ເພື່ອເຮັດໃຫ້ຊ່ອງທາງຂາຍປີ້ດີຂຶ້ນຕື່ມອີກ ແລະ ເຮັດໃຫ້ວຽກງານຂົນສົ່ງຜູ້ໂດຍສານທາງລົດໄຟລາວ-ຈີນສະດວກສະບາຍ, ບໍລິສັດທາງລົດໄຟລາວ-ຈີນຈຳກັດໄດ້ກຳນົດບ່ອນຂາຍປີ້ລົດໄຟລາວ-ຈີນແຫ່ງທຳອິດຢູ່ນະຄອນຫຼວງວຽງຈັນ ເພື່ອຂາຍປີ້ລົດໄຟເພື່ອ ສ້າງຄວາມສະດວກໃຫ້ແກ່ຜູ້ໂດຍສານ.
![](https://kkklao.com/wp-content/uploads/2022/02/FB_IMG_1644999521106-1024x768.jpg)
ຂ່າວແຈ້ງວ່າ, ບ່ອນຂາຍປີ້ລົດໄຟແຫ່ງໃໝ່ຕັ້ງຢູ່ຊັ້ນໜຶ່ງຂອງອາຄານສູນການຄ້າວຽງຈັນເຊັນເຕີ, ຂາຍປີ້ລົດໄຟ 3 ວັນລ່ວງໜ້າ ມີແຜນຈະຂາຍປີ້ລົດໄຟຈາກວຽງຈັນຫາບໍ່ເຕັນ, ເມືອງໄຊ ແລະ ຫຼວງພະບາງ.
ເວລາຂາຍປີ້ໃນເບື້ອງຕົ້ນຈະເລີ່ມແຕ່ 10:00 ໂມງ ຫາ 15:30 ໂມງ.
![](https://kkklao.com/wp-content/uploads/2022/02/FB_IMG_1644999513627.jpg)
ສ່ວນວິທີຊື້ປີ້ສາມາດຈ່າຍຜ່ານບັດທະນາຄານ ຫຼື ສະແກນ QR code, ໃນເບື້ອງຕົ້ນຂອງການຊື້ປີ້ຍັງບໍ່ຮັບເງິນສົດ.
![](https://kkklao.com/wp-content/uploads/2022/02/IMG_20220216_151812-1024x927.jpg)
Cr: CRI
Discussion about this post