ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 25, ເດືອນພຶດສະພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ນັກຂ່າວໄທ ຊ່ອງ NBT ກ່າວຂໍໂທດປະຊາຊົນລາວ ກໍລະນີເຜີຍແຜ່ຂໍ້ມູນຜ່ານລາຍການວ່າ: ປະຊາຊົນລາວບໍ່ມີເງິນຊື້ປີ້ຂີ່ລົດໄຟລາວ-ຈີນ!

ກຂຄ ລາວ by ກຂຄ ລາວ
ເດືອນທັນວາ 21, 2021
in ທົ່ວໄປ
0
Home ທົ່ວໄປ

ທ້າວ ຖະໜອມ ອ່ອນເກຕຸພົນ ຜູ້ດຳເນີນລາຍການ ຊ່ອງ NBT ອອກມາຂໍໂທດປະຊາຊົນລາວ ຈາກທີ່ເຄີຍນໍາສະເໜີຂ່າວວ່າ: ຄົນລາວບໍ່ມີປັນຍາຊື້ປີ້ລົດໄຟລາວ-ຈີນ ລວມທັງ ອ້າງວ່າ ລັດຖະບານລາວ ບໍ່ສາມາດຈ່າຍໜີ້ທີ່ກູ້ຢືມຈາກຈີນ ທີ່ເອົາມາລົງທຶນໃນໂຄງການເສັ້ນທາງລົດໄຟລາວ-ຈີນໄດ້.

ຂໍ້ມູນທີ່ຜູ້ກ່ຽວອອກມາຂໍໂທດ, ເຜີຍແຜ່ຜ່ານເວບໄຊ ຜູ້ຈັດການອອນລາຍ MGR ONLINE ໃນວັນທີ 21 ທັນວາ 2021ນີ້ ໂດຍອ້າງວ່າ ທ້າວ ຖະໜອມ ລາຍງານຂ່າວເພີ່ມຕື່ມໃນລາຍການ “ຟັງຊັດໆ ຖະໜອມຈັດໃຫ້” ໃນວັນທີ 20 ທັນວາ 2021 ມີຄວາມໝາຍແປເປັນພາສາລາວວ່າ:

“ເວົ້າເຖິງລາວ ວັນກ່ອນ ຕ້ອງຂໍສາລະພາບວ່າ ພີ່ນ້ອງຄົນລາວເຕືອນ ທ້ວງຕິຂ້ອຍຫລາຍ ວ່າໃຫ້ຂໍ້ມູນຄາດເຄື່ອນ ກໍລະນີ ເລື່ອງລົດໄຟຟ້າຈີນ-ລາວ, ທ່ານຜູ້ຊົມເບິ່ງພາບໜ້ອຍໜຶ່ງນຳກັນວ່າ ລົດໄຟຟ້າຈີນ-ລາວ ນີ້ຈະມີຜູ້ໃຊ້ບໍລິການໜ້ອຍ ແລະ ຈະພົບບັນຫາ ຄວາມຈິງ ຄົນລາວບອກມາໃຫ້ຂໍ້ມູນມາເຕັມເລີຍທັງທ້ວງ ທັງຕຳນິ ຂ້ອຍຍິນດີຮັບຟັງແລ້ວຂໍອະໄພ ພໍແຕ່ໄປເບິ່ງຂໍ້ມູນຕົວຈິງ ເປີດມາແຕ່ວັນທີ 4 ທັນວາ ປະກົດວ່າ ທັງຄົນຈີນ ຄົນລາວ ຈອງຄິວ ເອີ້ນວ່າ ຕ້ອງເຂົ້າຄິວລຽນແຖວກວ່າຈະໄດ້ຂຶ້ນລົດໄຟ……”

ການນຳສະເໜີຂ່າວຂອງທ້າວ ຖະໜອມ ທີ່ວິເຄາະ ກ່ຽວກັບໂຄງການເສັ້ນທາງລົດໄຟລາວ-ຈີນ ທີ່ເປັນລັກສະນະບໍ່ສ້າງສັນ ເປັນການໝິ່ນປະໝາດ ຈຶ່ງຖືກວິພາກວິຈານຢ່າງຫລວງຫລາຍຈາກປະຊາຊົນລາວ, ສື່ມວນຊົນລາວ ແລະ ສື່ມວນຊົນໄທ ລວມທັງປະຊາຊົນໄທຈຳນວນໜຶ່ງ.

ຍ້ອນທົນຕໍ່ແຮງກົດດັນຢ່າງຫລວງຫລາຍ ເໝືອນພາຍຸຖະຫລົ່ມ ຢ່າງຕໍ່ເນື່ອງ ຜູ້ກ່ຽວຈຶ່ງອອກມາຍອມຂໍໂທດຜ່ານທາງລາຍການ.
ຢ່າງໃດກໍຕາມ, ຕົ້ນເດືອນມັງກອນ ປີ2022 ນີ້ ສປປ ລາວ ກຽມເປີດຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດ ເປັນ 3 ໄລຍະ ໃນເຂດທ່ອງທ່ຽວສີຂຽວ ຂໍເຊີນນັກຂ່າວຕ່າງປະເທດມາສຳພັດດ້ວຍຕົນເອງວ່າ ປັດຈຸບັນ ສປປ ລາວ ມຸ່ງໜ້າພັດທະນາໄປຮອດໃສແລ້ວ ! ເພາະ “ສິບປາກວ່າ ບໍ່ທໍ່ຕາເຫັນ”

ທີ່ມາ: ປະເທດລາວ

ShareTweetShare
Next Post
ລູກເກີດມາພ້ອມໃຫ້ໂຊກ ຖືກຫວຍ 400ລ້ານ

ລູກເກີດມາພ້ອມໃຫ້ໂຊກ ຖືກຫວຍ 400ລ້ານ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ເຈົ້າແຂວງສາລະວັນ ນຳພາ ທ່ານ ຈ້າວເຫຼີນ ໄປເບິ່ງເຂດເໝາະສົມແກ່ການລົງທຶນ

    0 shares
    Share 0 Tweet 0
  • ບຸນຫໍ່ເຂົ້າປະດັບດີນ​ ບຸນເຂົ້າປະດັບດິນແມ່ນຫຍັງ ມີຄວາມເປັນມາຄືແນວໃດ! ເປັນຫຍັງຕ້ອງເຮັດ! ເຮັດແບບໃດ!

    520 shares
    Share 520 Tweet 0
  • ສຸດຍອດເລີຍ ຂົວແກ້ວຫວຽດນາມ ຍາວທີ່ສຸດໃນໂລກ ສ້າງສຳເລັດ ແລະ ເປີດໃຊ້ຢາງເປັນທາງການແລ້ວ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...