ຫຼ້າສຸດຜູ້ອຳນວຍການ ໂຮງງານຜະລິດຢາດເລກ 3 ເຜີຍກຽມຜະລິດຢາຕົວຢ່າງໂມລນູພິຣາເວຍ ໂດຍໃສ່ຊື່ວ່າໂມລາໂຄເວຍ ເພື່ອການກວດສອບດ້ານມາດຕະຖານ, ຄຸນນະພາບ ແລະ ປະສິດທິພາບ; ຫາກຜ່ານການຮັບຮອງ ຈິ່ງຈະຜະລິດເພື່ອໃຊ້ໃນກໍລະນີສຸກເສີນໃນການປິ່ວປົວຜູ້ຕິດເຊື້ອພະຍາດໂຄວິດ-19.

ດັ່ງນັ້ນມາເດືອນພະຈິກ 2021 ນີ້ ພວກເຮົາກໍໄດ້ເຮັດໜັງສືສະເໜີຫາກະຊວງສາທາ ເພື່ອຂໍອະນຸຍາດນຳເຂົ້າວັດຖຸດິບ ແລະ ຂໍຂຶ້ນທະບຽນສູດຕຳລາການຜະລິດ (ໂດຍການນຳວັດຖຸດິບມາປະສົມປຸງແຕ່ງເຂົ້າໃນແຄັບຊູນ) ເຊິ່ງຈະເຮັດໃຫ້ລາຄາຖືກລົງ. ຜ່ານການເຮັດໜັງສືສະເໜີໄປ ທາງກະຊວງສາທາກໍໄດ້ ແຈ້ງຕອບໃຫ້ ບໍລິສັດ ລັດວິສາຫະກິດ ໂຮງງານຜະລິດຢາເລກ 3 ສາມາດນຳເຂົ້າວັດຖຸດິບມາຄົ້ນຄວ້າວິໄຈ ແລະ ປຸງແຕ່ງທົດລອງ.
ໃຫ້ເຂົ້າໃຈນຳກັນວ່າ ຢາໂຕນີ້ເປັນຢານຳໃຊ້ສຸກເສີນ ເນື່ອງຈາການຜະລິດຢາມີ 4 ຂັ້ນຕອນ ເຊັ່ນ: ຂັ້ນຕອນ 1-2 ແມ່ນຍັງຢູ່ຫ້ອງທົດລອງ, ຂັ້ນຕອນທີ 3 ແມ່ນການທົດລອງກັບຄົນ ແລະ ຂັ້ນຕອນທີ 4 ຈຶ່ງສາມາດຜະລິດຈຳໜ່າຍໄດ້,

ຄາດວ່າໃນເດືອນທັນວາ 2021 ນີ້ ພວກເຮົາຈະກະກຽມຜະລິດຢາຕົວຢ່າງ ເພື່ອໄປກວດສອບກ່ອນ ແລະ ຢາຕົວໃໝ່ທີ່ຈະຜະລິດນີ້ແມ່ນຈະໃຊ້ປະລິມານຕາມນໍ້າໜັກ ໃນເອກະສານແມ່ນ 7 ມິນລີກຣາມຢາ ຕໍ່ນໍ້າໜັກຄົນ 1 ກິໂລກຣາມ, ເຊິ່ງກິນປະມານ 5-7 ມື້ ແລະ ຢານີ້ແມ່ນໃຊ້ກັບຜູ້ທີ່ກວດພົບເຊື້ອໂຄວິດແລ້ວເທົ່ານັ້ນ (ຜູ້ຕິດເຊື້ອໄດ້ 1-2 ມື້ແມ່ນໃຫ້ເລີ່ມກິນໄດ້ເລີຍ) ສ່ວນວ່າຈະໃຊ້ໄດ້ກັບກຸ່ມອາຍຸຄົນໃດແນ່ນັ້ນຕ້ອງປຶກສາແພດອີກຄັ້ງ ແລະ ຕົວຢາທີ່ໂຮງງານພວກເຮົາຈະທົດລອງຜະລິດອອກມານີ້ ແມ່ນພວກເຮົາຈະໃສ່ຊື່ວ່າ: ໂມລາໂຄເວຍ (MOLACOVIR).
ຂໍ້ມູນ ເສດຖະກິດການຄ້າ
Discussion about this post