ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 31, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຮົງກົງອອກຄຳສັ່ງຂ້າໜູແຮມສເຕີນັບພັນ ຫລັງພົບບາງສ່ວນຕິດເຊື້ອໂຄວິດ

Staff by Staff
ເດືອນມັງກອນ 20, 2022
in ຂ່າວຕ່າງປະເທດ
0
Home ຂ່າວຕ່າງປະເທດ

ຮົງກົງກຽມກຳຈັດໜູແຮມສເຕີນັບພັນໂຕ ຫລັງພົບກຸ່ມກ້ອນໂຄວິດ-19 ລະບາດໃນຮ້ານຂາຍສັດລ້ຽງ.

ວັນທີ 19 ມັງກອນ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ທາງການຮົງກົງກຽມກຳຈັດໜູແຮມສເຕີຫລາຍພັນໂຕ ຫລັງຈາກກວດພົບເຊື້ອໂຄໂຣນາໄວຣັສ ໃນໜູ 11 ໂຕ ຢູ່ຮ້ານຂາຍສັດລ້ຽງແຫ່ງໜຶ່ງ.

ນອກຈາກໜູແຮມສເຕີທີ່ຢູ່ໃນຮ້ານຈະຖືກກຳຈັດທັງໝົດແລ້ວ ທາງການຍັງມີຄຳສັ່ງໃຫ້ໜູແຮມສເຕີທີ່ຖືກຊື້ໄປຈາກຮ້ານໃນຮົງກົງນັບແຕ່ວັນທີ 22 ທັນວາເປັນຕົ້ນມາ ເອົາໜູມາມອບໃຫ້ເຈົ້າໜ້າທີ່ ພ້ອມເຕືອນວ່າ: ໃຫ້ເຈົ້າຂອງຫລີກລ່ຽງການຈູບ ຫລື ເອົາໜູເຫລົ່ານັ້ນໄປຖິ້ມຕາມຖະໜົນ.

ຕໍ່ມາຍັງພົບອີກວ່າ: ມີພະນັກງານຮ້ານຂາຍສັດລ້ຽງດັ່ງກ່າວຕິດເຊື້ອໂຄວິດ-19 ເພີ່ມອີກ 2 ຄົນ ເຊິ່ງໜຶ່ງໃນນັ້ນເປັນພະນັກງານທີ່ມີໜ້າທີ່ທຳຄວາມສະອາດຄອກສັດ ແລະ ເບິ່ງແຍງໜູແຮມສເຕີ.

ເຈົ້າໜ້າທີ່ລະບຸວ່າ: ການກວດພົບດັ່ງກ່າວອາດເປັນຕົວຢ່າງຂອງການແພ່ກະຈາຍເຊື້ອຈາກສັດສູ່ຄົນ ເຖິງວ່າຈະຍັງບໍ່ມີຫລັກຖານຢືນຢັນຊັດເຈນ, ແຕ່ໄດ້ຕັດສິນໃຈອອກຄຳສັ່ງໂຈະການຂາຍ ແລະ ຫ້າມນຳເຂົ້າໜູແຮມສເຕີໄວ້ກ່ອນ ພ້ອມໃຫ້ເຈົ້າຂອງໜູທີ່ຊື້ໜູໄປນັບແຕ່ວັນທີ 22 ທັນວາ ປະມານ 2.000 ໂຕເອົາໜູມາກວດຫາເຊື້ອໂຄວິດ-19.

ທັງນີ້, ເຈົ້າໜ້າທີ່ຢືນຢັນວ່າ: ສຳລັບສັດທັງໝົດຈາກຮ້ານດັ່ງກ່າວ ເຊິ່ງເປັນຮ້ານທີ່ມີການກວດພົບເຊື້ອໂຄວິດ-19 ທັງໝົດຈະໄດ້ຮັບການປະຕິບັດຢ່າງມີມະນຸດສະທຳ.

ShareTweetShare
Next Post
ນາຍົກລັດຖະມົນຕີເນັ້ນໃຫ້ພະນັກງານ-ນັກຮົບ ເຮັດທຸກສິ່ງທຸກຢ່າງເພື່ອປະຊາຊົນ

ນາຍົກລັດຖະມົນຕີເນັ້ນໃຫ້ພະນັກງານ-ນັກຮົບ ເຮັດທຸກສິ່ງທຸກຢ່າງເພື່ອປະຊາຊົນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...