ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 23, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ລາວ-ຈີນ

jon by jon
ເດືອນພະຈິກ 20, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ໃນວັນທີ 19 ພະຈິກ 2021 ທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມ​ພົບ​ປະທາງໄກ ລະຫວ່າງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ທ່ານ ເຫີ ລີ້ເຟິ່ງ ຮອງປະທານສະພາທີ່ປຶກສາການເມືອງ ປະທານຄະນະພັດທະນາ ແລະ ປະຕິຮູບ ແຫ່ງຊາດຈີນ ໂດຍມີຮອງລັດຖະມົນຕີ, ບັນດາຫົວໜ້າກົມທີ່ກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນຕາມການຕົກລົງເຫັນດີຂອງ ສໍານັກງານນາຍົກລັດຖະມົນຕີ ແນໃສ່ເພື່ອປຶກສາຫາລືຜັນຂະຫຍາຍບັນດາເອກະສານທີ່ສອງຂະແໜງການໄດ້ຕົກລົງຮ່ວມກັນໃນໄລຍະທີ່ຜ່ານມາ ໃຫ້ເກີດດອກອອກຜົນ ເຊັ່ນ: ສັນຍາ ຮ່ວມກັນຊຸກຍູ້ການສ້າງໜຶ່ງແລວ ໜຶ່ງເສັ້ນທາງ; ຂອບການຮ່ວມມື ພັດທະນາແລວທາງເສດຖະກິດ ລາວ-ຈີນ (2019-2030); ສັນຍາ ຊຸກຍູ້ໂຄງການສໍາຄັນ ໃນຂອບຄວາມອາດສາມາດໃນການຜະລິດ ແລະ ການລົງທຶນ ແລະ ບົດບັນທຶກຄວາມເຂົ້າໃຈ ການຮ່ວມມືແລກປ່ຽນດ້ານວິຊາການ ລະຫວ່າງ ສອງອົງການ.

ໃນໂອກາດນີ້ ທ່ານ ສອນໄຊ ສີພັນດອນ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍຫຍໍ້ ແລະ ສະເໜີບາງຄໍາເຫັນ ຕໍ່ການຮ່ວມມືຂອງສອງຂະແໜງການໃນຕໍ່ໜ້າ ວ່າ: ໄລຍະ 5 ປີ ຜ່ານມາເສດຖະກິດ ສປປ ລາວ ເຕີບໂຕຢູ່ໃນລະດັບ 5,8%. ແຕ່​ສອງ​ປີ​ມາ​ນີ້ ເນື່ອງຈາກໄດ້ຮັບຜົນກະທົບຈາກການລະບາດໂຄວິດ-19 ໄດ້ເຮັດໃຫ້ສະພາບເສດຖະກິດ, ການຄ້າ ແລະ ການລົງທຶນ ມີທ່າອ່ຽງຫຼຸດລົງ ໂດຍສະເພາະ ຂະແໜງບໍລິການ, ທ່ອງທ່ຽວ ແມ່ນໄດ້ຮັບຜົນກະທົບໜັກໜ່ວງ. ແຕ່ການຮ່ວມມືລາວ-ຈີນ ໂດຍສະເພາະການຮ່ວມມືໂຄງການຂະໜາດໃຫຍ່ ຍັງສາມາດສືບຕໍ່ຈັດຕັ້ງປະຕິບັດໄດ້ເປັນຢ່າງດີ. ເພື່ອຟື້ນຟູເສດຖະກິດ ລັດຖະບານລາວ ໄດ້ມີຫຼາຍມາດຕະການເພື່ອຮັບມືເຊັ່ນ: ເລັ່ງໃສ່ຊຸກຍູ້ການຜະລິດກະສິກໍາພາຍໃນຕາມທ່າແຮງຂອງແຕ່ລະທ້ອງຖິ່ນ, ເອົາໃຈໃສ່ແກ້ໄຂຂໍ້ຫຍຸ້ງຍາກການສົ່ງອອກສິນຄ້າກະສິກຳ, ຊຸກຍູ້ໂຄງການລົງທຶນ ຂອງຕ່າງປະເທດ ແລະ ອື່ນໆ. ພິເສດ ລັດຖະບານລາວໄດ້ວາງກໍານົດວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ໃນ 3 ປີຕໍ່ຫນ້າ.

ນອກຈາກນັ້ນ ສອງຝ່າຍໄດ້ຕົກລົງເປັນເອກະພາບກັນ ກຳນົດບາງວຽກງານທີ່ສອງຂະແໜງການຈະຕ້ອງໄດ້ເອົາໃຈໃສ່ ສືບຕໍ່ຜັນຂະຫຍາຍໃຫ້ປະ​ກົດ​ຜົນເປັນຈິງ ເຊັ່ນ: ສືບຕໍ່ຮ່ວມກັນຊຸກຍູ້ຂອບການຮ່ວມມືພັດທະນາແລວທາງເສດຖະກິດລາວ-ຈີນ ໃຫ້ປະກົດຜົນເປັນຮູບປະທໍາ ຊຶ່ງຝ່າຍຈີນຈະສືບຕໍ່ຊ່ວຍຝ່າຍລາວຄົ້ນຄວ້າ ແລະ ກໍານົດເປັນແຜນປະຕິບັດງານ ຮ່ວມກັນຊຸກຍູ້ໂຄງການຮ່ວມມືຂອບຄວາມອາດສາມາດການຜະລິດ ແລະ ການລົງທຶນຊຸດທີ 3 ໃຫ້ເກີດຜົນເປັນຈິງ ຊຶ່ງຄັ້ງນີ້ມີ 32 ໂຄງການ, ໃນນັ້ນປະກອບມີຂະແໜງການພັດທະນາໂຄງລ່າງພື້ນຖານ, ພະລັງງານໄຟຟ້າ, ດ້ານກະສິກຳ,​ອຸດສາຫະກຳ, ພັດທະນາເຂດເມືອງໃໝ່​ ແລະ​ ຊຸກຍູ້ການຮ່ວມມືແລກປ່ຽນດ້ານວິຊາການ ລະຫວ່າງ ສອງຂະແໜງການ.​ ຝ່າຍລາວ ຍັງໄດ້ນໍາສະເໜີຝ່າຍຈີນສືບຕໍ່ສະໜັບສະໜູນໂຄງການລົງທຶນພື້້ນຖານໂຄງລ່າງຂະໜາດໃຫຍ່ ເຊັ່ນ ທາງດ່ວນໃນຮູບແບບ BOT ແລະ ໂຄງການ PPP ແລະ ການລົງທຶນອື່ນໆໃຫ້ຫຼາຍຂຶ້ນ.​

ນອກນັ້ນ,​ ສອງຝ່າຍຍັງໄດ້ເຊັນເອກະສານຮ່ວມມື 2 ສະບັບ ຄື: ບົດບັນທຶກຄວາມເຂົ້າໃຈ ການສ້າງຕັ້ງຄະນະປະສານງານຮ່ວມ ເພື່ອຈັດຕັ້ງປະຕິບັດຂອບການຮ່ວມມືແລວທາງເສດຖະກິດລາວ-ຈີນ ແລະ​ ສັນຍາວ່າດ້ວຍ “ການຢືນຢັນພ້ອມທັງຮ່ວມກັນຊຸກຍູ້ໂຄງການຮ່ວມມືຈຸດສຸມໃນຂອບຄວາມອາດສາມາດການຜະລິດ ແລະ ລົງທຶນ” ຊຸດທີ 3 ລະຫວ່າງ ກະຊວງແຜນການ ແລະ ການລົງທຶນ ສປປ ລາວ ກັບ ຄະນະພັດທະນາ ແລະ ປະຕິຮູບ ແຫ່ງຊາດຈີນ.

ຂ່າວ-ພາບ: ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ

ShareTweetShare
Next Post
​ເຈົ້າແຂວງເຊກອງ ຊີ້ນຳຫລາຍບັນຫາຕໍ່ຄະນະພັກພະແນກອຸດສາຫະກຳ

​ເຈົ້າແຂວງເຊກອງ ຊີ້ນຳຫລາຍບັນຫາຕໍ່ຄະນະພັກພະແນກອຸດສາຫະກຳ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...