ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອັງຄານ 5, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ພໍ່ດື່ມຢາຫວັງຈົບຊີວິດ ສາເຫດຍ້ອນຜິດຫວັງນໍາລູກຊາຍທີ່ອາຍຸຫຼາຍແລ້ວແຕ່ຫາເມຍບໍ່ໄດ້

ກຂຄ ລາວ by ກຂຄ ລາວ
ເດືອນກຸມພາ 3, 2022
in ຂ່າວຕ່າງປະເທດ
0
Home ຂ່າວຕ່າງປະເທດ

ເມື່ອອາຍຸເລີ່ມຫຼາຍຂຶ້ນພໍ່ແມ່ຂອງເຮົາກໍລ້ວນແລ້ວແຕ່ຄາດຫວັງຢາກໃຫ້ເຮົາມີແຟນ ຫຼື ມີຄອບຄົວເພື່ອທີ່ຈະມີຄົນເບິ່ງແຍງໃນເວລາທີ່ເຮົາແກ່ເຖົ້າລົງ. ແຕ່ວ່າຖ້າເຮົາອາຍຸຫຼາຍຂຶ້ນແລ້ວຍັງຫາຄູ່ບໍ່ໄດ້ ພໍ່ແມ່ເຮົາຈະຮູ້ສຶກຜິດຫວັງນຳເຮົາຄືກັນກັບກໍລະນີຂອງຊາຍຄົນນີ້ຫຼືບໍ່ ທີ່ດື່ມຢາກຳຈັດແມງໄມ້ເພື່ອຈົບຊີວິດ! ສາເຫດຍ້ອນຜິດຫວັງນໍາລູກຊາຍທີ່ອາຍຸຫຼາຍແລ້ວແຕ່ຫາເມຍບໍ່ໄດ້.

ເຫດການນີ້ເກີດເມື່ອວັນທີ 22 ມັງກອນ 2022 ທີ່ຜ່ານມາ ໂດຍມີລາຍງານລະບຸວ່າພົບຊາຍຊາວຈີນພະຍາຍາມຂ້າຕົວຕາຍ ຫຼັງຈາກທີ່ຮູ້ສຶກຜິດຫວັງໃນຕົວຂອງລູກຊາຍທີ່ອາຍຸໃກ້ເຂົ້າ 30 ປີແລ້ວ ແຕ່ກໍຍັງໂສດພ້ອມບໍ່ມີທ່າທີວ່າຈະແຕ່ງງານສ້າງຄອບຄົວຈັກເທື່ອ.

ຈາກການກວດສອບກ້ອງວົງຈອນປິດພົບວ່າ ຜູ້ເປັນພໍ່ໄດ້ຍື່ນຈົດໝາຍລາຕາຍໃຫ້ກັບຕຳຫຼວດໃກ້ກັບສະຖານີລົດໄຟໃນນະຄອນຊ່ຽງໄຮກ່ອນທີ່ລາວຈະລົ້ມໝົດສະຕິລົງໄປກອງກັບພື້ນໃນທັນທີ.

ຕາມການລາຍງານລະບຸວ່າລາວດື່ມຢາຂ້າແມງໄມ້ໄປຈຳນວນໜຶ່ງ ເຈົ້າໜ້າທີ່ຕຳຫຼວດຈຶ່ງໄດ້ເອີ້ນລົດພະຍາບານມາເພື່ອປິ່ນປົວໃນຂັ້ນເບື້ອງຕົ້ນ ແລະ ໄດ້ນຳຕົວສົ່ງໂຮງໝໍເພື່ອເຂົ້າໄປປິ່ນປົວດ່ວນ.

ຈຸດເລີ່ມຕົ້ນຂອງເລື່ອງລາວນີ້ແມ່ນມາຈາກການທີ່ພໍ່ໄດ້ເດີນທາງໄປຫາລູກຊາຍທີ່ເຮັດວຽກຢູ່ໃນນະຄອນຊ່ຽງໄຮ ແຕ່ເມື່ອພໍ່ໄດ້ຮັບຮູ້ວ່າລູກຊາຍຂອງຕົນຍັງບໍ່ທັນໄດ້ແຕ່ງງານມີຄອບຄົວທັ້ງທີ່ອາຍຸໃກ້ຮອດ 30 ປີແລ້ວ ຈາກນັ້ນພໍ່ກໍໄດ້ດື່ມຢາຂ້າແມງໄມ້ເພື່ອປະຊົດຊວິດ ເພາະຜິດຫວັງໃນຕົວລູກຊາຍ.

ຢ່າງໃດກໍຕາມ ຕອນນີ້ອາການຂອງຜູ້ເປັນພໍ່ແມ່ນພົ້ນຂີດອັນຕະລາຍແລ້ວ ແຕ່ຍັງຢູ່ໃນໂຮງໝໍເພື່ອເບິ່ງອາການຕໍ່ໄປ.

ຊາວເນັດຈີນບາງສ່ວນໄດ້ລະບຸເຖິງສາເຫດທີ່ລູກຊາຍບໍ່ແຕ່ງງານ ໃນຈົດໝາຍລາຕາຍຂອງພໍ່ໂດຍໄດ້ລະບຸເອົາໄວ້ວ່າ:

“ເຈົ້າຍັງຫາເງິນບໍ່ໄດ້ ທັ້ງທີ່ເຮັດວຽກໃນຊ່ຽງໄຮ ແຖມຍັງໃຊ້ເງິນພໍ່ແມ່ໄປຫຼາຍເພື່ອຫາເມຍແຕ່ກໍຍັງບໍ່ມີຈັກເທື່ອ ຄົນໃນບ້ານທີ່ອາຍຸເທົ່າກັນມີລູກມີຫຼານເຕັມບ້ານເຕັມເມືອງແລ້ວ”

“ພໍ່ຮູ້ສຶກອາຍຊາວບ້ານທີ່ຈະມີຊີວິດຢູ່ຕໍ່ໄປ ເຈົ້າເປັນຜູ້ໃຫຍ່ອາຍຸ 29 ປີ ແຕ່ຍັງບໍ່ປະສົບຄວາມສຳເລັດໃນຊີວິດເລີຍ ຍ່າເຈົ້າກໍຈະອາຍຸ 90 ປີ ໃນປີນີ້ແລ້ວ…”

ຈາກເນື້ອໃນທີ່ໄດ້ອ່ານໃນຈົດໝາຍ ເລີຍເຮັດໃຫ້ຊາວເນັດຫຼາຍຄົນເຂົ້າໃຈວ່າຜູ້ເປັນພໍ່ຮູ້ສຶກຜິດຫວັງໃນຕົວລູກຊາຍນັ້ນກໍເພາະອາຍຸຫຼາຍແລ້ວຍັງຢູ່ເປັນໂສດ ແລະ ບໍ່ປະສົບຜົນສຳເລັດໃນຊີວິດຕັ້ງແຕ່ມາເຮັດວຽກຢູ່ໃນເມືອງໃຫຍ່ ແຖມຍັງໃຊ້ເງິນທີ່ພໍ່ແມ່ສົ່ງມາໃຫ້ຫາເມຍບໍ່ໄດ້ອີກ.

ທີ່ມາ:

ShareTweetShare
Next Post
ແມ່ປ່ວຍ ອ້າຍສ່ຽງຕາບອດ “ຈູບຈິບ” ຕ້ອງເປັນເສົາຫຼັກໃຫ້ຄອບຄົວ ເປັນດວງໃຈຂອງແມ່ ດວງຕາຂອງອ້າຍ

ແມ່ປ່ວຍ ອ້າຍສ່ຽງຕາບອດ “ຈູບຈິບ” ຕ້ອງເປັນເສົາຫຼັກໃຫ້ຄອບຄົວ ເປັນດວງໃຈຂອງແມ່ ດວງຕາຂອງອ້າຍ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ

    0 shares
    Share 0 Tweet 0
  • ອັບເດດຂ່າວເຈ້ທິບ ໄດ້ອອກນອກປະເທດແຕ່ວັນ 29/06/2022 ແລ້ວ ພ້ອມຊຸດເຄື່ອງເພັດ

    0 shares
    Share 0 Tweet 0
  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ຢ່າຖືເບົາ! ຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ເພີ່ມຂຶ້ນອີກແລ້ວ 171 ກໍລະນີ ຜູ້ເສຍຊີວິດສະສົມຈຳນວນ 8 ຄົນ
  • ພົບແລ້ວ… ມື້ທີ3 ຂອງການຄົ້ນຫາເດັກ 9ປີສູນຫາຍໃນນໍ້າ
  • ສາຍພະຈົນໄພຕ້ອງລອງ ຄົ້ນພົບຖໍ້າເລີກ 170 ແມັດ ທີ່ພູຜາມ່ານ ແຂວງຄຳມ່ວນ
  • ໃຫ້ເອົາໃຈໃສຕໍ່ສັດລ້ຽງຫຼາຍຂຶ້ນ! ເພາະອາດເກີດອັນຕະລາຍທັງສັດລ້ຽງ ແລະ ຜູ້ໂດຍສານອີກຫຼາຍຮ້ອຍຊີວິດທີ່ຢູ່ໃນຂະບວນລົດໄຟ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...