ຈາກເຟສບຸກຊື່: Noi Douangdeuane
“ຢາກແຊຣ໌ ປະສົບການ ການເຂົ້າຮັກສາໂຄວິດຢູ່ໂຮງຫມາກະເສມເລືອດ(ອ່ານບໍ່ຜິດ) ເພື່ອເຕືອນພີ່ນ້ອງແລະຫມູ່ຄູ່ກ່ອນຈະເຂົ້າໄປໃຫ້ເຂົາເຊືອດ.

ປິ່ນປົວໂຄວິດ9ຄືນ ຫມົດ 173ລ້ານ,😓🤑
ເຂົ້່າ25/12/21ກາງຄືນ ອອກ03/01/22ກ່ອນທ່ຽງ ໄລ່ກິໄລ່ກີ ບິນບໍ່ມີລາຍລະອຽດ ບໍ່ຈະແຈ້ງ ຕັ້ງໄລ່ແບບປົ້ນຈີ້ ຄ່າໃຊ້ຈ່າຍທຸກຢ່າງແພງເກີນຈິງ ແພງກວ່າບຳລຸງລາດທີ່ເປັນໂຮງຫມໍອິນເຕີອັນດັບ1ຂອງເອເຊຍ, ແພງງງງເວີ້ວັງແຕ່ບໍລິການແບບອະນາຖາ ບໍ່ມີຈັນຍາບັນ ພະຍາບານໃຊ້ພຶດຕິກຳແລະຄຳເວົ້າທີ່ເຮັດໃຫ້ບັນທອນຈິດໃຈຄົນໄຂ້. ຂີ້ໂກງງງງ ຟັນໄດ້ຟັນເອົາ ບອກໄດ້ຄຳດຽວວ່າຫ່ວຍແຕກ ໂຮງຫມໍນີ້ບອກໄດ້ເລີຍວ່າເຂົ້າແລ້ວເທື່ອຫນື່ງ ຈະບໍ່ຄິດເອົາຕີນຢຽບເຂົ້າໄປອີກເລີຍ.

ສ່ວນໂຕແລ້ວ ຄອບຄົວຂ້ອຍແມ່ນເປັນຄົນໄຂ້ຢູ່ບຳລຸງລາດມາເກືອບ30ປີ ຈ່າຍເແຕ່ຫລັກແສນຈົນຫລັກລ້ານ-3ລ້ານ-ຫລາຍກວ່າ5ລ້ານບາດ ກາຈ່າຍມາແລ້ວ ແຕ່ບໍ່ເຄີຍຕິແພງ ຍ້ອນຄຸນນະພາບຫມໍ ແລະ ບໍລິການ ຄືບໍ່ໄດ້ເຮັດໃຫ້ຜິດຫວັງ ບໍ່ເຄີຍເສຍໃຈກັບຈຳນວນເງິນທີ່ຈ່າຍໄປເພາະມັນຄຸ້ມຄ່າແລະເຫມາະສົມທີ່ສຸດ, ຂ້ອຍແລະຄອບຄົວທຽວເຂົ້າໂຮງຫມໍປີຫນື່ງຫລາຍເທື່ອ ຖ້າຢູ່ຝລັ່ງກາແມ່ນ Institute Curie ປາຣີ, ເວລາເຂົ້າໄປຈະອົບອຸ່ນປອດໄພ ອຸ່ນໃຈວ່າຫມໍຈະຮັກສາເຮົາໄດ້ແນ່ນອນ, ແຕ່ວ່າກະເສມລາດມັນແມ່ນໂຮງຫມາກະເສມເລືອດ ຫລືວ່າໂຮງເຊືອດຂອງວຽງຈັນ.!!!
ທີ່ມາ

Discussion about this post