ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອັງຄານ 16, ເດືອນສິງຫາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຫົວໜ້າ ປກສ ນວ ລົງຕິດຕາມ ຊຸກຍູ້ ສພກ ເມືອງສັງທອງ

jon by jon
ເດືອນພະຈິກ 21, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ໃນວັນທີ 20 ພະຈິກ 2021,​ ພັອ ສຸກພະຈັນ ບຸດດາຄໍາ ຫົວໜ້າກອງບັນຊາການ ປກສ ນວ ໄດ້ລົງຕິດຕາມ ແລະ ຊຸກຍູ້ວຽກງານປ້ອງກັນ ແລະ ຕ້ານການແຜ່ລະບາດພະຍາດໂຄວິດ-19 ຢູ່ເມືອງສັງທອງ ແລະ ໄດ້ນໍາເອົາ ຜ້າປິດປາກ, ເຫຼົ້າຂ້າເຊື້ອ, ໝີ່ສຳເລັດຮູບ ແລະ ນໍ້າດື່ມ ເຊິ່ງໄດ້ຮັບອຸປະຖໍາຈາກ ບໍລິສັດ ພອນຄໍາ ການຄ້າພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ແລະ ທ່ານ ນັນທະສັກ ບຸນທະລາ ປະທານສະມາຄົມ ນັກທຸລະກິດໝຸ່ມ ເມືອງສີໂຄດຕະບອງ ມາມອບໃຫ້ຄະນະສະເພາະກິດ ເມືອງສັງທອງ ເພື່ອກຽມຄວາມພ້ອມສັກຢາວັກຊີນ ໃຫ້ນັກຮຽນອາຍຸ 12-17 ປີ ຕາງໜ້າຮັບໂດຍ ທ່ານ ພົງສະຫັວນ ສິລິພັນ ເຈົ້າເມືອງສັງທອງ ນວ.

ພັອ ສຸກພະຈັນ ບຸດດາຄໍາ ຫົວໜ້າກອງບັນຊາການ ປກສ ນວ ໄດ້ກ່າວວ່າ: ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ເປັນການຊຸກຍູ້ ແລະ ເປັນກຳລັງແຮງໃຈ ຈາກ ປກສ ນວ ກໍຄື ບໍລິສັດ ພອນຄໍາ ການຄ້າພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ແລະ ປະທານສະມາຄົມ ນັກທຸລະກິດໝຸ່ມ ເມືອງສີໂຄດຕະບອງ ເພື່ອເຮັດ ໃຫ້ຄະນະສະເພາະກິດ ປ້ອງກັນ ແລະ ຕ້ານການແຜ່ລະບາດພະຍາດໂຄວິດ-19 ເມືອງສັງທອງ ໄດ້ປະຕິບັດໜ້າທີ່ ດ້ວຍຄວາມສະດວກ ແລະ ວ່ອງໄວຫຼາຍຂຶ້ນ.

ທ່ານ ພົງສະຫັວນ ສິລິພັນ ເຈົ້າເມືອງສັງທອງ ໄດ້ຕາງໜ້າໃຫ້ຄະນະສະເພາະກິດ ປ້ອງກັນ ແລະ ຕ້ານການແຜ່ລະບາດພະຍາດໂຄວິດ-19 ເມືອງ ສະແດງຄວາມຮູ້ບຸນຄຸນ ແລະ ຂໍຂອບໃຈ ນຳ ພັອ ສຸກພະຈັນ ບຸດດາຄຳ ກໍຄືບໍລິສັດ ແລະ ປະທານສະມາຄົມນັກທຸລະກິດໝຸ່ມ ທີ່ເຫັນໄດ້ຄວາມສໍາຄັນ ໃນການປະຕິບັດໜ້າທີ່ວຽກງານຄັ້ງນີ້ ຂໍອວຍພອນໄຊໃຫ້ທ່ານ ແລະ ພາກສ່ວນທີ່ໃຫ້ການອຸປະຖໍາ ຈົ່ງມີສຸຂະພາບເຂັ້ມແຂງ ມີພາລະນາໄມສົມບູນ ມີຄວາມສໍາເລັດໃນໜ້າທີ່ວຽກງານ ທຸລະກິດຈະເລີນຮຸ່ງເຮື່ອງກ້າວໜ້າ.

ShareTweetShare
Next Post
ລາວ ຈະເລີ່ມຜະລິດຢາເມັດ “ໂມນນູພິຣາເວຍ ”  ປິ່ນປົວໂຄວິດ-19 ໃນເດືອນທັນວານີ້

ລາວ ຈະເລີ່ມຜະລິດຢາເມັດ “ໂມນນູພິຣາເວຍ ” ປິ່ນປົວໂຄວິດ-19 ໃນເດືອນທັນວານີ້

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຮູ້ໄວ້! ຜົນເສຍຂອງໃບກະທ່ອມ

    ຮູ້ໄວ້! ຜົນເສຍຂອງໃບກະທ່ອມ

    0 shares
    Share 0 Tweet 0
  • ຂ່າວດີ! ແຊຣ໌ດ່ວນ ລາຄານໍ້າມັນມີການປັບລົງອີກຮອບ

    0 shares
    Share 0 Tweet 0
  • ດ່ວນໆພີ່ນ້ອງ ພາບຫຼ້າສຸດ! ຂົວນໍ້າພະນາຍບ້ານເກີນ ເມືອງທຸລະຄົມ ແຂວງວຽງຈັນ ເຈີ້ຍລົງແລ້ວ.

    0 shares
    Share 0 Tweet 0
  • ຈື່ໄດ້ບໍ່ ນັກຮ້ອງເພງດັງ “ປາຄໍ່ໃຫຍ່”ປະສົບອຸບັດຕິເຫດ ເລືອດຄ້າງໃນສະໝອງ ເຖິງຂັ້ນຜ່າຕັດສະໝອງ

    0 shares
    Share 0 Tweet 0
  • ເສຍຫາຍໜັກ ເຫດຈອດລົດໄວ້ກ້ອງກົກໄມ້ໃຫຍ່ ລົ້ມທັບ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ຊົມເຊີຍເຈົ້າໜ້າທີ່ ສູນປະສານງານ 4 ຝ່າຍ ສະກັດຈັບເປົ້າໝາຍ ຢ າ ເ ສ ບຕິ ດ ຈັບໄດ້ທັງຄົນ ແລະ ຂອງກາງຈຳນວນຫຼາຍ
  • ເສຍສະຫຼະເວລາອ່ານ! ຄະຕິແລະຂໍ້ຄິດມາຝາກໃຫ້ຄົ້ນຄິດ
  • ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້
  • ດ່ວນໆ… ປະກາດຕາມຫາພີ່ນ້ອງເກີດອຸປະຕິເຫດ ອາການສາຫັດ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...