ອີງຕາມແຫລ່ງຂ່າວຈາກຫລາຍສື່ໄດ້ໃຫ້ຂໍ້ມູນໃນວັນທີ 22 ກັນຍາຜ່ານມານີ້ວ່າ: ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ເກີດມີພະຍາດອະຫິວາໝູອາຟຣິກາລະບາດຢູ່ເຂດບ້ານນ້ຳກອກ, ບ້ານສາມັກຄີໄຊ, ບ້ານຫົວນາ, ບ້ານນາອອນ, ບ້ານລາວສະໂນ, ດອນເຟືອງ, ບ້ານແກ່ນ, ບ້ານຂີ່ງ, ບ້ານດົງ, ບ້ານນ້ຳຄ່ອມ ແລະ ບ້ານຮາກ. ການລະບາດຂອງເຊື້ອພະຍາດນີ້ແມ່ນເລີ່ມປາກົດມີມາແຕ່ທ້າຍເດືອນສິງຫາເປັນຕົ້ນມາຮອດປັດຈຸບັນ.

ຈາກສະພາບດັ່ງກ່າວ, ທາງຫ້ອງການປົກຄອງເມືອງຊຽງຮ່ອນກໍໄດ້ອອກແຈ້ງການດ່ວນ ສະບັບເລກທີ 1074/ຈມ.ຊຮ ເພື່ອແຈ້ງເຕືອນປະຊາຊົນໃນທ້ອງຖິ່ນ ກໍຄືບັນດາເຂດແຂວງທີ່ໃກ້ຄຽງ ຫລື ໃນທົ່ວປະເທດ ໂດຍສະເພາະແມ່ນໃນເຂດທີ່ມີການລະບາດຈົ່ງພ້ອມກັນຫາວິທີຫລີກລ່ຽງ ແລະ ຕອບຕ້ານ ເພື່ອບໍ່ໃຫ້ເຊື້ອໂຣກຊະນິດນີ້ແຜ່ລາມໄປທ້ອງຖິ່ນອື່ນຢ່າງກວ້າງຂວາງ ແລະ ເດັດຂາດ.

ດັ່ງທີ່ຮູ້ກັນມາແລ້ວວ່າ, ພະຍາດອະຫິວາໝູອາຟຣິກາ ມັນເປັນພະຍາດທີ່ຮ້າຍແຮງ ແລະ ແຜ່ລາມໄດ້ໄວສຳລັບໝູທຸກໆຊະນິດ ແລະ ທຸກປະເພດ ເຊິ່ງມາຮອດປັດຈຸບັນນີ້ແມ່ນຍັງບໍ່ທັນມີຢາປິ່ນປົວ ແລະ ບໍ່ທັນມີວັກຊີນຊະນິດໃດມາປ້ອງກັນພະຍາດນີ້ໄດ້ເທື່ອ.

ແນວໃດກໍຕາມ, ດ້ວຍຄວາມເປັນຫ່ວງເປັນໄຍຈາກຂັ້ນເທິງ ກໍຄືທາງເມືອງ, ທາງແຂວງ ຈຶ່ງໄດ້ມີຄຳສັ່ງແນະນຳໃຫ້ປະຊາຊົນໃນທ້ອງຖິ່ນພ້ອມກັນຊອກຫາທາງອອກທີ່ເຂັ້ມງວດ ແລະ ເດັດຂາດດັ່ງຕໍ່ໄປນີ້: ບ້ານໃດມີໝູເຈັບເປັນ ຫລື ຕາຍໃຫ້ລາຍງານຫ້ອງການກະສິກຳ ແລະ ປ່າໄມ້ເມືອງໂດຍດ່ວນເພື່ອລົງໄປຕິດຕາມກວດກາ ແລະ ກຳຈັດທຳລາຍຢ່າງຖືກວິທີ, ໃຫ້ພ້ອມກັນອະນາໄມຄອກໝູ, ມີວິທີການຂ້າເຊື້ອດ້ວຍນ້ຳຢາຂ້າເຊື້ອ ຫລື ໂຮຍປູນຂາວໃນສະຖານທີ່ຢູ່ຂອງສັດ. ຫ້າມເຄື່ອນຍ້າຍໝູ ນັບທັງຊິ້ນສ່ວນໝູ, ຜະລິດຕະພັນໝູທຸກຊະນິດເຂົ້າ-ອອກຈົນກວ່າຈະໄດ້ຮັບການຢັ້ງຢືນວ່າເປັນເຂດປອດພະຍາດ. ຫ້າມນຳເອົາໝູໄປຂ້າ, ໄປຄົວກິນເດັດຂາດ. ຫ້າມຜູ້ທີ່ລ້ຽງໝູນຳເອົາໝູທີ່ຕາຍແລ້ວໄປຖິ້ມລົງໜອງນ້ຳ, ຫ້ວຍຮ່ອງຄອງບຶງຢ່າງເດັດຂາດ. ຕ້ອງຂຸດຂຸມຝັງໃຫ້ເລິກ ແລະ ຂ້າເຊື້ອຢ່າງຖືກວິທີ. ໃຫ້ທຸກພາກສ່ວນໃນທ້ອງຖິ່ນຮ່ວມມືກັນຕ້ານ ແລະ ຈຳກັດເປັນຢ່າງດີ ແລະ ທັນເວລາ. ມອບໃຫ້ຂະແໜງກະສິກຳ ແລະ ປ່າໄມ້ເມືອງໄປສົມທົບກັບໜ່ວຍງານທີ່ກ່ຽວຂ້ອງລົງກວດກາຢ່າງໃກ້ຊິດ ທັງໂຄສະນາໃຫ້ປະຊາຊົນຮັບຮູ້ຢ່າງທົ່ວເຖິງ.

ນີ້ຄືພະຍາດ ຫລືວ່າ ໂຣກລະບາດຊະນິດໜຶ່ງທີ່ໄດ້ທຳລາຍຊີວິດອິນຊີຂອງສັດລ້ຽງ ເປັນຕົ້ນແມ່ນໝູທຸກຊະນິດທີ່ພວກເຮົາໄດ້ຜະລິດ ຫລື ລ້ຽງ ເພື່ອເປັນທ່າແຮງທາງດ້ານເສດຖະກິດໃຫ້ທ້ອງຖິ່ນ ກໍຄືໃນເຂດແຂວງຂອງຕົນໃຫ້ສາມາດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງຂຶ້ນເທື່ອລະກ້າວ, ແຕ່ອຸປະສັກທີ່ມາກີດຂວາງທຳລາຍຜ່ານຜ່າພັດແມ່ນພະຍາດອະຫິວາໝູອາຟຣິກາ ອັນເປັນຊື່ປະເທດຂອງຄົນດຳຂຳຢູ່ໄກກັນຕັ້ງແສນໆໂຍດ.

ສ່ວນວ່າພະຍາດ ຫລືວ່າ ໂຣກລະບາດທີ່ອັນຕະລາຍຮ້າຍກາດທີ່ພວມສັງຫານຄົນໃນໂລກປັດຈຸບັນນີ້ ກໍຄືເຊື້ອພະຍາດສາຍພັນໃໝ່ໂຄວິດ-19 ຫລ້າສຸດມາຮອດວັນທີ 22 ກັນຍາ 2020 ໄດ້ມີຄົນເສຍຊີວິດໄປແລ້ວ 970.238 ຄົນ ໃນນີ້ຍັງມີຜູ້ຕິດເຊື້ອທັງໝົດ 31.530.342 ຄົນ, ສາມາດປິ່ນປົວໃຫ້ຫາຍດີ 23.146.402 ຄົນ ປະເທດທີ່ຕິດອັນດັບມີຜູ້ຕິດເຊື້ອຫລາຍກວ່າໝູ່ແມ່ນສະຫະລັດອາເມລິກາ. ສ່ວນ ສປປ ລາວ ຂອງພວກເຮົາແມ່ນຍັງມີຜູ້ຕິດເຊື້ອພຽງ 23 ຄົນ ແລະ ຍັງປິ່ນປົວຢູ່ໂຮງໝໍ 1 ຄົນ ແລະ ຍັງບໍ່ທັນມີຜູ້ໃດເສຍຊີວິດຍ້ອນ.

ເຖິງຢ່າງໃດກໍດີ, ມາຮອດປັດຈຸບັນນີ້ ຢູ່ ສປປ ລາວ ຂອງພວກເຮົາ ເຊື້ອພະຍາດທີ່ມາຂົ່ມຂູ່ຊີວິດອິນຊີຂອງສັດລ້ຽງ ເປັນຕົ້ນແມ່ນໝູ ກໍຄືພະຍາດອະຫິວາໝູອາຟຣິກາ. ສ່ວນເຊື້ອພະຍາດທີ່ພວມນາບຂູ່ທຳລາຍຄົນບໍ່ເລີກບໍ່ແລ້ວກໍແມ່ນເຊື້ອໄວຣັສໂຄວິດ-19 ແລະ ພະຍາດທີ່ເຝົ້າທຳລາຍຄົນໃນແຕ່ລະວັນນັ້ນກໍແມ່ນພະຍາດໄຂ້ຍຸງ ເຊິ່ງມາຮອດປັດຈຸບັນໄດ້ຂ້າຄົນລາວໄປແລ້ວ 13 ຄົນ ແລະ ຍັງມີຜູ້ຕິດເຊື້ອເຖິງ 3.000 ກວ່າຄົນ.

ນີ້ລະເຂົາວ່າ ພະຍາດໄຂ້ຍຸງຮ້າຍກວ່າເສືອ, ເໜືອກວ່າໂຄວິດ-19 ຈຶ່ງຂໍໃຫ້ພວກເຮົາທັງຫລາຍຈົ່ງພ້ອມກັນມີສະຕິຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດຕ່າງໆທີ່ມັນມາທຳລາຍຊີວິດອິນຊີຂອງຄົນລາວ ກໍຄືເສດຖະກິດ-ສັງຄົມຂອງປະເທດ. ສິ່ງທີ່ເຮົາຈະພາກັນຢູ່ລອດປອດໄພໃນເງື່ອນໄຂຂອງໂລກທີ່ມີການປ່ຽນແປງໃນຍຸກປັດຈຸບັນ ກໍຄືອານາຄົດຍາວນານກໍແມ່ນການປັບປ່ຽນແບບແຜນການດຳລົງຊີວິດແບບໃໝ່ (NEW NORMAL) ເວົ້າແຈ້ງກໍຄືໃຫ້ຕິດພັນເຊື່ອມໂຍງກັບທຳມະຊາດ ແລະ ສິ່ງແວດລ້ອມທີ່ສົດໃສໃຫ້ລົງຕົວ, ສະອາດ, ປອດໄພ, ໄຮ້ມົນລະພິດ ແລະ ສານພິດ ທັງລະຫ່າງຈາກອະບາຍຍະມຸກທັງປວງ, ມີສິນທຳປະຈຳໃຈ ພວກເຮົາຈຶ່ງຈະຍືນຍົງຄົງກະພັນໃນໂລກໃບນີ້ໄປຢ່າງຍາວນານ.
ຂໍຂອບໃຈທີ່ມາ: ລາວພັດທະນາ
Discussion about this post