ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອັງຄານ 7, ເດືອນກຸມພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ສະຖານທູດລາວ ປະຈໍາຝຣັ່ງ ມອບ ໜັງສືເດີນທາງລາວ ບີນລີ ເກດແກ້ວພົມພອນ ນັກກິລາເຊື້ອຊາດລາວ ເພື່ອລຸຍສຶກ AFF SUZUKI CUP

jon by jon
ເດືອນພະຈິກ 25, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ໃນວັນທີ່ 25 ພະຈິກ 2021 ໂດຍຕ່າງໜ້າ ໃຫ້ ສະຫະພັນ ບານເຕະລາວ ໃນພິທີ ຈັດຂື້ນເປັນ ພິເສດ ຢູ່ຫ້ອງຮັບແຂກ ສະຖານ ເອກອັກຄະລັດຖະທູດ ສປປ ລາວ ປະຈຳປະເທດ ຝຣັ່ງ ທ່ານ ຢົງ ຈັນທະລັງສີ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ສປປ ລາວ ປະຈຳປະເທດ ຝຣັ່ງ ໄດ້ ມອບ ປື້ມຜ່ານແດນທາງການ (Passport) ສປປ ລາວ ພ້ອມດ້ວຍ ເສື້ອເລກ 21 ຂອງ ທີມຊາດ ສປປ ລາວ ໃຫ້ແກ່ ທ່ານ ບີນລີ ເກດແກ້ວພົມພອນ ນັກເຕະບານອາຊີບ ສາຍສອງ ສັງກັດຢູ່ ສະໂມສອນ USL Dunkerque ທາງພາກເໜືອ ຂອງ ປະເທດ ຝຣັງ.

ທ່ານ ບີນລີ ເກດແກ້ວພົມພອນ ແມ່ນລູກຫລານຊາວລາວເຮົາ ທີ່ດຳລົງຊີວິດ ຢູ່ປະເທດ. ບີນລີ ເກີດຢູ່ເມືອງ Champigny-sur-Marne ໃນປີ 1990 ແລະ ໄດ້ເລິ້ມຕົ້ນເປັນນັກກີລາ ອາຊີບ ຢູ່ ສະໂມສອນ Paris Racing Club ກ່ອນຖືກສົງໄປຮຽນຢູ່ ໂຮງຮຽນ Clairefontaine ເຊີ່ງເປັນໂຮງຮຽນນັກກີລາບານເຕະດີເດັ່ນລະດັບຊາດ ຂອງ ປະເທດ ຝຣັ່ງ ໃນປີ 2006. ພາຍຫລັງໜື່ງປີ ໄດ້ຍ້າຍໄປ ສະໂມສອນ RC Strasbourg. ໃນປີ 2011 ໄດ້ເຊັນສັນຍາ ກັບ ສະໂມສອນ FC Sion ແຫ່ງປະເທດ ສະວິດສ ແລະ ຕໍ່ມາກໍ່ເຂົ້າສັງກັດ ສະໂມສອນ ຂອງ ເມືອງ Tour (ປະເທດ ຝຣັ່ງ). ຮອດປີ 2015 ມາເຕະໃຫ້ ສະໂມສອນ Anger SCO, AJ Auxerre ແລະ SO Cholet ກ່ອນຈະມາເຕະໃຫ້ ສະໂມສອນ USL Denkerque.

ນັບວ່າ ຄັ້ງທຳອິດທີ່ ບີນລີ ເກດແກ້ວ ໄດ້ຖືກຄັດເລືອກ ເຂົ້າໃນທີມຊາດລາວ ເພື່ອເຂົ້າຮ່ວມ ການແຂ່ງຂັນບານເຕະ ຊີງແຊ້ມອາຊຽນ ປະຈຳປີ 2020 ຫລຶ AFF SUZUKI CUP 2020. ສຳລັບຄວາມພ້ອມຂອງທີມຊາດລາວ ຊຸດໃຫຍ່ ໄດ້ມີການເກັບໂຕຝຶກຊ້ອມມາແຕ່ຕົ້ນເດືອນກັນຍາ ຜ່ານມາ ທີ່ສະໜາມກິລາ ແຫ່ງຊາດ (ຫຼັກ16) ໂດຍໄດ້ກຳນົດຄັດເລືອກນັກກິລາມີທັງໝົດ 46 ຄົນ, ໃນນັ້ນ ຄັດເລືອກນັກກິລາ 30 ຄົນສຸດທ້າຍເຂົ້າຮ່ວມການແຂ່ງຂັນ , ສຳລັບລາຍຊື່ນັກກິລາ 30 ຄົນສຸດທ້າຍມີ ລາຍຊື່ນັກກິລາ ກອງຫນ້າ ປະສົບການສູງ ບິນລີ້ເກດແກ້ວພົມພອນ ນັກເຕະເຊື້ອສາຍລາວ ທີ່ຫລິ້ນໃນລີກ 2 ປະເທດຝຣັ່ງ ຮ່ວມທີມ ປະສົມປະສານກັບນັກເຕະທີ່ມີປະສົບປະການສູງຫລາຍຄົນນຳໂດຍ ສຸກອາພອນ ວົງຈຽງຄຳ, ມິດສະດາ ສາຍໃຕ້ຟ້າ ແລະ ພຸດທະໄຊ ໂຄຈະເລີນ ທີ່ຫລິ້ນໃນລີກ ຂອງປະເທດໄທ, ມະໂນລົມ ເພັດພັກດີ, ພາຍໃຕ້ການຄຸມທີມຂອງ ທ່ານ ຊີວວາຣັດ ເວນກາດາລຳ ( Selvaraj S/O Vengadalam ) ຫົວຫນ້າຄູຝຶກທີມຊາດລາວ ຊາວສິງກະໂປ ໂດຍມີ ທ່ານ ກັນລະຍາ ສີສົມຫວັງ ແລະ ທ່ານ ນາງ ພອນທິບ ແສງມະນີ ເປັນຜູ້ຊ່ວຍຄູຝຶກ.

ການແຂ່ງຂັນຄັ້ງນີ້ແມ່ນຈະແຕກຕ່າງຈາກການແຂ່ງຂັນແຕ່ລະຄັ້ງທີ່ຜ່ານມາ, ແຕ່ລະທີມສາມາດສົ່ງລາຍຊື່ນັກກິລາໄດ້ 30 ຄົນສຸດທ້າຍ ໂດຍໃນແຕ່ລະນັດສາມາດສົ່ງລາຍຊື່ 23 ຄົນ, ເພື່ອປະຕິບັດຕາມມາດຕະການປ້ອງກັນ COVID-19 ຂອງປະເທດສິງກະໂປ ແລະ ເພື່ອໃຫ້ລັດຖະບານສິງກະໂປ ຍົກເວັ້ນການກັກຕົວ 14 ມື້.

ຂ່າວໂດຍ: ສະຖານທູດລາວ ປະຈໍາປະເທດ ຝຣັ່ງ

ShareTweetShare
Next Post
26ພະຈິກ2021 ຕິດເຊື້ອໃໝ່1.510ຄົນ ເສຍຊີວິດ .! ຊຸມຊົນນະຄອນຫຼວງ856ຄົນ

26ພະຈິກ2021 ຕິດເຊື້ອໃໝ່1.510ຄົນ ເສຍຊີວິດ .! ຊຸມຊົນນະຄອນຫຼວງ856ຄົນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ແຊັດລັບແຊັດຫຼຸດ ຄູບາ Ft. ແມ່ອອກ ຄົນທີ່ເອີ້ນຕົນເອງວ່າ ຢູ່ໃນສິນກິນໃນທຳ

    0 shares
    Share 0 Tweet 0
  • ສຸດທ້າຍກະໄປບໍ່ລອດ ເຈົ້າໜ້າທີ່ຈັບແກ້ງປອມແປງເອກະສານ

    0 shares
    Share 0 Tweet 0
  • ອັບເດດຂ່າວ! ເຫດວິສາມັນຄົນຮ້າຍລັກຊັບ ຢູ່ໜ້າຕະຫຼາດເຊົ້າ

    455 shares
    Share 455 Tweet 0
  • ເສົ້າເດ ເຫດລົດໃຫຍ່+ລົດຈັກ ຄົນສົ່ງອາຫານ ເສຍຊີວິດຄາທີ່

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...