ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນເສົາ 2, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຫຼວງພະບາງ ອອກແຈ້ງເລື່ອງເພີ່ມທະວີສືບຕໍ່ 6 ມາດຕະການ ຈັດຕັ້ງປະຕິບັດປ້ອງກັນໂຄວິດ-19

jon by jon
ເດືອນພະຈິກ 27, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ໃນວັນນທີ 26 ພະຈິກ 2021 ຄະນະສະເພາະປ້ອງກັນໂຄວິດ-19 ແຂວງຫຼວງພະບາງ ໄດ້ອອກແຈ້ງເລື່ອງເພີ່ມທະວີສືບຕໍ່ ນໍາພາ-ຊີ້ນຳ ການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວາມຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຢູ່ພາຍໃນເມືອງຂອງຕົນເອງ ເພາະປະຈຸບັນສະພາບການລະບາດ ຂອງພະຍາດ ໂຄວິດ-19 ຢູ່ແຂວງຫຼວງພະບາງ ເຫັນວ່າຍັງມີຕົວເລກຜູ້ຕິດເຊື້ອເພີ່ມຂື້ນສູງ ໄດ້ກະຈາຍເປັນວົງກວ້າງ ແລະ ແຜ່ລາມໄປຫຼາຍເມືອງ, ຫຼາຍບ້ານ ທາງຄະນະສະເພາະກິດຂອງນະຄອນບັນດາເມືອງ ກໍ່ຄືພາກສ່ວນກ່ຽວຂ້ອງ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ແລະ ເປັນເຈົ້າການ ສາມາດຄວບຄຸມການແຜ່ລະບາດ ແລະ ຕັດວົງຈອນການແຜ່ເຊື້ອໄດ້ເປັນຈຳນວນຫຼາຍ ຢູ່ບັນດາບ້ານ ແລະ ເມືອງ, ແຕ່ຍັງມີການລະບາດ ແລະ ມີຜູ້ຕິດເຊື້ອ ເພີ່ມຫຼາຍຂື້ນ ເປັນຕົ້ນ: ນະຄອນ-ຫຼວງພະບາງ ແລະ ເມືອງຈອມເພັດ ຍັງບໍ່ທັນຄວບຄຸມສະຖານະການ ແລະ ຕັດວົງຈອນການແຜ່ເຊື້ອໄດ້ຢ່າງຂາດຕົວ ແລະ ເຫັນວ່າ ມີພະນັກງານລັດ-ເອກະຊົນ, ຜູ້ປະກອບການ ພໍ່ຄ້າຊາວຂາຍ ລວມທັງປະຊາຊົນ ຈໍານວນໜື່ງ ຖືເບົາບໍ່ເປັນເຈົ້າການໃນການປະຕິບັດມາດຕະການ ທີ່ຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ-ນະຄອນ ວາງອອກ ເຊັ່ນວ່າ: ຕົນເອງຢູ່ໃນກຸມສຽງແລ້ວ ແຕ່ກໍ່ຍັງເດີນທາງໄປ-ມາ ຫາສູ່ກັນ, ປະຈໍາການປົກກະຕິ ຮ້າຍແຮງໄປກວ່ານັ້ນ ກໍ່ຍັງພົບປະສ້າງສັນ, ຊຸມແຊວກິນເຂົ້າຮ່ວມກັນຢູ່ພາຍໃນຫ້ອງການ ແລະ ສະຖານທີ່ຕ່າງ ອັນທີ່ເປັນສາເຫດໃຫ້ມີການລະບາດເພີ່ມຂື້ນໃນທຸກມື້. ສະນັ້ນ, ທາງຄະນະສະເພາະກິດ ໂຄວິດ-19 ຈິ່ງແຈ້ງມາຍັງທ່ານເພື່ອຈັດຕັ້ງປະຕິບັດເຂັ້ມງວດ ດັ່ງນີ້:

ພາບປະກອບຈາກ google

1. ໃຫ້ນະຄອນ-ຫຼວງພະບາງ, ບັນດາເມືອງ ຮີບຮ້ອນເກັບກໍາຂໍ້ມູນປະຊາກອນ ຜູ້ທີ່ມີເກນອາຍຸ 12 ປີຂື້ນໄປ ໃຫ້ໄດ້ສັກວັກຊິນ ໂດຍໄວ ຕາມຄໍາສັ່ງຂອງນາຍົກລັດຖະມົນຕີ, ສະບັບເລກທີ 24/ນຍ, ລົງວັນທີ 10 ພະຈິກ 2021; ແຈ້ງການຂອງກະຊວງສາທາລະນະສຸກ, ສະບັບເລກທີ 1394/ສທ, ລົງວັນທີ 25 ພະຈິກ 2021 ແລະ ແຈ້ງການຂອງຫ້ອງວ່າການແຂວງ, ສະບັບເລກທີ 994/ຫວຂ.ຫຼບ,ລົງວັນທີ 24 ພະຈິກ 2021 (ເຊີ່ງຢາວັກຊິນແມ່ນທາງພະແນກສາທາລະນະສຸກແຂວງ ໄດ້ຈັດແບ່ງໃຫ້ນະຄອນ ແລະ ບັນດາເມືອງແລ້ວ)

2. ໃຫ້ນະຄອນ-ຫຼວງພະບາງ, ບັນດາເມືອງ ແຕ່ງຕັ້ງພະນັກງານເຈົ້າໜ້າທີ່ກ່ຽວຂ້ອງ ລົງປະຈໍາຢູ່ແຕ່ລະບ້ານ (ບ້ານແດງ) ຕາມເວລາທີ່ກໍານົດໄວ້ (14 ວັນ) ພ້ອມກັນນັ້ນກໍ່ໃຫ້ຍົກສູງຄວາມຮັບຜິດຊອບແລະ ໃຫ້ກຳນົດຜູ້ສໍາພັດໃກ້ຊິດ C1-C2 ໃຫ້ຊັດເຈນ ແລະ ຈະແຈ້ງ. ພາຍຫຼັງຢູ່ຄົບຕາມກໍານົດກ່ອນກັບບ້ານຕົນເອງ ຕ້ອງກັກໂຕຕາມສະຖານທີ່ທີ່ໄດ້ກໍານົດ ພ້ອມທັງກວດຫາເຊື້ອ ແລະ ຈໍາກັດບໍລິເວນຕາມຄວາມເໝາະສົມ ຈິ່ງຄ່ອຍກັບໄປຫາຄອບຄົວ ຫຼີກລ້ຽງການນໍາເອົາເຊື້ອພະຍາດໄປແຜ່ໃສ່ຄົນໃນຄອບຄົວ, ຍາດພີ່ນ້ອງ ແລະ ຄົນໃນສັງຄົມ.

3. ການຄວບຄຸມ-ຄຸ້ມຄອງກໍລະນີ C1-C2 ແມ່ນໃຫ້ກັກໂຕເອງຕາມສະຖານທີ່ກັກກັນ ແລະສະຖານທີ່ເໝາະສົມ ພ້ອມທັງປະຕິບັດຕາມມາດຕະການທີ່ທາງຄະນະສະເພາະກິດວາງອອກຢ່າງເຂັ້ມບໍ່ໃຫ້ເຄື່ອນໄຫວອອກນອກ ຫຼື ພົບປະກັບຍາດພີ່ນ້ອງ, ຄອບຄົວ ແລະ ຄົນພາຍນອກ ຢ່າງເດັດຂາດ.

4. ສໍາລັບຜູ້ຕິດເຊື້ອແມ່ນໃຫ້ນໍາເຂົ້າປິ່ນປົວໃນສະຖານທີ່ທີ່ທາງຄະນະສະເພາະກິດກໍານົດ, ຖ້າຕິດຕາມປິ່ນປົວຢູ່ເຮືອນ ແມ່ນຕ້ອງໄດ້ຮັບອານຸຍາດຈາກແພດໝໍ ແລະ ການເຫັນດີຂອງອົງການປົກຄອງບ້ານ ຕ້ອງປະຕິບັດຕາມຫຼັກການທາງການແພດ ຢ່າງເຂັ້ມງວດ ແລະ ຮັບປະກັນເງື່ອນໄຂດ້ານສະຖານທີ່, ສິ່ງອຳນວຍຄວາມສະດວກດ້ານອື່ນໆ ເພື່ອບໍ່ໃຫ້ແຜ່ເຊື້ອໃສ່ຄົນໃນຄອບຄົວ ແລະ ຄອບຄົວອ້ອມຂ້າງ ຢ່າງເດັດຂາດ.

5. ສ່ວນນະຄອນ-ຫຼວງພະບາງ ແລະ ເມືອງຈອມເພັດ (ໂຈະຊົ່ວຄາວ) ພະນັກງານທັງພາກລັດ-ເອກະຊົນ, ທະຫານ-ຕຳຫຼວດ, ຜູ້ປະກອບການທຸລະກິດ, ປະຊາຊົນບັນດາເຜົ່າ, ແມ່ຄ້າຊາວຂາຍ ເດີນທາງໄປຂ້າມນໍ້າຂອງ ໄປ-ມາ ຫາສູ່ກັນ ເປັນຕົ້ນ: ໄປເຮັດວຽກ ຫຼື ທໍາການຜະລິດ ເດັດຂາດ; ຍົກເວັ້ນ ຜູ້ທີ່ໄດ້ຮັບອານຸຍາດຈາກຄະນະສະເພາະກິດ ຂັ້ນເມືອງ-ນະຄອນ.

6. ໃຫ້ບັນດາເມືອງ-ນະຄອນ ສືບຕໍ່ນໍາພາ-ຊີ້ນໍາ ອົງການປົກຄອງບ້ານ ໃນຂອບເຂດທີ່ຕົນຮັບຜິດຊອບເຂັ້ມງວດກວດກາ ຄົນເຂົ້າ-ອອກ ຢ່າງເຄັ່ງຄັດ. ພ້ອມກັນນັ້ນກໍ່ໃຫ້ ສືບຕໍ່ໂຄສະນາ, ສຶກສາອົບຮົມປຸກລະດົມທຸກຊັ້ນຄົນ ເປັນເຈົ້າການ ແລະ ມີສ່ວນຮ່ວມ ຕໍ່ວຽກງານປ້ອງກັນ, ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ຢ່າງເຂັ້ມງວດ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຕັ້ງປະຕິບັດຢ່າງເຂັ້ມງວດ.

ShareTweetShare
Next Post
27ພະຈິກ2021 ຕິດເຊື້ອໃໝ່1.491ຄົນ ເສຍຊີວິດ 7.! ຊຸມຊົນນະຄອນຫຼວງ481ຄົນ

27ພະຈິກ2021 ຕິດເຊື້ອໃໝ່1.491ຄົນ ເສຍຊີວິດ 7.! ຊຸມຊົນນະຄອນຫຼວງ481ຄົນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ

    0 shares
    Share 0 Tweet 0
  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0
  • ທະນາຄານແຫ່ງ ສປປ ລາວ ເປີດເຜີຍຜົນການປະຕິຮູບທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກຳ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ດ່ວນໆ… ເກີດເຫດໄຟໄຫມ້ຮ້ານຊິ້ນດາດ ມາລີນີ
  • ພິລຶກແທ້ ແກ້ງຢາລາຍໃຫຍ່ ກາງນະຄອນຫຼວງ ວຽງຈັນ 5ແສນກວ່າເມັດ.
  • ເຖົ້າແລ້ວບໍ່ສົມເຖົ້າ ຊາຍໄວ 66 ປີ ຄາດຕະກໍາເມຍ ຍ້ອນຫຶງຫວງ
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...