ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 25, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ປີ 2022 ປະລິມານການສົ່ງອອກກາເຟລາວ ຈະຫລຸດລົງ ເຫລືອ 20 ພັນໂຕນ

Staff by Staff
ເດືອນມັງກອນ 19, 2022
in ທົ່ວໄປ
0
Home ທົ່ວໄປ

ປີ 2022 ປະລິມານການສົ່ງອອກກາເຟລາວ ຈະຫລຸດລົງ ເຫລືອ 20 ພັນໂຕນ

ວັນທີ 14 ມັງກອນ 2022 ທີ່ນະຄອນຫລວງວຽງຈັນ, ທ່ານ ສີສະໜຸກ ສີສົມບັດ ປະທານທີ່ປຶກສາສະມາຄົມກາເຟລາວ ໄດ້ໃຫ້ຮູ້ວ່າ:

ໃນປີ 2021 ທີ່ຜ່ານມາ ການສົ່ງອອກກາເຟລາວ ແມ່ນ 30 ພັນໂຕນ ແລະ ໃນປີ 2022 ປະລິມານການສົ່ງອອກກາເຟລາວ ຈະຫລຸດລົງເຫລືອ 20 ພັນໂຕນ ເນື່ອງຈາກຕະຫລາດກາເຟໃນໂລກ ມີການປ່ຽນແປງຫລາຍ, ຜົນຜະລິດຂອງກາເຟລາວກໍ່ຫລຸດລົງ, ເນື້ອທີ່ປູກກາເຟກໍ່ໜ້ອຍລົງ ເຊິ່ງຜູ້ປູກກາເຟເອງກໍ່ຫັນໄປປູກພືດຊະນິດອື່ນທົດແທນ ແມ່ນຕົ້ນແມ່ນມັນຕົ້ນ ແລະ ຢາງພາລາ ເຮັດໃຫ້ການຜະລິດການເຟໃນ ສປປ ລາວ ຫລຸດລົງ.

ທ່ານ ສີສະໜຸກ ສີສົມບັດ ກ່າວວ່າ: ການປູກກາເຟລາວໃນປັດຈຸບັນ ແມ່ນຫລຸດລົງ ແຕ່ຄວາມຕ້ອງການກາເຟໃນສັງຄົມຍັງເພີ່ມຂຶ້ນ ຕໍ່ກັບບັນຫາດັ່ງກ່າວ, ທາງສະມາຄົມກາເຟລາວກໍ່ບໍ່ໄດ້ນີ້ງນອນໃຈ ໂດຍໄດ້ມີການຈັດບຸນມະ ໂຫລານກາເຟຂຶ້ນ ຢູ່ນະຄອນປາກເຊ ແຂວງຈຳປາສັກ, ເຊິ່ງເປັນເຂດຜະລິດກາເຟຂອງປະເທດ ເພື່ອໂຄສະນາໃຫ້ສັງຄົມໄດ້ຮັບຮູ້ເຖິງຄຸນນະພາບຂອງກາເຟລາວ ແລະ ທັງເປັນການສົ່ງເສີມຜູ້ປູກກາເຟໃຫ້ຫລາຍຂຶ້ນ ເຊິ່ງໄດ້ເຊີນແຂກຕ່າງປະເທດທັງພາຍໃນພາກພື້ນ ແລະ ສາກົນເຂົ້າ ຮ່ວມ,

ພ້ອມນີ້ຍັງໄດ້ຈັດບຸນມະໂຫລານກາເຟ ຄັ້ງທີ 2 ຢູ່ ນະຄອນຫລວງວຽງຈັນ, ເຊິ່ງເປັນເຂດຊົມໃຊ້ກາເຟ ແລະ ຄັ້ງທີ່ 3 ກໍໄດ້ຈັດຢູ່ນະຄອນປາກເຊ ແຕ່ເນື່ອງຈາກພົບກັບສະພາບຄວາມຫຍຸ້ງຍາກໃນການລະບາດຂອງພະຍາດໂຄວິດ-19 ຈຶ່ງບໍ່ໄດ້ຮັບຜົນດີເທົ່າທີ່ຄວນ ແລະ ໃນ 10 ປີທີ່ຜ່ານມາ ລາຄາກາເຟແມ່ນຕົກຕ່ຳຫລາຍ ຈຶ່ງເຮັດໃຫ້ຊາວສວນຜູ້ປູກກາເຟ ຫັນໄປປູກພືດຊະນິດອື່ນ ທີ່ໃຊ້ເວລາສັ້ນໃນການເກັບຜົນຜະລິດ.

ShareTweetShare
Next Post
ເຕືອນໄພ..!! ໃຜທີ່ມັກກິນລະວັງເດີ້ ກະແລັມປອມ ເປື່ອຍອອກມາເປັນເຈ້ຍທິຊູ່

ເຕືອນໄພ..!! ໃຜທີ່ມັກກິນລະວັງເດີ້ ກະແລັມປອມ ເປື່ອຍອອກມາເປັນເຈ້ຍທິຊູ່

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    0 shares
    Share 0 Tweet 0
  • ທ່ານໃດພົບເຫັນບຸກຄົນນີ້ ຊ່ວຍແຈ້ງດ່ວນ ມີລາງວັນໃຫ້ 50.000.000 ກີບ

    0 shares
    Share 0 Tweet 0
  • ຂ່າວລືທີ່ວ່າ “ລູກສາວພາແຟນມາປຸ້ນເຮືອນເຈົ້າຂອງ” ແມ່ນເປັນຂ່າວປອມ, ທາງຄອບຄົວເພິ່ນໄດ້ອອກມາຊີ້ແຈງແລ້ວ

    0 shares
    Share 0 Tweet 0
  • ພາກສ່ວນກ່ຽວຂ້ອງກວດສອບດ້ວຍ ປ້ຳນ້ຳມັນເຊື້ອໄຟ ຂອບເຂດ ໂພນສະຫວາດ(ແຂວງວຽງຈັນ) ປັບນ້ຳມັນເກີນລາຄາ

    0 shares
    Share 0 Tweet 0
  • ອອກມາແລ້ວ ຖະແຫລງກ່ຽວກັບ ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ເຈົ້າໜ້າທີ່ເຮັດແທ້ ເມືອງໄຊເສດຖາ ສັ່ງປິດປໍ້ານໍ້າມັນ ຂາຍເກີນລາຄາ.
  • ຂ່າວເສົ້າ…. ເຮືອບິນນັກທ່ອງທ່ຽວຕົກ ເຮັດໃຫ້ເສຍຊີວິດທັງໝົດ ທີ່ປະເທດຝຣັ່ງ
  • ເກີດເຫດຊາຍຫນຸ່ມ ຂັບຂີ່ລົດຈັກດ້ວຍຄວາມໄວ ຕຳເສົາມ້າລາຍ ຢູ່ແຄມທາງເສຍຊີວິດຄາທີ່.
  • ສະຕິເດີ ສະຕິ ຄົນລາວຢ່າ ເຮັດກັນເອງກະຕຸກໃດໃຊ້ແລ້ວໃຊ້ເລີຍຢ່າສົ່ງຄືນສານໍ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...