ທາງລົດໄຟລາວ-ຈີນ ແມ່ນໂຄງການນໍາໜ້າຂອງການຮ່ວມມືປະຕິບັດຕົວຈິງຂອງສອງປະເທດລາວ ແລະ ຈີນ, ແມ່ນໂຄງການທີ່ເຊື່ອມໂຍງກັນ ລະຫວ່າງ ຍຸດທະສາດ “ຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ໃຫ້ເປັນປະເທດທີ່ເຊື່ອມໂຍງກັບພາກພື້ນ” ຂອງ ສປປ ລາວ ແລະ ຂໍ້ລິເລີ່ມ “ໜຶ່ງແລວທາງໜຶ່ງເສັ້ນທາງ” ຂອງ ສປ ຈີນ.
ເມື່ອກໍ່ ສ້າງສໍາເລັດແລ້ວ ຈະສົ່ງເສີມໃຫ້ປະຊາຊົນສອງຊາດມີການເຊື່ອມໂຍງກັນ, ເປັນເສັ້ນທາງແຫ່ງມິດຕະພາບ, ເສັ້ນທາງໃສສະອາດ, ເສັ້ນທາງແຫ່ງຄວາມສຸກ ລະຫວ່າງ ສອງປະເທດລາວ ແລະ ຈີນ.ໃນຂະນະທີ່ກຸ່ມບໍລິສັດ POWERCHINA ກໍາລັງກໍ່ສ້າງທາງລົດໄຟລາວ-ຈີນ, ບໍ່ພຽງແຕ່ເປັນການນໍາມາເຊິ່ງການກໍ່ສ້າງທີ່ມີມາດຕະຖານ, ເຕັກນິກ ແລະ ເຄື່ອງອຸປະກອນ, ການອອກແບບ ແລະ ແນວຄວາມຄິດຂອງປະເທດຈີນ, ແຕ່ຍັງແມ່ນການນໍາມາເຊິ່ງການຝຶກອົບຮົມທາງດ້ານທັກສະແຮງງານ, ການຊ່ວຍເຫລືອດ້ານການສຶກສາ, ການປິ່ນປົວແບບບໍ່ເສຍຄ່າ, ການຊ່ວຍເຫລືອໃນຍາມໄພພິພັດ ແລະ ອື່ນໆທີ່ເປັນຄວາມຮັບຜິດຊອບ ແລະ ຊ່ວຍເຫລືອສັງຄົມ, ເຊິ່ງທັງໝົດນັ້ນ ໄດ້ຮັບການຍອມຮັບ ແລະ ການຕີລາຄາຢ່າງສູງຈາກປະຊາຊົນ ແລະ ລັດຖະບານ ສປປ ລາວ.

ການປະສານກັນຂອງການກໍ່ສ້າງແບບຊ່ວງຄາວ ແລະ ແບບຖາວອນສາມາດເກັບກ່ຽວຜົນປະໂຫຍດດ້ານເສດຖະກິດ ແລະ ສັງຄົມເປັນ 2 ເທົ່າບ້ານທີ່ລຽບຕາມເສັ້ນທາງລົດໄຟສ່ວນໃຫຍ່ ແມ່ນມີລະດັບຄວາມທັນສະໄໝທີ່ບໍ່ສູງ, ໂຄງລ່າງພື້ນຖານ, ສິ່ງກໍ່ສ້າງຂອງໂຮງຮຽນ, ອໍານາດການປົກຄອງບ້ານ ແລະ ອື່ນໆແມ່ນມີສະພາບເກົ່າ ແລະ ແຕກຫັກ; ຂາດເສັ້ນທາງເຊື່ອມຕໍ່ກັນລະຫວ່າງບ້ານຫາເມືອງ, ການເດີນທາງຂອງປະຊາຊົນທ້ອງຖິ່ນ ບໍ່ສະດວກ; ໃນບ້ານຂາດເຄື່ອງມືອຸປະກອນເອົານໍ້າ, ຄຸນນະພາບຂອງນໍ້າບໍ່ສາມາດຮັບປະກັນໄດ້. ຕໍ່ກັບສະພາບຕົວຈິງດັ່ງກ່າວ, ເມື່ອການກໍ່ສ້າງທາງລົດໄຟເລີ່ມດໍາເນີນການ ກຸ່ມບໍລິສັດ POWERCHINA ກໍໄດ້ເລີ່ມກໍານົດແຜນການກໍ່ສ້າງໂຄງລ່າງພື້ນຖານ ທີ່ສ້າງຄວາມສະດວກໃຫ້ແກ່ປະຊາຊົນທ້ອງຖິ່ນ ໂດຍອີງຕາມຫລັກການກໍ່ສ້າງແບບຊົ່ວຄາວ ແລະ ແບບຖາວອນ ໂດຍຈະເອົາໂຄງລ່າງສິ່ງອໍານວຍຄວາມສະດວກຊົ່ວຄາວ ແລະ ໂຄງລ່າງພື້ນຖານທີ່ຕ້ອງການ ໃນການກໍ່ສ້າງປະສານລວມຕົວກັນ, ເພື່ອຫລຸດຜ່ອນຄວາມສິ້ນເປືອງ ແລະ ການຖືກທໍາລາຍໃນລະດັບທີ່ສູງສຸດ, ຮື້ຖອນອຸປະກອນກໍ່ສ້າງຊົ່ວຄາວ ແລະ ສ້າງເປັນອາຄານຖາວອນຕາມການອອກແບບ ແລະ ຄວາມຕ້ອງການຂອງທ້ອງຖິ່ນ, ເຊິ່ງບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການໃນການກໍ່ສ້າງເທົ່ານັ້ນ, ແຕ່ຍັງຊ່ວຍແກ້ໄຂບັນຫາຄວາມຕ້ອງການ ໃນການດໍາລົງຊີວິດຕົວຈິງຂອງຄົນໃນທ້ອງຖິ່ນອີກດ້ວຍ.

ໃນຂະນະດໍາເນີນການກໍ່ສ້າງທາງຍ່າງ ແລະ ຂົວ ຍັງໄດ້ຄໍານຶງເຖິງການເດີນທາງເຂົ້າ-ອອກຂອງປະຊາຊົນທ້ອງຖິ່ນ, ພ້ອມຮັບປະກັນຄຸນນະພາບຂອງການກໍ່ສ້າງ ໂດຍນໍາໃຊ້ວັດສະດຸທີ່ທົນທານ ແລະ ເປັນມິດຕໍ່ສິ່ງແວດລ້ອມ ເຂົ້າໃນການກໍ່ສ້າງອາຄານຊົ່ວຄາວ (The board) ທີ່ພາກສະໜາມ. ຫລັງຈາກການກໍ່ສ້າງສິ້ນສຸດລົງ ຈິ່ງປະໄວ້ໃຫ້ປະຊາຊົນທ້ອງ ຖິ່ນນໍາໃຊ້; ນໍ້າທີ່ເອົາຈາກນໍ້າສ້າງໃນບໍລິເວນໃກ້ແຄ້ມ ຫລື ພາກສະໜາມ ຕ້ອງໄດ້ຄຸນນະພາບ ຜ່ານການກວດຄຸນນະພາບນໍ້າຄັກແນ່ ໂດຍໃຊ້ຮ່ວມກັນກັບປະຊາຊົນທ້ອງຖິ່ນ.
ຮອດວັນທີ 1 ພະຈິກ 2021, ທາງຍ່າງທີ່ກໍ່ສ້າງພາຍໃນຂອບເຂດທີ່ຄວບຄຸມການກໍ່ສ້າງໂດຍ ກຸ່ມບໍລິສັດ POWERCHINA ທີ່ມອບຮັບໃຫ້ທ່ອງຖິ່ນນໍາໃຊ້ ມີຄວາມຍາວທັງໝົດ 336.43 ກິໂລແມັດ, ຂົວ 25 ແຫ່ງ. ການກໍ່ສ້າງທາງຍ່າງ ແລະ ຂົວໄດ້ເຮັດໃຫ້ປະຊາຊົນ 2.597 ຄອບຄົວ ເດີນທາງໄດ້ຢ່າງສະດວກ; ກໍ່ສ້າງອາຄານຖາວອນ ແລະ ຊົ່ວ ຄາວ ມີເນື້ອທີ່ທັງໝົດ 228.000 ຕາແມັດ; ປັບປຸງຄອງນໍ້າ 72 ເສັ້ນ; ການປັບປຸງກໍາລັງໄຟຟ້າແມ່ນລວມທັງໝົດມີ 174.2 ກິໂລແມັດ; ໂຄງການສະໜອງນໍ້າດື່ມ 2 ໂຄງການ; ສະຖານທີ່ສົ່ງມອບມີເນື້ອທີ່ 220.060 ຕາແມັດ, ໃນນັ້ນອາຄານຊົ່ວຄາວ (The board), ຕູບກັນຝົນ ແລະ ອາຄານອື່ນໆ ມີເນື້ອທີ່ 32.300 ຕາແມັດ. ແຜນການປະສົມປະສານລະຫວ່າງການກໍ່ສ້າງຊົ່ວຄາວ ແລະ ຖາວອນໄດ້ເຮັດໃຫ້ບັນລຸການປະສົມປະສານລະຫວ່າງ ວິສາວະກໍາກໍ່ສ້າງ ແລະ ວິຖີຊີວິດຂອງປະຊາຊົນທ້ອງຖິ່ນ, ເປັນການສ້າງຄວາມສຸກໃຫ້ແກ່ປະຊາຊົນທ້ອງຖິ່ນ, ເພີ່ມທະວີມິດຕະພາບຂອງປະຊາຊົນສອງປະເທດລາວ ແລະ ຈີນ, ພ້ອມບັນລຸການໄດ້ຮັບໄຊຊະນະຮ່ວມກັນຂອງຫລາຍຝ່າຍ.

ເຝືກອົບຮົມ ສອນທັກສະໃຫ້ຄົນໃນທ້ອງຖິ່ນເພື່ອການພັດທະນາທີ່ຍືນຍົງຂອງທ້ອງຖິ່ນໃນວັນທີ 26 ພະຈິກ 2017, ພາຍໃຕ້ການເປັນພະຍານຈາກສະຖານກົງສູນໃຫຍ່ ສປ ຈີນປະຈໍາແຂວງຫລວງພະບາງ, ການນໍາພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຫລວງພະບາງ, ຜູ້ເຂົ້າຮ່ວມຮຽນ ຫລື ຝຶກອົບຮົມຝ່າຍລາວ, ໂຮງຮຽນຝຶກອົບ ຮົມທັກສະວິຊາການ ທີ່ສະໜອງການຝຶກອົບຮົມໃຫ້ແກ່ຜູ້ເຂົ້າຮ່ວມຮຽນຝ່າຍລາວ ທີ່ອີງຕາມຈຸດປະສົງໃນການຮຽນການສອນທີ່ວ່າ “ຝຶກອົບຮົມບຸກຄະລາກອນດ້ານວິຊາການ, ບໍລິ ການ ໃຫ້ແກ່ເສັ້ນທາງລົດໄຟລາວ-ຈີນ” ຕ້ອງດໍາເນີນການ ແລະ ເກີດຂຶ້ນ. ຜູ້ຮັບຜິດຊອບດ້ານການສຶກສາ ຫລື ເຮັດວຽກດ້ານການສຶກສາຂອງ ກຸ່ມບໍລິສັດ POWERCHINA ໄດ້ສະແດງໃຫ້ເຫັນວ່າ, ການເປີດໂຮງຮຽນຝຶກອົບຮົມແຕ່ໃດມາ ແມ່ນຈັດຢູ່ໃນຈຸດປະສົງການປະຕິບັດຕົວຈິງຕາມແນວຄວາມຄິດ “ສອນຄົນໃຫ້ຮູ້ໃສ່ເບັດ ແລະ ສອນຄົນທີ່ເປັນຜູ້ໃສ່ເບັດດ້ວຍ”. ໃນຂະນະທີ່ດໍາເນີນກິດຈະການໃນທ້ອງຖິ່ນນັ້ນ ບໍ່ພຽງແຕ່ຕ້ອງການສະໜອງໜ້າທີ່ຕໍາແໜ່ງ, ແຕ່ຍັງຕ້ອງໄດ້ໃຫ້ພະນັກງານທ້ອງຖິ່ນ ຮຽນຮູ້ເຖິງວິຊາການທາງດ້ານເຕັກນິກ, ກໍາແໜ້ນໃນວິຊາສະເພາະ ເພື່ອສ້າງພື້ນຖານທີ່ດີໃຫ້ແກ່ການດໍາລົງຊີວິດໃນອະນາຄົດ.
ຫລັງຈາກໂຮງຮຽນຝຶກອົບຮົມສ້າງຕັ້ງຂຶ້ນ, ກໍຈະໄດ້ກໍານົດແຜນການຝຶກອົບຮົມທີ່ມີລັກ ສະນະຈໍາເພາະ ແລະ ມີປະສິດທິຜົນ, ນໍາໃຊ້ວິທີການຝຶກອົບຮົມແບບລວມສູນ, ໃນແຕ່ລະໄລຍະ ຫລື ໄຕມາດໃຫ້ຈັດຝຶກອົບຮົມ 1 ເດືອນ, ການຝຶກອົບຮົມແຕ່ລະຄັ້ງ ມີຜູ້ເຂົ້າຮ່ວມຮຽນ 30 ຄົນ. ເພື່ອຮັບປະກັນລະດັບການສຶກສາ, ຕໍ່ກັບວຽກງານເຫລັກ, ວຽກງານໄຟຟ້າ, ວຽກງານເຊື່ອມຈອດ, ວຽກງານຄອນກຣີດ, ວຽກງານໄມ້ ແລະ ອື່ນໆທີ່ກ່ຽວຂ້ອງ, ກຸ່ມບໍລິສັດ POWERCHINA ຈະໄດ້ເລືອກຊ່ຽວຊານວິຊາການທີ່ມີປະສົບການຈໍານວນ 5 ທ່ານ ແລະ ຍັງເຊື້ອເຊີນວິຊາການທາງເຕັກນິກພິເສດ ມາສິດສອນອີກດ້ວຍ. ວິທີການສອນຈະດໍາເນີນໃນ 4 ແບບຄື: ມີອາຈານສອນຮູບແບບລາຍລັກອັກສອນ, ປະຕິບັດຕົວຈິງ, ຜູ້ເຂົ້າຮຽນສົນທະນາແລກປ່ຽນກັນ ແລະ ສະແດງຜົນການຮຽນ.ເພື່ອໃຫ້ຜູ້ເຂົ້າຮ່ວມຮຽນ ສາມາດຮຽນໄດ້ຢ່າງສະບາຍໃຈ, ພະແນກໂຄງການໄດ້ສະ ໜອງສະພາບແວດລ້ອມດ້ານຫໍພັກ ແລະ ການຮຽນທີ່ດີໃຫ້ແກ່ຜູ້ເຂົ້າຮ່ວມຮຽນໃນຊຸດຝຶກອົບຮົມ, ນໍາໃຊ້ວິທີການຝຶກອົບຮົມທີ່ມີເງິນເດືອນ ເພື່ອຊຸກຍູ້ໃຫ້ພະນັກງານທ້ອງຖິ່ນເຂົ້າຮ່ວມຮຽນໃນຊຸດຝຶກອົບຮົມດັ່ງກ່າວ. ຫລັງຈາກຝຶກອົບຮົມແລ້ວ, ຜູ້ເຂົ້າຮ່ວມຮຽນທີ່ດີເດັ່ນຈະໄດ້ຮັບໃບຢັ້ງຢືນ ການຈົບຫລັກສູດຝຶກອົບຮົມທີ່ມີກາຈໍ້າ ຈາກພະແນກແຮງງານ ແລະສະ ຫວັດດີການສັງຄົມ ແລະ ກຸ່ມບໍລິສັດ POWERCHINA, ທາງພະແນກໂຄງການຈະເອົາໃບຢັ້ງຢືນການເຮັດວຽກ ມອບໃຫ້ພະນັກງານທີ່ດໍາເນີນວຽກງານ ຕາມຕໍາແໜ່ງໜ້າທີ່ທີ່ກ່ຽວຂ້ອງຂອງຕົນ.ທ້າວ ອາເຜິງ (A Peng) ໃນນາມເປັນໜຶ່ງໃນ 30 ຄົນຂອງຜູ້ເຂົ້າຮ່ວມຮຽນທີ່ຈົບໄປໃນໄລຍະທີ 1, ເຊິ່ງກ່ອນໜ້ານັ້ນ ແມ່ນອາໄສການລ່າສັດເປັນຫລັກ, ແຕ່ຫລັງຈາກທີ່ໄດ້ຝຶກອົບຮົມ, ລາວກໍສາມາດດໍາເນີນວຽກງານປຸງແຕ່ງເຫລັກ ໄດ້ດ້ວຍຕົນເອງຢ່າງອິດສະ ຫລະ. ຫລັງຈາກທີ່ເຂົ້າເຮັດວຽກ, ຍ້ອນມີໃບຢັ້ງຢືນກໍເຮັດໃຫ້ລາວ ມີລາຍຮັບປະຈໍາເດືອນທີ່ຫລາຍຂຶ້ນ. “ຂ້າພະເຈົ້າຂໍຂອບໃຈທີ່ທາງກຸ່ມບໍລິສັດ POWERCHINA ຊ່ວຍສອນຂ້າພະ ເຈົ້າໃນດ້ານທັກສະການເຊື່ອມຈອດ ແລະ ໄດ້ສະໜອງວຽກທີ່ໝັ້ນຄົງໃຫ້”. ການປ່ຽນແປງຂອງລາຍຮັບແບບນີ້ ແລະ ການກໍາແໜ້ນໃນທັກສະການເຊື່ອມຈອດ, ເຮັດໃຫ້ລາວມີຄວາມໝັ້ນໃຈດ້ານການວາງແຜນແຕ່ງງານ ແລະ ກໍ່ສ້າງເຮືອນໃນອະນາຄົດ. ເຊັ່ນດຽວກັນກັບ ທ້າວ ອາເຜິງ, ຜູ້ເຂົ້າຮ່ວມຄົນອື່ນໆ ເມື່ອຈົບໄປແລ້ວກໍສາມາດກໍາແໜ້ນໃນທັກສະ ແລະ ປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ, ພ້ອມຫ້າວຫັນໃນການເຂົ້າຮ່ວມເປັນຄອບຄົວໃຫຍ່ຂອງໂຮງຮຽນຝຶກອົບຮົມ. ຮອດເດືອນກັນຍາ 2020, ມີຜູ້ເຂົ້າຮ່ວມຮຽນຝຶກອົບຮົມຈໍານວນຫລາຍຮ້ອຍຄົນທີ່ໄດ້ຜ່ານການຝຶກອົບຮົມ. ເພື່ອຊຸກຍູ້ການມີວຽກເຮັດງານທໍາໃນທ້ອງຖິ່ນ, ຍົກສູງລະດັບທັກສະຂອງພະນັກງານທ້ອງຖິ່ນ ອັນເປັນການສະໜອງກໍາລັງໃຫ້ແກ່ ກຸ່ມບໍລິສັດ POWERCHINA.ໃນວັນທີ 4 ກຸມພາ 2018, ສະຖານກົງສູນໃຫຍ່ ສປ ຈີນ ປະຈໍາຫລວງພະບາງ ໄດ້ສົ່ງໜັງສືຍ້ອງຍໍຫາກຸ່ມບໍລິສັດ POWERCHINA, ສະແດງຄວາມຍ້ອງຍໍທີ່ທາງກຸ່ມບໍລິສັດ ເປີດໂຮງຮຽນຝຶກອົບຮົມທັກສະວິຊາການ ສໍາລັບແຮງງານລາວແຫ່ງທໍາອິດ ໃຫ້ແກ່ປະຊາ ຊົນ ຫລື ແຮງງານທ້ອງຖິ່ນແບບບໍ່ເສຍຄ່າໃຊ້ຈ່າຍ, ອັນເປັນຂົວຕໍ່ແຫ່ງການສ້າງສາຍພົວພັນມິດຕະພາບຂອງປະຊາຊົນ ແລະ ສອງຊາດລາວ-ຈີນ.

ແລະ ການກູ້ໄພສຸກເສີນ, ມິດຕະພາບອັນເລິກເຊິ່ງລະຫວ່າງລາວ ແລະ ຈີນ ໃນເວລາທີ່ເກີດວິກິດກຸ່ມບໍລິສັດ POWERCHINA ບໍ່ພຽງແຕ່ແມ່ນ “ທະຫານເຫລັກ” ກໍ່ສ້າງທີ່ແຂງແກ່ງທີ່ສູ້ສົນກັບຄວາມຫຍຸ້ງຍາກນັ້ນໄດ້, ໃນສະພາບການທີ່ປະເທດລາວເຄີຍເກີດເຫດໄພພິບັດ, ກໍ່ແມ່ນທະຫານທີ່ມີກໍາລັງທີ່ສາມາດຊ່ວຍເຫລືອ ແລະ ເພິ່ງພາອາໄສໄດ້ ໃນຍາມກູ້ໄພພິບັດທີ່ເກີດຂຶ້ນດັ່ງກ່າວ.ໃນວັນທີ 23 ກໍລະກົດ 2018, ໄດ້ເກີດເຫດການເຂື່ອນແຕກ ທີ່ແຂວງອັດຕະປື ພາກໃຕ້ຂອງລາວ, ນໍ້າໃນເຂື່ອນປະລິມານ 5.000 ລ້ານແມັດກ້ອນ ໄດ້ໄຫລອອກຈົນເຮັດໃຫ້ຜູ້ຄົນໄດ້ຮັບຜົນກະທົບ, ສູນຫາຍເປັນຈໍານວນຫລາຍຮ້ອຍຄົນ ໃນບໍ່ພໍເທົ່າໃດຊົ່ວໂມງ. ນອກ ຈາກນີ້, ຍັງມີອາຄານທັງໝົດ 6.000 ຫລັງຖືກນໍ້າຖ້ວມ, ມີຄົນຈໍານວນໝື່ນຄົນບໍ່ມີທີ່ຢູ່ອາ ໄສ. ຫລັງຈາກທີ່ ກຸ່ມບໍລິສັດ POWERCHINA ໄດ້ຮັບການຮ້ອງຂໍຈາກກະຊວງໂຍທາທິການ ແລະ ຂົນສົ່ງ, ທາງບໍລິສັດ ກໍໄດ້ຕອບສະໜອງທັນທີ ໂດຍໃນວັນທີ 24 ກໍລະກົດໄດ້ຈັດຕັ້ງແຕ່ລະໜ່ວຍງານທີ່ເຂົ້າຮ່ວມການກໍ່ສ້າງ ແລະ ລົງທຶນສຸມໃສ່ໃນວຽກງານຊ່ວຍ ເຫລືອຢ່າງສຸກເສີນ, ມີການກູ້ ແລະ ສ້ອມແປງທາງຫລວງເລກທີ 18, ຂົວເລກ3#, 4# ໃນເຂດໄພພິບັດຂອງແຂວງອັດຕະປື. ແຕ່ລະພະແນກໃນໂຄງການໄດ້ຈັດຕັ້ງຢ່າງລະອຽດ, ເຮັດວຽກຢ່າງໜັກ, ເພື່ອຈັດຕັ້ງຄົນ, ເຄື່ອງຈັກ, ວັດສະດຸເຂົ້າໃນການກໍ່ສ້າງ, ໃນໄລຍະ 40 ມື້ທີ່ດໍາເນີນວຽກການສ້ອມແປງ, ຜູ້ກໍ່ສ້າງໄດ້ສະແດງຄວາມສູ້ຊົນຢ່າງໜັກໃນວຽກງານ, ປະຕິບັດໜ້າທີ່ຂອງຕົນຢ່າງເຕັມທີ່ ແລະ ປະຕິບັດຕາມຂັ້ນເທິງ, ອັນເປັນການສະໜອງກໍາລັງທີ່ແຂງແຮງໃຫ້ແກ່ການຟື້ນຟູ ຫລັງຈາກເກີດໄພພິບັດ.ໃນວັນທີ 18 ກັນຍາ, ທາງຫລວງເລກທີ 18 ແລະ ຂົວສອງແຫ່ງທີ່ສ້ອມແປງແລ້ວ ກໍ່ໄດ້ມອບໃຫ້ພະແນກໂຍທາທິການ ແລະ ຂົນສົ່ງ ນໍາໃຊ້ຢ່າງເປັນທາງການ, ການນໍາໃຊ້ຂົວໃໝ່ ໄດ້ຊ່ວຍແກ້ໄຂບັນຫາຄວາມຫຍຸ້ງຍາກ ໃນການຂົນສົ່ງອຸປະກອນຕ່າງໆ ເພື່ອຮັບໃຊ້ໃນການກູ້ໄພພິບັດ, ມີບົດບາດໃນການສົ່ງເສີມໃຫ້ເກີດການຟື້ນຄືນຂອງເຂດໄພພິບັດແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃຫ້ເປັນປົກກະຕິ. ໃນວັນທີ 26 ກັນຍາ, ໃນພິທີສົ່ງມອບເສັ້ນທາງ ແລະ ຂົວທີ່ຊ່ວຍເຫລືອກໍ່ສ້າງທີ່ສໍາເລັດແລ້ວ, ກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ, ສະຖານທູດ ສປປ ລາວ ປະຈໍາ ສປ ຈີນ ແລະ ການນໍາຂອງແຂວງອັດຕະປື ໄດ້ຕີລາຄາ ແລະ ຊົມເຊີຍຢ່າງສູງຕໍ່ການສ້າງຜົນງານສໍາລັບສາຍພົວພັນມິດຕະພາບລາວ ແລະ ຈີນຂອງ ກຸ່ມບໍລິສັດ POWERCHINA, ພ້ອມທັງໄດ້ອອກໃບຍ້ອງຍໍ ແລະ ຫລຽນໄຊແຮງງານ ຈາກນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃຫ້ແກ່ແຕ່ລະໜ່ວຍງານກໍ່ສ້າງ.ຈາກວຽກງານບັນເທົາຊ່ວຍເຫລືອ ແລະ ກອບກູ້ໄພພິບັດຂະໜາດນ້ອຍ ແລະ ຂະ ໜາດໃຫຍ່ ທີ່ກ່າວມາຂ້າງເທິງນັ້ນ, ເຫັນໄດ້ວ່າແຕ່ລະໜ່ວຍງານກໍ່ສ້າງຂອງ ກຸ່ມບໍລິສັດ POWERCHINA ໃນໄລຍະ 4 ປີ ແມ່ນໄດ້ເຂົ້າຮ່ວມການຊ່ວຍເຫລືອ ແລະ ວຽກງານ ອື່ນໆ ທີ່ກ່ຽວຂ້ອງເຖິງຫລາຍຄັ້ງ, ເຊິ່ງເປັນການສະແດງໃຫ້ເຫັນເຖິງການຫ້າວຫັນ ແລະ ປະຕິບັດໜ້າທີ່ທາງສັງຄົມຂອງບໍລິສັດ ທາງລົດໄຟລາວ-ຈີນຈໍາກັດ ແລະ ກຸ່ມບໍລິສັດ POWERCHINA, ສະແດງໃຫ້ເຫັນກໍາລັງໃນການຟື້ນຟູເຂດໄພພິບັດ ແລະ ໜ້າທີ່ໃນການສ້າງຄວາມສຸກໃຫ້ແກ່ປະຊາຊົນທ້ອງຖິ່ນ
ຊ່ວຍເຫຼືອໃນການປີ່ປົ່ວ ເປັນສ່ວນໜຶ່ງໃນການສ້າງປະຊາຄົມ ຮ່ວມຊະຕາກໍາດຽວກັນພາຍໃຕ້ໜ້າທີ່ຮັບຜິດຊອບທາງສັງຄົມທີ່ອົບອຸ່ນຫລັງຈາກທີ່ເມືອງສະໜາມໄຊ ແຂວງອັດຕະປື ເກີດເຫດການເຂື່ອນໄຟຟ້າແຕກ, ໃນຂະນະທີ່ກຸ່ມບໍລິສັດ POWERCHINA ໄດ້ຊ່ວຍເຫລືອກູ້ໄພ, ກໍ່ຍັງໄດ້ຈັດຕັ້ງພະນັກງານທຸກຄົນດໍາເນີນກິດຈະກໍາບໍລິຈາກໃນຫົວຂໍ້ “ນໍ້າຖ້ວມແມ່ນໂຫດຮ້າຍ ແຕ່ຄົນເຮົາມີຄວາມເຫັນໃຈ, ພວກເຮົາພ້ອມແລ້ວທີ່ຈະສະແດງນໍ້າໃຈ ຊ່ວຍເຫລືອຕໍ່ເຂດໄພພິບັດດັ່ງກ່າວ”. ພະນັກງານຂອງໂຄງການຫ້າວຫັນໃນການເຂົ້າຮ່ວມ, ສະໜອງການຊ່ວຍເຫລືອເຂດໄພ ພິບັດຢ່າງສຸດຄວາມສາມາດ, ພ້ອມທັງສະແດງນໍ້າໃຈທີ່ຈະຢາກຊ່ວຍເຫລືອເຂດໄພພິບັດດັ່ງກ່າວ. ໃນເວລາສັ້ນໆພຽງແຕ່ 2 ຊົ່ວໂມງ ກໍ່ສາມາດໄດ້ຮັບເງິນບໍລິຈາກ ຈາກພະນັກ ງານທຸກຄົນເຖິງຫລາຍສິບລ້ານກີບ. ເງິນກ້ອນດັ່ງກ່າວ, ເປັນເງິນບໍລິຈາກ ຈາກໃຈຂອງກຸ່ມບໍລິສັດ POWERCHINA, ໃນຄືນນັ້ນ ກໍໄດ້ມອບເງິນດັ່ງກ່າວໃຫ້ແກ່ຄະນະຊ່ວຍເຫລືອເຂດໄພພິບັດສະເພາະຂອງບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ໂດຍທັນທີ ເພື່ອຊ່ວຍຜູ້ປະສົບໄພ ແລະ ຟື້ນຟູເຂດປະສົບໄພໃຫ້ກັບຄືນສະພາບເດີມ.ໃນຄວາມຈິງແລ້ວ, ກ່ຽວກັບການເປັນສ່ວນໜຶ່ງ ໃນການສ້າງປະຊາຄົມຮ່ວມຊະຕາກໍາດຽວກັນລາວ-ຈີນ ນັ້ນ, ຈາກການເຄື່ອນໄຫວດັ່ງກ່າວ ສະແດງໃຫ້ເຫັນວ່າກຸ່ມບໍລິສັດPOWERCHINA ແມ່ນໄດ້ດໍາເນີນການໄປແລ້ວເປັນຂັ້ນໆ.
ນັບແຕ່ທີ່ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ແລະ ກຸ່ມບໍລິສັດ POWERCHINA ດໍາເນີນວຽກໃນໄລຍະຮັບຜິດຊອບຂອງຕົນເອງ, ທັງສອງກໍໄດ້ຫ້າວຫັນໃນການພັດທະນາວຽກການກໍ່ສ້າງ ຮ່ວມກັບວິສາຫະກິດທ້ອງຖິ່ນ, ມີການບໍລິຈາກຄອມພິວເຕີ, ເຄື່ອງປີ້ນເອ ກະສານ, ເຄື່ອງໃຊ້ຫ້ອງການ ແລະ ເຄື່ອງຮຽນຕ່າງໆໃຫ້ແກ່ອໍານາດການປົກຄອງທ້ອງຖິ່ນແລະ ໂຮງຮຽນ. ພ້ອມກັນນັ້ນ, ກໍໄດ້ມີການຊ່ວຍເຫລືອທ້ອງຖິ່ນໃນການສ້າງໂຮງຮຽນປະ ຖົມ ແລະ ວັດ, ອັນໄດ້ຮັບການຍ້ອງຍໍຫລາຍໆຄັ້ງ ຈາກອໍານາດການປົກຄອງທ້ອງຖິ່ນ, ເປັນການສ້າງສາຍພົວພັນທີ່ດີ ລະຫວ່າງ ພະແນກໂຄງການກັບອໍານົດການປົກຄອງ ແລະປະຊາຊົນທ້ອງຖິ່ນ.ນອກຈາກນີ້, ກຸ່ມບໍລິສັດ POWERCHINA ຍັງໄດ້ສ້າງກິດຈະກໍາເຕະບານມິດຕະ ພາບ, ອັນເປັນການເພີ່ມທະວີການພົວພັນແລກປ່ຽນ ລະຫວ່າງ ຊາວໜຸ່ມຂອງລາວ ແລະຈີນ. ນັບແຕ່ປີ 2017 ເປັນຕົ້ນມາ, ໄດ້ເຂົ້າຮ່ວມກິດຈະກໍາກິລາຕ່າງໆນໍາຄະນະຊາວໜຸ່ມ ສປປ ລາວ ໃນໂອກາດສະຫລອງວັນຊາດ, ວັນສ້າງຕັ້ງກອງທັບ ແລະ ອື່ນໆ, ໄດ້ຮ່ວມກິດຈະກໍາການແຂ່ງຂັນເຕະບານມິດຕະພາບ ກັບໜ່ວຍງານທ້ອງຖິ່ນ, ອັນເປັນການເພີ່ມຄວາມເຂັ້ມແຂງໃນສາຍພັວພັນ ແລະ ຄວາມຮູ້ສຶກທີ່ດີຂອງສອງຝ່າຍ. ທີ່ສະແດງໃຫ້ເຫັນເຖິງໜ້າທີ່ຮັບຜິດຊອບທາງສັງຄົມ ຂອງກຸ່ມບໍລິສັດ POWERCHINA, ແມ່ນການສ້າງແຜນການປະຕິບັດການປິ່ນປົວປະຊາຊົນທ້ອງຖິ່ນໃນຮູບແບບ “ຮັບພຽງແຕ່ຮອຍຍິ້ມ ໂດຍບໍ່ຮັບເງິນ” ຕາມການຊີ້ນໍາຂອງ ທ່ານໝໍຈີນ ເສີນ ປິງວູ (Chen Bingwu).ທາງລົດໄຟລາວ-ຈີນຊ່ວງທີ IV ຕັ້ງຢູ່ເຂດປ່າເລິກ ແລະ ຮ່ອມພູຂອງແຂວງຫລວງພະບາງ, ແຕ່ກ່ອນເປັນເສັ້ນທາງທີ່ອັນຕະລາຍ, ສະພາບແວດລ້ອມມີຄວາມໂຫດຮ້າຍ, ປະຊາ ຊົນທ້ອງຖິ່ນ ມັກປະສົບກັບຄວາມອັນຕະຫລາຍຈາກ ຄວາມຊຸ່ມປຽກທີ່ຮ້າຍແຮງ, ບວກໃສ່ກັບໂຄງລ່າງສິ່ງອໍານວຍຄວາມສະດວກທາງການແພດບໍ່ພຽງພໍ ແລະ ລ້າສະໄໝ, ປະຊາ ຊົນທ້ອງຖິ່ນໃນເຂດນັ້ນມັກເປັນພະຍາດໄຂຂໍ້ອັກເສບ. ຫລັງຈາກຜູ້ຮັບຜິດຊອບຂອງກຸ່ມບໍລິສັດ POWERCHINA ຮູ້ຈັກສະພາບແລ້ວ, ກໍໄດ້ຈັດຕັ້ງໃຫ້ໜ່ວຍງານການແພດພະແນກໂຄງການ ທີ່ນໍາພາໂດຍ ທ່ານໝໍ ເສີນ ປິງວູ (Chen Bingwu) ດໍາເນີນການສ້າງກິດຈະກໍາປິ່ນປົວພະຍາດແບບບໍ່ເສຍຄ່າ ເພື່ອດໍາເນີນການປິ່ນປົວໃຫ້ປະຊາຊົນທ້ອງຖິ່ນທີ່ປະສົບກັບພະຍາດຕ່າງໆ.ໃນຂະນະດໍາເນີນກິດຈະກໍາຊ່ວຍເຫລືອປິ່ນປົວ, ທ່ານໝໍ ເສີນ ປິງວູ ແລະ ທີມງານແພດບໍ່ພຽງແຕ່ບໍ່ຮັບເງິນຄ່າປິ່ນປົວ, ແຕ່ຍັງມອບຢາໃຫ້ແບບບໍ່ເສຍຄ່າ, ຍັງເຊື້ອເຊີນໃຫ້ສຸກສາລາຂັ້ນບ້ານ ດໍາເນີນການປິ່ນປົວຮ່ວມກັນ, ທ່ານໝໍເສີນ ໄດ້ແບ່ງປັນວິທີການວິນິດໄສພະຍາດ, ວິທີການນໍາໃຊ້ຢາ ແລະ ແຜນການປິ່ນປົວຕ່າງໆໃຫ້ແກ່ທ່ານໝໍທ້ອງຖິ່ນ, ພ້ອມມີການສົນທະນາປຶກສາຫາລືຮ່ວມກັນ ແລະ ຄົ້ນຄວ້າວິທີການປິ່ນປົວທີ່ສາມາດຫລຸດ ຜ່ອນຄວາມເຈັບເປັນຂອງຄົນເຈັບລົງໄດ້.ທ່ານໝໍ ຜີງຢາງ ຈາກໂຮງໝໍບ້ານກິ່ວຕະລຸນ ໄດ້ເວົ້າວ່າ: “ນັບແຕ່ທີ່ທ່ານໝໍເສີນ ໄດ້ມາ, ທ່ານໝໍ ກໍໄດ້ສອນພວກເຮົາໃຫ້ຮູ້ເຖິງພະຍາດ ຫລື ອາການພະຍາດຕ່າງໆ ທີ່ພວກເຮົາບໍ່ເຄີຍຮູ້ມາກ່ອນ, ເຮັດໃຫ້ພວກເຮົາຮູ້ຈັກວິທີການວິນິດໄສ ແລະ ປິ່ນປົວ, ພ້ອມທັງສາມາດສະໜອງການບໍລິການ ທີ່ມີຄຸນນະພາບຍິ່ງຂຶ້ນໃຫ້ແກ່ປະຊາຊົນທ້ອງຖິ່ນ, ຂອບໃຈກຸ່ມບໍລິສັດ POWERCHINA, ຂອບໃຈໝູ່ເພື່ອນຄົນຈີນທຸກຄົນ”.ໃນຂະນະທີ່ໂຄງການກໍ່ສ້າງທາງລົດໄຟ ດໍາເນີນການຢູ່ນັ້ນ, ກຸ່ມບໍລິສັດ POWERCHINA ກໍໄດ້ສືບຕໍ່ສ້າງມາດຕະການຕ່າງໆດ້ວຍຄວາມຈິງໃຈ, ອຸດົມສົມບູນ, ພ້ອມປະຕິ ບັດໜ້າທີ່ທາງສັງຄົມຂອງຕົນໄວ້ຢ່າງດີ, ບໍ່ພຽງແຕ່ສ້າງເສັ້ນທາງລົດໄຟລາວ-ຈີນ ໃຫ້ເປັນເສັ້ນທາງແຫ່ງມິດຕະພາບ, ເສັ້ນທາງແຫ່ງຄວາມສຸກ, ຍັງສ້າງໃຫ້ເປັນເສັ້ນທາງແຫ່ງການໄດ້ຮັບໄຊຊະນະຮ່ວມກັນ, ເສັ້ນທາງແຫ່ງການພັດທະນາ ແລະ ຈະເລີນຮຸ່ງເຮືອງ.
Discussion about this post