ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 29, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ເຈົ້າໜ້າທີ່ ທຳຮ້າຍປະຊາຊົນຈົນເສຍຊີວິດ ອິງໃສ່ຂໍ້ມູນ ຈາກທີ່ໄດ້ປະສານ ກັບຜູ້ປົກຄອງ

Staff by Staff
ເດືອນມັງກອນ 20, 2022
in ທົ່ວໄປ
0
Home ທົ່ວໄປ

ອິງໃສ່ຂໍ້ມູນຈາກທີ່ໄດ້ປະສານກັບຜູ້ປົກຄອງເບື້ອງຕົ້ນ:

ນາງ ໄອຢ່າງ ຫຼື ຜູ້ເ ສ ຍ ຊີ ວິ ດນີ້ ຜ່ານມາແມ່ນເຄີຍສ້າງຄອບຄົວແລ້ວ ແຕ່ເນື່ອງຈາກຊີວິດຄູ່ມີຄວາມຍຸ້ງຍາກຫຼາຍ ຖືກຜົວທຸບຕີເປັນປະຈໍາ ຈຶ່ງໄດ້ແຍກຢູ່ ນັບແຕ່ຊ່ວງປີ 2017-2018 ຈົນຮອດປະຈຸບັນ ໂດຍບໍມີການຢ່າຫ້າງຕາມຮິດຄອງ ຫຼື ຕາມລະບຽບກົດໝາຍ ( ການໄກ່ເກ່ຍລະຫວ່າງພີ່ນ້ອງ 2 ຟ່າຍເພື່ອທຳການຢ່າຫ້າງ ແມ່ນໄດ້ເອີ້ນໂອ້ລົມຫລາຍເທື່ອ ແຕ່ບໍ່ສາມາດຕົກລົງໄດ້ ເນື່ອງຈາກຜູ້ເປັນຜົວຮຽກຮ້ອງເງີນຕອບແທນເປັນຈຳນວນຫລາຍ ທັ້ງທີ່ການຂໍຢ່າຫ້າງນີ້ ມັນເປັນນຳທັງຝ່າຍຍິງແລະຝ່າຍຊາຍບໍ່ພໍໃຈຢູ່ນໍາກັນ) ມາຮອດ ຊ່ວງປີ 2021 ຜູ້ເປັນເມຍ (ຜູ້ເ ສ ຍ ຊີ ວິ ດ) ຈຶ່ງໄດ້ໄປເອົາຜົວໃໝ່ ເມື່ອຜົວເກົ່າຮູ້ວ່າເມຍໄປເອົາຜົວ ໃໝ່ ຈຶ່ງໄດ້ແຈ້ງເຈົ້າໜ້າທີ່ ເມືອງທ່າທົມ, ແຂວງ ໄຊສົມບຸນ ເຂົ້າຈັບກຸມ ແລະ ຂັງໄວ້ໄດ້ໄລຍະ 1.

ເຊິ່ງໃນລະຫວ່າງກັກຂັງດັ່ງກ່າວ ທັງຕໍາຫລວດສືບຮູ້ວ່າ ນ. ໄອຢ່າງ ຫຼື ຜູ້ເ ສ ຍ ຊີ ວິ ດ ແມ່ນຖືພາຢູ່ຈຶ່ງໄດ້ ອານຸຍາດໃຫ້ກັບບ້ານໄດ້.

ຫລັງຈາກກັບບ້ານໄດ້ໄລຍະ 1 ຜູ້ເ ສ ຍ ຊີ ວິ ດ ໄດ້ລຸລູກ (ລູກເສຍຊີວິດໃນທ້ອງ) ໂດຍອາດເປັນຍ້ອນຄວາມຄຽດທີ່ຖືກກັກຂັງ. ເມື່ອທາງເຈົ້າໜ້າທີ່ສືບຮູ້ວ່າຜູ້ກ່ຽວໄດ້ລຸລູກແລ້ວ ຈຶ່ງໄດ້ເອີ້ນຜູ້ກ່ຽວກັບມາຫາເຈົ້າໜ້າທີ່ເມືອງທ່າທົມ ເພື່ອສຶບສວນສອບສວນເກັບກຳຂໍ້ມູນເພີ່ມເຕີມ.

ນາງ ໄອຢ່າງ ແມ່ນໄດ້ເຂົ້າໄປໃຫ້ການ (ຄົນດຽວ) ເຖິງຢ່າງໃດກໍ່ຕາມທາງຄອບຄົວແມ່ນໄດ້ປະສານຢ່າງໃກ້ສິດ ເຊິ່ງຂັ້ນຕອນການປະຕິບັດຂອງເຈົ້າໜ້າທີ່ ແມ່ນ ໄດ້ນຳຜູ້ເ ສ ຍ ຊີ ວິ ດໄປເອໂກ່ຢູ່ ສຸກສາລາ ບ້ານທ່າວຽງ ເພື່ອໃຫ້ຮູ້ວ່າຍັງຖືພາ ຫລື ບໍ, ເມື່ອຮູ້ຜົນວ່າ ບໍ່ໄດ້ຖືພາແທ້ແລ້ວ ຈຶ່ງນໍາຜູ້ກ່ຽວກັບມາຄ້າຍຄຸມຂັງ.

ເຊິ່ງໃນຊ່ວງເວລາດັ່ງກ່າວຜູ້ກ່ຽວໄດ້ໂທຫາພໍ່ດ້ວຍສຽງຮ້ອງໄຫ້ວ່າ ໃຫ້ຊອກຫາຜູ້ຮູ້ມາຊ່ວຍ ແລະ ກະຮ້ອງໄຫ້ບໍ່ເຊົາ ຈົນສຽງໂທລະສັບໄດ້ ມິດຈາກໄປ ເຊິ່ງທາງຄອບຄົວກະບໍ່ໄດ້ຄິດຫຍັງຫລາຍ ຄິດວ່າໜ້າຈະຖຶກຂັງຄືເກົ່າທີ່ຜ່ານມາ.

ຮອດເຊົ້າຂອງມື້ທັດມາ ທາງຄອບຄົວຜູ້ເ ສ ຍ ຊີ ວິ ດຈຶ່ງໄດ້ກຽມຂອງກີນໄປໃຫ້ ນາງ ໄອຢ່າງ (ຜູ້ເ ສ ຍ ຊີ ວິ ດ) ກີນຢູ່ຄຸກ ແຕ່ພໍໄປຮອດ ຄ້າຍຄຸມຂັງ ເມືອງທ່າທົມ , ຂ.

ໄຊສົມບຸນ ຈຶ່ງຮູ້ວ່າ ນາງ ໄອຢ່າງ ແມ່ນໄດ້ເສ ຍ ຊີ ວິ ດແລ້ວ ໂດຍທີ່ເຈົ້າໜ້າທີ່ກະບອກວ່ານອນຊື່ໆ ບໍ່ໄດ້ເສຍຊີວີດ ຫລັງຈາກນັ້ນຈຶ່ງເກີດເຫດການຕາມທີ່ເຫັນໃນຄຣິບ.ຫຼັງຈາກເສ ຍຊີ ວິ ດ ທາງຍາດພີ່ນ້ອງໄດ້ສະເໜີໃຫ້ທາງ ຄ້າຍຄຸມຂັງ ເຮັດໃບຢັ້ງຢືນການເສ ຍ ຊີ ວິ ດ ແລະ ບົດບັນທຶກການສັນນະສູດສົບ ແຕ່ທາງເຈົ້າໜ້າທີ່ເມືອງທ່າທົມບໍ່ຍອມເຮັດ ແຕ່ເນື່ອງຈາກຍາດພີ່ນ້ອງໄດ້ຕໍ່ວ່າ ແລະ ຂໍໃຫ້ທາງເຈົ້າໜ້າທີ່ເຮັດາບົດບັນທຶກການສັນນະສຸດສົບເປັນເວລານານ ສຸດທ້າຍທັງເຈົ້າໜ້າທີ່ຈຶ່ງໄດ້ເອີ່ນໃຫ້ພະຍາບານ ຫຼື ທ່ານ ໝໍ ເຊິ່ງທາງຍາດພີ່ນ້ອງກະບໍ່ຮູ້ຂໍ້ມູນແນ່ນອນ ເຂົ້າມາສັນນະສູດສົບ ແຕ່ບົດບັນທຶກດັ່ງກ່າວ ແມ່ນບໍ່ມີໃຜເຊັນຮັບຮູ້ນໍາ ເນື່ອງຈາກ ທາງເຈົ້າໜ້າທີ່ແຈ້ງວ່າ ຫົວໜ້າບໍ່ຢູ່.

ທີ່ມາ

ShareTweetShare
Next Post
ແຈ້ງຂ່າວເສົ້າ ທ່ານ ຈັນບຸບຜາລີວັນ ອາດີດເຈົ້າເມືອງທ່າແຂກ ໄດ້ເຖີງແກ່ມໍລະນະກຳແລ້ວ

ແຈ້ງຂ່າວເສົ້າ ທ່ານ ຈັນບຸບຜາລີວັນ ອາດີດເຈົ້າເມືອງທ່າແຂກ ໄດ້ເຖີງແກ່ມໍລະນະກຳແລ້ວ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ປີບຫົວໃຈຜູ້ເປັນແມ່ສຸດໆ​ ເຫດລົດຈັກຕຳຟຸດບາດ ລູກອາຍຸ 6ປີ ເສຍຊີວິດຄາທີ່

    ປີບຫົວໃຈຜູ້ເປັນແມ່ສຸດໆ​ ເຫດລົດຈັກຕຳຟຸດບາດ ລູກອາຍຸ 6ປີ ເສຍຊີວິດຄາທີ່

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    0 shares
    Share 0 Tweet 0
  • ພາກສ່ວນກ່ຽວຂ້ອງກວດສອບດ້ວຍ ປ້ຳນ້ຳມັນເຊື້ອໄຟ ຂອບເຂດ ໂພນສະຫວາດ(ແຂວງວຽງຈັນ) ປັບນ້ຳມັນເກີນລາຄາ

    0 shares
    Share 0 Tweet 0
  • ຂ່າວດີ…! ມື້ນີ້ທົ່ວນະຄອນຫຼວງມີປ້ຳນ້ຳມັນເປີດໃຫ້ບໍລິການ 70ປ້ຳ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ເຫດລົດຈັກລົ້ມເອງ(ຕຳກຳແພງ) ເສຍຊີວິດຄາທີ່ ໂດຍເປັນພາບທີ່ຫົດຫູ່ໃຈຫຼາຍແຟນສາວສົ່ງຫາທັງທີ່ບໍ່ຮູ້ວ່າໂລກໄດ້ຈາກໂລກນີ້ໄປແລ້ວ.
  • ຂ່າວດີ…! ມື້ນີ້ທົ່ວນະຄອນຫຼວງມີປ້ຳນ້ຳມັນເປີດໃຫ້ບໍລິການ 70ປ້ຳ
  • ຮູ້ເທົ່າບໍ່ເຖິງການ ຍອມຮັບຜິດພ້ອມຂໍໂທດແລ້ວ…ຜູ້ຂັບຂີ່ຖ່າຍຄຼິບລົງສື່ອອນລາຍປະຈານເຈົ້າໜ້າທີ່ຈະລາຈອນ ຢູ່ດ່ານເຂດເມືອງທ່າພະບາດ
  • ເຜີຍແຜ່ການຄຸ້ມຄອງດ້ານການເງິນ-ເງິນຕາ ແລະ ການຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...