະ ຊື້ຂາຍອາວຸດເສິກໂດຍບໍ່ຖືກຕ້ອງຕາມກົດໝາຍ.

ນອກນີ້ຍັງໄດ້ຕັດສິນພັກພວກທີ່ຮ່ວມຂະບວນການ ອີກ 4 ຄົນ

  1. ຕັດສິນຈຳຄຸກ 7 ປີ 3 ເດຶືອນທ້າວ ຜ່ອງສີ ນວນນີວົງ ( ຈຳເລີຍ 2 ) ອາຍຸ 44 ປີ, ນັກທຸລະກິດ ຢູ່ບ້ານນາ ເມືອງໄຊທານີ ນະຄອນຫຼວງວຽງຈັນໃນສະຖານມີຢາເສບຕິດໄວ້ໃນຄອບຄອງ( ຢາໄອສ໌), ຟອກເງິນ, ຊື້ຊັບພົນລະເມືອງຜິດກົດໝາຍ ແລະ ໃຊ້ເອກະສານປອມ;
  2. ຕັດສິນຈຳຄຸກຕະຫຼອດຊີວິດ ນາງ ອຸໄລວັນ ພາວິວົງກອນ ( ຈຳເລີຍ 3 ) ອາຍຸ 60 ປີ, ຄ້າຂາຍຢູ່ ບ້ານປາກກະດິງເໜືອ ເມືອງປາກກະດິງ ແຂວງບໍລິຄຳໄຊ ໃນສະຖານຄ້າຂາຍຢາເສບຕິດ ແລະ ຟອກເງິນ;
  3. ຕັດສິນຈຳຄຸກ 7 ປີ ທ້າວ ທົງໄຊ (ຈຳເລີຍ 4) ອາຍຸ 27 ປີ, ກຳມະກອນຢູ່ ບ້ານໜອງປາໄນ ເມືອງສີໂຄດຕະບອງ ໃນສະຖານມີຢາເສບຕິດໄວ້ໃນຄອບຄອງ (ຢາອີ) ແລະ ມີອາວຸດເສິກໄວ້ໃນຄອບຄອງບໍ່ຖືກຕ້ອງຕາມກົດໝາຍ,
  4. ຕັດສິນຈຳຄຸກ 4 ປີ 11 ເດືອນ 11 ວັນ ທ້າວ ວິປະກອນ ບຸນຜາປະ ເສີດ ( ຈຳເລີຍ 5) ອາຍຸ 28 ປີ ພະນັກງານ ຢູ່ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນສະຖານຊື້ຂາຍອາວຸດເສິກໂດຍບໍ່ຖືກຕ້ອງຕາມກົດໝາຍ. ຂະນະດຽວກັນກໍໄດ້ຮິບຊັບສິນຈໍານວນໜຶ່ງ. ໃນສຳນວນຄະດີ ໄດ້ລະບຸວ່າ: ທ້າວ ສີສຸກ ດາວເຮືອງ ຖືກເຈົ້າໜ້າທີ່ຈັບໄດ້ເວລາ 1:00 ໂມງ ຂອງວັນທີ 1 ເມສາ 2017 ພ້ອມ ທ້າວ ທົງໄຊ ແລະ ທ້າວ ວິປະກອນ ແລະ ກວດຄົ້ນລົດພົບເຫັນປືນສັ້ນ P22 1 ກະບອກພ້ອມລູກປືນ 10 ລູກຢູ່ປະຕູລົດ. ຫຼັງຈາກຖືກຈັບແລ້ວ, ເຈົ້າໜ້າທີ່ໄດ້ກວດຄົ້ນເຮືອນທ້າວ ທົງໄຊ ສາມາດຢຶດປືນໄດ້ 4 ກະບອກ ແລະ ລູກປືນ 100 ກວ່າລູກ ເຊິ່ງເປັນປືນຂອງທ້າວ ສີສຸກ ທີ່ໄດ້ບອກທ້າວ ທົງໄຊ ເອົາໄປເກັບໄວ້ທີ່ເຮືອນ. ສ່ວນທ້າວ ທົງໄຊ ກໍບອກກັບເຈົ້າໜ້າທີ່ວ່າ: ສາເຫດທີ່ເອົາປືນໃຫ້ທ້າວ ສີສຸກ ໄວ້ໃນເຮືອນນັ້ນຍ້ອນຢ້ານຖືກເຈົ້າໜ້າທີ່ຕຳຫຼວດຈັບ ແລ້ວກວດຄົ້ນເຮືອນ, ສ່ວນປືນສັ້ນ P22 ຈໍານວນ 1 ກະບອກພ້ອມລູກປືນ 10 ລູກ, ທ້າວ ສີສຸກ ເອົາຕິດຕົວໄວ້ເພື່ອປ້ອງກັນຕົວ ແລະ ກວດຄົ້ນເຮືອນຂອງ ທ້າວ ສີສຸກ ພົບເຫັນຂອງກາງຢາເສບຕິດ (ຢາໄອສ໌) 3 ຖົງນ້ອຍ ນ້ຳໜັກ 12,4 ກຣາມ ແລະ ກັນຊາແຫ້ງ 1 ຖົງ ນ້ຳໜັກ 29,9 ກຣາມ.
    ທ້າວ ທົງໄຊ ຫຼື ເຫຼືອກ(ຈຳເລີຍ 4) ເປັນຄົນຮັບໃຊ້ຈຳເລີຍ 1 ແຕ່ປີ 2014 ແລະ ການໄປຕາມສະຖານ ທີ່ຮ້ານບັນເທີງຕ່າງໆແຕ່ລະເທື່ອ ຈຳເລີຍ 1 ຈະເອົາຢາອີ ໃຫ້ເກັບຮັກສາເທື່ອລະ 8 ຫາ 10 ເມັດ, ບາງເທື່ອຍັງບອກໃຫ້ເອົາຢາອີໃສ່ຈອກເຫຼົ້າ, ຈອກເບຍ ແລະ ໄປແຕ່ລະເທື່ອ ຈຳເລີຍ 1 ຈະເອົາເງິນຄ່າຈ້າງໃຫ້ເທື່ອລະ 1.000 ບາດ. ມາຮອດເດືອນ ມັງກອນ 2017,ທ້າວ ໄຊຊະນະ ແກ້ວພິມພາ ຖືກເຈົ້າໜ້າທີ່ໄທຈັບ ແລ້ວຈຳເລີຍ 1 ຈຶ່ງໄດ້ໂທລະສັບບອກໃຫ້ຈຳເລີຍ 4 ມາເອົາປືນຢູ່ເຮືອນຂອງຈຳເລີຍ 1 ໄປເກັບມ້ຽນໄວ້ຢູ່ເຮືອນຂອງຈຳເລີຍ 4 ຈຳນວນ 4 ກະບອກ ຄື ປືນສັ້ນຍີ່ຫໍ້ກັອກ 17 ຈຳນວນ 1 ກະບອກ ພ້ອມລູກປືນ 15 ລູກ, ປືນສັ້ນບິບີກັນດັດແປງ 1 ກະບອກ ພ້ອມລູກປືນ 6 ລູກ, ປືນສັ້ນ P238 ສີດຳ 1 ກະບອກພ້ອມລູກປືນ 2 ລູກ ແລະ ປືນສັ້ນຍີ່ຫໍ້ ຫັນລີ 1 ກະບອກ ພ້ອມລູກປືນ 5 ລູກ ແລະ ຍັງມີລູກປືນອີກຈຳນວນໜຶ່ງບໍ່ໄດ້ນັບ. ວັນທີ 31 ມີນາ 2017 ເວລາ 10:00 ໂມງ, ຈໍາເລີຍ 1 ໄດ້ໂທລະສັບບອກໃຫ້ຈຳເລີຍ 4 ໄປຫາຢູ່ເຮືອນ ເພື່ອເດີນທາງໄປແຂວງຫຼວງພະບາງ, ຈາກນັ້ນ ຈຳເລີຍ 4 ກໍເອົາປືນສັ້ນ P238 ສີດຳ 1 ກະບອກ ພ້ອມລູກປື 2 ລູກ ໃສ່ກະເປົາພາຍສີດຳແລ້ວໄປນໍາ, ເມື່ອໄປຮອດເຮືອນຂອງຈຳເລີຍ 1 ກໍໄດ້ເອົາຢາອີ ໃຫ້ຕົນ 8 ເມັດ ທີ່ບັນຈຸໃສ່ໃນຖົງຢາງສີຂາວ ເກັບຮັກສາໄວ້, ຈາກນັ້ນ ໄປຮັບເອົາ ຈຳເລີຍ 5 ພາກັນເດີນທາງໄປແຂວງຫຼວງພະບາງ.

ມາຮອດວັນທີ 1 ເມສ 2017 ຈຶ່ງຖືກເຈົ້າໜ້າທີ່ຈັບແລ້ວກວດຄົ້ນຕົວພົບເຫັນປືນສັ້ນ 1 ກະບອກ ພ້ອມລູກປືນ 2 ລູກ ແລະ ຢາອີ 8 ເມັດ. ຕໍ່ມາເຈົ້າໜ້າທີ່ຈຶ່ງໄດ້ກວດຄົ້ນເຄຫະສະຖານເຮືອຂອງຈຳເລີຍ 4 ພົບເຫັນປືນ 3 ກະບອກ ພ້ອມດ້ວຍລູກປືນ ທີ່ຈໍາເລີຍ 1 ນໍາມາຝາກໄວ້ .

ທ້າວ ວິປະກອນ ຫຼື ລີ່ ( ຈຳເລີຍ 5) ໄດ້ຊື້ປືນສັ້ນຍີ່ຫໍ້ເຊເປ ( K54) 1 ກະບອກ ພ້ອມລູກປືນ 8 ລູກ ນຳຄົນບໍ່ຮູ້ຊື່ ໃນລາຄາ 10.000 ບາດ ຢູ່ແຂວງຈຳປາສັກ, ພາຍຫຼັງຊື້ມາແລ້ວກໍເອົາໄວ້ກະເປົາພາຍຕິດຕົວໄປນຳຕະຫຼອດ ເພື່ອປ້ອງກັນຕົວ. ມາຮອດວັນທີ 31 ມີນາ 2017 ເວລາ 10:00 ໂມງ, ຈໍາເລີຍ 1 ແລະ ຈຳເລີຍ 4 ໄດ້ຂັບລົດມາຮັບຕົນຢູ່ເຮືອນແລ້ວກໍພາກັນຂັບໄປຮັບເອົາທ້າວ ປອນ, ແລ້ວເດີນທາງໄປແຂວງຫຼວງພະບາງເພື່ອໄປທ່ຽວ ແລະ ແຂ່ງເຮືອເຈັດສະກີ້ຢູ່ເຂື່ອນນ້ຳຄານ, ພໍໄປຮອດກໍພາກັນໄປຫ້ອງພັກ ແລະ ທ່ຽວຕາມແຜນທີ່ຕົກລົງກັນ;

ມາຮອດວັນທີ 1 ເມສາ 2017 ຈຶ່ງຖືກເຈົ້າໜ້າທີ່ຈັບພ້ອມດ້ວຍປືນສັ້ນຍີ່ຫໍ້ ເຊເປ (K54) 1 ກະບອກ ແລະ ລູກປືນ 8 ລູກ ມາດຳເນີນຄະດີຕາມກົດໝາຍ.

ແຫລ່ງຂ່າວ: ໜັງສືພິມຄວາມສະຫງົບ

ShareTweetShare
Next Post
ເປີດບ້ານ ແອັບເປິ້ນ ສີສະຫງຽນ ໄຮໂຊ ສ.ປປ.ລາວ ຈາກເມືອງລາວຢູ່ໄທ

ເປີດບ້ານ ແອັບເປິ້ນ ສີສະຫງຽນ ໄຮໂຊ ສ.ປປ.ລາວ ຈາກເມືອງລາວຢູ່ໄທ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ກົມກົງສູນ ແຈ້ງໃຫ້ປະຊາຊົນສາມາດ ຍື່ນຄຳຮ້ອງຂໍໜັງສືຜ່ານແດນ ຢູ່ 6 ແຂວງດ່ັ່ງນີ້:

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ດ່ວນ!!! ພົບສົບແລ້ວ ແຕ່ໄຮ້ປະຕິຫານ ອິນແຕ່ງ ແກ້ວບົວລາ

    0 shares
    Share 0 Tweet 0
  • ຂ່າວດ່ວນ! ແຕ່ງຕັ້ງ ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ເປັນຮອງນາຍົກລັດຖະມົນຕີ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...