ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 18, ເດືອນສິງຫາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ປກສ ເມືອງໄຊທານີ ຈັບຜູ້ຂາຍຍ່ອຍ ນໍາໄປສູ່ການຈັບຕົວຜູ້ຄ້າລາຍໃຫຍ່.

Staff by Staff
ເດືອນມັງກອນ 10, 2022
in ທົ່ວໄປ
0
Home ທົ່ວໄປ

! ປກສ ເມືອງໄຊທານີ ຈັບຜູ້ຂາຍຍ່ອຍ ນໍາໄປສູ່ການຈັບຕົວຜູ້ຄ້າລາຍໃຫຍ່.

ພັທ ຄໍາມະນີ ແກ້ວສີຫາ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງໄຊທານີ ໃຫ້ສໍາພາດ ໃນວັນທີ 5 ມັງກອນ ນີ້ ວ່າ: ປກສ ເມືອງໄຊທານີຈຶ່ງໄດ້ຫັນເອົາກໍາລັງວິຊາສະເພາະລົງຕິດ ຕາມ-ກວດກາ ເພື່ອຂຶ້ນບັນຊີເປົ້າໝາຍທີ່ພົວພັນຢາເສບຕິດຢູ່ບັນດາຈຸດຫຼໍ່ແຫຼມຂອບເຂດຄວາມຮັບຜິດຊອບຂອງຕົນດ້ວຍຄວາມເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ ເຮັດໃຫ້ສາມາດມ້າງ-ແກ້ໄຂຄະດີໄດ້ເປັນຈໍານວນຫຼາຍ; ຄະດີທີ່ພົ້ນເດັ່ນລ້າສຸດທີ່ເກີດຂຶ້ນຢູ່ບ້ານດອນໜູນໃນຄັ້ງວັນທີ 23 ທັນວາ 2021 ຜ່ານມາ ທີ່ເຈົ້າໜ້າທີ່ສາມາດຈັບຜູ້ຖືກຫາໄດ້ 3 ຄົນ ພ້ອມທັງຢຶດຂອງກາງຢາບ້າໄດ້ 31.210 ເມັດ ແລະ ຊັບສິນທີ່ກ່ຽວຂ້ອງໄປສອບສວນ.

ຄະດີດັ່ງກ່າວ, ພັທ ຄໍາມະນີ ແກ້ວສີຫາ ເປີດເຜີຍວ່າ: ໃນເວລາປະມານ 22:30 ໂມງຂອງວັນທີ 22 ທັນວາ 2021 ເຈົ້າໜ້າທີ່ ປກສ ກຸ່ມບ້ານໄຊ ແລະ ອໍານາດການປົກຄອງບ້ານດອນໜູນ ເມືອງໄຊທານີ ໄດ້ອອກກວດກາລາດຕາເວນຕາມຄວາມຮັບຜິດຊອບ ຢູ່ຕາມເສັ້ນທາງຮ່ອມນ້ອຍ ແລະ ຂະນະດຽວກັນໄດ້ເຫັນເປົ້າໝາຍມີທ່າທາງພິລຸດສົງໄສທີ່ກໍາລັງຄ້າຂາຍຢາເສບຕິດຢູ່ ຈຶ່ງໄດ້ນໍາຕົວໄປສອບສວນ ຈຶ່ງຮູ້ວ່າຜູ້ກ່ຽວ ຊື່ ທ້າວ ອາມີ ຫຼື ອັອດ ອາຍຸ 39 ປີ ຢູ່ບ້ານດອນໜູນ ນອກນີ້, ຍັງພົບເຫັນຂອງກາງ ປະເພດຢາບ້າ ຈໍານວນ 210 ເມັດ.

ຜ່ານການສອບສວນຂະຫຍາຍຜົນ ຈຶ່ງຈັບຕົວເປົ້າໝາຍຊື້-ຂາຍຢາເສບຕິດ ຕາມການຊັດທອດຂອງທ້າວ ອາມີ ໄດ້ອີກ2 ຄົນຄື: ນາງ ໄຊພອນ ອາຍຸ 57 ປີ ມີຂອງກາງຢາບ້າ 1.000 ເມັດ ແລະ ທ້າວ ສາຍສະຫອນ ຫຼື ຄໍາຫຼ້າ ອາຍຸ 29 ປີ ຂໍ້ຫາເສບຢາເສບຕິດ ແລະ ປິດບັງການກະທໍາຜິດຂອງຄົນອື່ນ ເຊິ່ງທັງສອງແມ່ນເປັນແມ່-ລູກກັນ ຢູ່ບ້ານດອນໜູນ.

ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ນໍາຕົວນາງ ໄຊພອນ ໄປສອບສວນນໍາໄປສູ່ການຈັບຕົວ ທ້າວ ສຸບັນ ອາຍຸ 58 ປີ ບ້ານດອນໜູນ ໃນຂໍ້ຫາ ຄ້າຂາຍຢາເສບຕິດ ໃນນັ້ນ, ພົບເຫັນຂອງກາງປະເພດຢາບ້າ 30.000 ເມັດ, ເງິນກີບ 150.000.000 ກີບ, ເງິນບາດ 3.784.000 ບາດ, ເງິນໂດລາ 24.000 ໂດລາ, ລົດໃຫ່ຍ 3 ຄັນ, ວັດຖຸຄ້າຍຄືເງິນ ແລະ ຄໍາ ແລະ ໃບຕາດິນຈໍານວນໜຶ່ງ. ສໍາລັບ ທ້າວ ສຸບັນ ແມ່ນເປັນເປົ້າໝາຍຄ້າຂາຍຢາເສບຕິດທີ່ເຈົ້າໜ້າທີ່ຕິດຕາມການເຄື່ອນໄຫວມາໄດ້ 2 ປີ ແລ້ວ ຈົນມີຂໍ້ມູນຫຼັກຖານທີ່ໜາ ແໜ້ນ ຈຶ່ງນໍາໄປສູ່ການຈັບກຸມໃນຄັ້ງນີ້.

ໃນການແກ້ໄຂຄະດີແມ່ນໄດ້ເຮັດຢ່າງຖືກຕ້ອງຕາມຫຼັກການວິຊາສະ ເພາະ ເປັນຕົ້ນແມ່ນເວລາຈັບຕົວ ຕ້ອງໃຫ້ມີຫຼັກຖານ ຫຼືວ່າມີຂອງກາງ, ມີຄວາມເດັດຂາດ ນໍາໃຊ້ມາດຕະການຕ່າງໆທີ່ກົດໝາຍໄດ້ກໍານົດໄວ້, ໃນເວ ລາໄລ່ນໍາ ຕ້ອງໃຫ້ມີຄວາມວອ່ງໄວ, ມີການຕັດສິນໃຈສູງ ແລະ ມີຄວາມໂປ່ງໃສຕໍ່ໜ້າທີ່ ໂດຍສະເພາະແມ່ນເວລາຈັບຕົວ-ກວດຄົ້ນຕົນຕົວ, ກວດຄົ້ນເຄຫາສະຖານ, ພາຫະນະແລະອື່ນໆຕ້ອງມີການຈັດຕັ້ງບ້ານເຂົ້າຮ່ວມ ພ້ອມ ທັງເຮັດບົດບັນທຶກ ແລະ ຖ່າຍຮູບຢູ່ກັບທີ່ ໂດຍຊ້ອງໜ້າຜູ້ຖືກຈັບຕົວເຮັດຢ່າງລະອຽດ ເພື່ອຄວາມສະດວກໃນການປະກອບຂໍ້ມູນຫຼັກຖານໃສ່ສໍານວນຄະດີໃຫ້ເຮັດກຸມ ແລະ ແນໃສ່ໃຫ້ຜູ້ກະທໍາຜິດ ຖືກດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ທັງນີ້, ກໍເພື່ອເປັນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂຢາເສບຕິດໂດຍຕິດພັນກັບການກໍ່ສ້າງຮາກຖານການເມືອງຈຶ່ງໄດ້ນໍາພາກໍາລັງວິຊາສະເພາະໂດຍປະສານສົມທົບກັບອໍານາດປົກຄອງບ້ານ, ປກສ ກຸ່ມ ແລະ ພາກສ່ວນທີ່ກ່ຽວຂ້ອງຢ່າງກົມກຽວ ຈັດຕັ້ງປະຕິບັດເຮັດວຽກງານໂຄສະນາ-ເຜີຍແຜ່ຜົນຮ້າຍ, ຄວາມເປັນອັນຕະລາຍ, ບັນດາກົດ ໝາຍ ແລະ ນິຕິກໍາຕ່າງໆທີ່ກ່ຽວຂ້ອງກັບຢາເສບຕິດ ເພື່ອເຮັດໃຫ້ອໍານາດການປົກຄອງບ້ານ, ພໍ່-ແມ່ປະຊາຊົນ ແລະທຸກຊັ້ນຄົນຢູ່ໃນສັງຄົມໃຫ້ໄດ້ຮັບ ຮູ້ແລະເຂົ້າໃຈ ພ້ອມທັງປະກອບສ່ວນ, ເຂົ້າຮ່ວມແກ້ໄຂ ໂດຍການກວດກາ, ຂຶ້ນບັນຊີເປົ້າໝາຍຢາເສບຕິດແຕ່ລະປະເພດ ຢູ່ແຕ່ລະບ້ານຄືນໃໝ່ຕາມຫຼັກການວິຊາສະເພາະ ແລະໄດ້ແບ່ງຂັ້ນໃນການຄຸມຄອງເປົ້າໝາຍແຕ່ລະປະເພດຢ່າງຂາດຕົວ.

ຂໍ້ມູນ: ຄວາມສະຫງົບ

ShareTweetShare
Next Post
ປະກາດຕາມຫາພີ່ນ້ອງຊາຍຄົນນີ້ ລາວມາເຮັດວຽກກໍ່ສ້າງ ຕອນນີ້ຢາກກັບບ້ານ

ປະກາດຕາມຫາພີ່ນ້ອງຊາຍຄົນນີ້ ລາວມາເຮັດວຽກກໍ່ສ້າງ ຕອນນີ້ຢາກກັບບ້ານ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້

    ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້

    0 shares
    Share 0 Tweet 0
  • ດ່ວນໆ… ປະກາດຕາມຫາພີ່ນ້ອງເກີດອຸປະຕິເຫດ ອາການສາຫັດ

    0 shares
    Share 0 Tweet 0
  • ເສຍສະຫຼະເວລາອ່ານ! ຄະຕິແລະຂໍ້ຄິດມາຝາກໃຫ້ຄົ້ນຄິດ

    0 shares
    Share 0 Tweet 0
  • ຮູ້ໄວ້! ຜົນເສຍຂອງໃບກະທ່ອມ

    0 shares
    Share 0 Tweet 0
  • ຂ່າວດີ! ແຊຣ໌ດ່ວນ ລາຄານໍ້າມັນມີການປັບລົງອີກຮອບ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ມຽນມາ ກຽມນຳເຂົ້ານ້ຳມັນເຊື້ອໄຟ ຈາກຣັດເຊຍ
  • ສົດໆຮ້ອນໆ ນ້ຳຖ້ວມ ກະທັນຫັນ ບ້ານນ້ຳແອ່ງ ເມືອງວຽງພູຄາແຂວງຫຼວງນ້ຳທາ
  • ກວດພົບຍິງສາວ ຢູ່ຮ້ານຍິບຍັບ
  • ຈຳຄຸກ ຍິງໄວ 36 ປີ ຖານຄອບຄອງອາວຸດ.
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...