ອີງຕາມການລາຍງານຂອງ ໜັງສືພິມ Vientiane Times ວ່າ: ກະຊວງສາທາລະນະສຸກ ອະນຸມັດໃຫ້ລັດວິສາຫະກິດ ໂຮງງານຜະລິດຢາເລກ 3 ຜະລິດຢາໂມນນູພິຣາເວຍ
ເຊິ່ງເປັນຢາເມັດ ເພື່ອໃຊ້ປິ່ນປົວພະຍາດໂຄວິດ-19.ທ່ານ ພູໂຂງ ໂຈມມາລາ ຮອງຜູ້ນຳນວຍການລັດວິສາຫະກິດ ໂຮງງານຜະລິດຢາເລກ 3 ໃຫ້ສຳພາດກັບ Vientiane Times
ເມື່ອວັນທີ່ 18 ພະຈິກ 2021 ຜ່ານມາວ່າ: ໂຮງງານຈະເລີ່ມຜະລິດຢາໃນເດືອນທັນວາ 2021 ນີ້ ຕາມຄຳແນະນຳຂອງ ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ.ທ່ານ ພູໂຄງ ໂຈມມາລາ ກ່າວວ່າ: ພວກເຮົາຄາດຫວັງວ່າຈະສາມາດສະໜອງຢານີ້ໃນເບື້ອງຕົ້ນ ໃຫ້ກັບຜູ້ຕິດເຊື້ອໂຄວິດ-19 ຈຳນວນ 1,000 ຄົນ

ພາຍໃຕ້ໂຄງການເລີ່ມຕົ້ນຜະລິດ ເຊິ່ງໂຄງການດັ່ງກ່າວຈະໄດ້ຮັບການກວດສອບໂດຍອົງການອະນາໄມໂລກ.ການໃຊ້ຢາໃໝ່ໃນການປິ່ນປົ່ວພະຍາດໂຄວິດ-19 ເປັນສ່ວນໜຶ່ງຂອງຄວາມພະຍາຍາມຂອງລັດຖະບານ
ໃນການຕໍ່ສູ້ກັບການແຜ່ລະບາດຂອງພະຍາດໂຄວິດ-19, ໂຄງການເລີ່ມຕົ້ນຜະລິດຢານີ້ ໄດ້ກຳນົດເອົາຜູ້ຕິດເຊື້ອທີ່ມີອາຍຸລະຫວ່າງ 18-65 ປີ
Discussion about this post