ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 23, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

​ເຈົ້າແຂວງເຊກອງ ຊີ້ນຳຫລາຍບັນຫາຕໍ່ຄະນະພັກພະແນກອຸດສາຫະກຳ

jon by jon
ເດືອນພະຈິກ 20, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ໃນໂອກາດເຂົ້າຮ່ວມພິທີປະກາດການຈັດຕັ້ງ ແລະ ບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ພະແນກອຸດສາຫະກຳ ແລະການຄ້າແຂວງ ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ໄດ້ໃຫ້ທິດຊີ້ນຳຕໍ່ຄະນະພັກ-ຄະນະພະແນກໃຫ້ເອົາໃຈໃສ່ຫລາຍບັນຫາ ເປັນຕົ້ນ ໃຫ້ຄະນະພັກຊຸດໃໝ່ ຖືເອົາວຽກງານການສຶກສາອົບຮົມການເມືອງນໍາພາແນວຄິດ ໃຫ້ຖັນແຖວສະມາຊິກພັກ-ພະນັກງານ ເປັນກົກ, ພ້ອມກັນເຄົາລົບກົດໝາຍ ແລະ ກຳແໜ້ນສອງວາລະແຫ່ງຊາດໃຫ້ໄດ້ຢ່າງເລິກເຊິ່ງເຖິງຖອງ.

ພ້ອມນີ້, ຕ້ອງໄດ້ສຸມໃສ່ປັບປຸງແບບແຜນການນຳພາ, ແບບແຜນວິທີເຮັດວຽກ, ປະ ຕິບັດຫລັກການລວມສູນປະຊາທິປະໄຕ, ພ້ອມແບ່ງງານ ແບ່ງຄວາມຮັບຜິດຊອບໃຫ້ລະ ອຽດຈະແຈ້ງ, ເພີ່ມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນກວ່າເກົ່າ; ເອົາໃສ່ວຽກງານປັບປຸງພັກ, ສ້າງພັກໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ໃຫ້ສາມາດສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຕິດພັນການຊຸກຍູ້ການສ້າງຂະບວນການ ຂອງອົງການຈັດຕັ້ງມະຫາຊົນ; ໃຫ້ຖືສຳຄັນວຽກງານພະນັກງານ ຕິດພັນກັບການສ້າງແຜນກຳນົດພະນັກງານນຳພາຄຸ້ມຄອງ ເພື່ອສ້າງໃຫ້ໄດ້ພະນັກງານສືບທອດປ່ຽນແທນຢ່າງແຂງແຮງ, ຄຸ້ມຄອງ, ປ້ອງກັນພະນັກງານບໍ່ໃຫ້ເສຍທາດຂາດຄຸນ, ການແຕ່ງຕັ້ງ, ສັບຊ້ອນ, ປັບປຸງກົງຈັກການຈັດຕັ້ງ, ໃຫ້ຖືກຕ້ອງຕາມຫລັກການ, ພ້ອມຕີລາຄາປະເມີນພະນັກງານ, ປະຕິບັດນະໂຍບາຍຕໍ່ພະນັກງານ, ການປະຕິບັດວິໄນຕໍ່ພະນັກງານ ແລະ ຕ້ອງກວດກາພາຍໃນພັກ-ລັດຢ່າງເປັນປົກກະຕິ.

ນອກນີ້, ຕ້ອງກຳແໜ້ນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ຄັ້ງທີ X ຂອງແຂວງ ກໍຄື ວຽກງາອຸດສາຫະກຳ ແລະ ການຄ້າ ເຮັດແນວໃດ ໃຫ້ແຂວງເຮົາໄດ້ຮັບຮອງສິນຄ້າໂອດັອບ ໃຫ້ໄດ້ຢ່າງໜ້ອຍ 2 ລາຍການຕໍ່ປີ, ສືບຕໍ່ເອົາໃຈໃສ່ນຳພາປະເມີນຜົນການຈັດຕັ້ງປະຕິບັດ ແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ແຕ່ປີ 2016-2020 ແລະ ສ້າງແຜນພັດທະນາ SME ປີ 2021-2025 ຂອງແຂວງໃຫ້ສຳເລັດ ເພື່ອເປັນບ່ອນອີງໃນການເຄື່ອນໄຫວວຽກງານ, ສືບຕໍ່ຊີ້ນຳກວດກາການຄຸ້ມຄອງລາຄາສິນຄ້າ ຕາມທ້ອງຕະຫລາດໃນທົ່ວແຂວງ ຢ່າງເປັນເປັນປົກກະຕິ, ບໍ່ໃຫ້ຜູ້ປະກອບການສວຍໂອ ກາດຂຶ້ນລາຄາສິນຄ້າຕາມລຳພັງໃຈໂດຍເດັດຂາດ.

ຂ່າວ-ພາບ: ພຸດທະສອນ

ShareTweetShare
Next Post
​ຂໍ້ມູນຜູ້ຕິດເຊື້ອໂຄວິດ ແລະ ຜູ້ເສຍຊີວິດໃໝ່ ປະຈໍາວັນທີ 20 ພະຈິກ 2021

​ຂໍ້ມູນຜູ້ຕິດເຊື້ອໂຄວິດ ແລະ ຜູ້ເສຍຊີວິດໃໝ່ ປະຈໍາວັນທີ 20 ພະຈິກ 2021

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...