ໃນວັນທີ 17 ພະຈິກ 2021 ເຈົ້າໜ້າທີ່ ປກສ ກຸ່ມຈອມແຈ້ງ ສົມທົບກັບໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສີສັດຕະນາກ ໄດ້ຮຽກຕົວເປົ້າໝາຍທີ່ຢູ່ໃນການຄຸ້ມຄອງຕິດຕາມ ແລະ ກວດກາຂອງ ປກສ ກຸ່ມ ມາສຶກສາອົບຮົມຊື່: ທ້າວ ຄຳພອນ ອາຍຸ 51 ປີ ບ້ານໄຊສະຖານ ໜ່ວຍ 9 ເມືອງສີສັດຕະນາກ ໂດຍຊ້ອງໜ້າອຳນາດການປົກຄອງບ້ານ.

ພັທ ສົມເພັດ ດວງດາລາ ຫົວໜ້າ ປກສ ກຸ່ມ 5 ຈອມແຈ້ງ ເມືອງສີສັດຕະນາກ ໃຫ້ຮູ້ວ່າ: ທ້າວ ຄຳພອນ ຫຼື ອາ ມີປະຫວັດການເຄື່ອນໄຫວເຄີຍພົວພັນຄ້າຂາຍຢາເສບຕິດ, ເຄີຍຖືກກັກຕົວ 3 ຄັ້ງ, ຖືກດຳເນີນຄະດີໃນຂໍ້ຫາຄ້າຂາຍຢາເສບຕິດ 1 ຄັ້ງ, ມົ້ວສຸມ 2 ຄັ້ງ ປກສ ກຸ່ມເຄີຍສຶກສາອົບຮົມ 2 ຄັ້ງ ແລະ ບ້ານຫຼາຍຄັ້ງ ຜູ້ກ່ຽວບໍ່ມີການປ່ຽນແປງ ສືບຕໍ່ກະທໍາຜິດຕໍ່ລະບຽບການດໍາລົງຊີວິດຂອງສັງຄົມຕໍ່ຄວາມສະຫງົບພາຍໃນບ້ານ, ແຕ່ຜູ້ກ່ຽວຍັງເຄື່ອນໄຫວເຮັດຜິດຕໍ່ລະບຽບ ການດຳລົງຊີວິດຂອງສັງຄົມ ສ້າງຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍພາຍໃນບ້ານ ເຈົ້າໜ້າທີ່ຈື່ງໄດ້ຮຽກຕົວມາສຶກສາອົບຮົມໃຫ້ມີການປ່ຽນແປງ; ພ້ອມທັງໃຫ້ສັນຍາປັບປຸງຕົນເອງ ປະຕິບັດຕາມລະບຽບການຂອງບ້ານເມືອງ ຖ້າມີການເຄື່ອນໄຫວອີກໃນຕໍ່ໜ້າ ເຈົ້າໜ້າທີ່ຈະໄດ້ນຳໃຊ້ມາດຕະການ ທາງດ້ານກົດໝາຍ ຢ່າງເດັດຂາດ.
ກອງບັນຊາການ ປ້ອງກັນຄວາມສະຫງົບ ນວ ຮຽກຮອງມາຍັງພົນລະເມືອງລາວທຸກຄົນ ຈົ່ງປະຕິບັດພັນທະຂອງຕົນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ຖ້າພົບເຫັນການຊື້ຂາຍຢາເສບຕິດໃຫ້ແຈ້ງຕໍ່ເຈົ້າໜ້າທີ່ຢູ່ໃກ້ຄຽງ ຫຼື ຜ່ານ ວອດແອບ ປກສ ນະຄອນຫຼວງເບີ 02028899774 ຫຼື ຜ່ານຊ່ອງທາງເຟັດສ໌ບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.
Discussion about this post