ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 25, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ແຈ້ງການ!ແຂວງບໍ່ແກ້ວໃຫ້ປິ່ນປົວຕົນເອງ ຢູ່ເຮືອນໄດ້ ຕ້ອງມີເງື່ອນໄຂຄົບ

jon by jon
ເດືອນພະຈິກ 19, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ມາຮອດປັດຈຸບັນ ສະພາບການ ລະບາດຂອງພະຍາດ ໂຄວິດ-19 ຢູ່ແຂວງບໍ່ແກ້ວ ຍັງມີການຕິດເຊື້ອເພີ່ມຂື້ນ ມີຄວາມສ່ຽງຕໍ່ກັບການລະບາດເປັນວົງກວ້າງຂຶ້ນເລື້ອຍໆ ເຊິ່ງປັດຈຸບັນ ຈໍານວນຜູ້ຕິດເຊື້ອໂຄວິດ-19 ທັງຫມົດ 2.590 ຄົນ ແລະ ເສຍຊີວິດ 3 ຄົນ ເທົ່າກັບ 0,11% ເຊິ່ງຜ່ານມາ ການປິ່ນປົວ ຜູ້ທີ່ຕິດເຊື້ອ ໂຄວິດ-19 ແມ່ນຢູ່ສູນປິ່ນປົວແຫ່ງຕ່າງໆ ພາຍໃນເມືອງ ແລະ ແຂວງ ທີ່ທາງຄະນະສະເພາະກິດໄດ້ກໍານົດໄວ້, ໂດຍສະເພາະກໍແມ່ນ ໂຮງຫມໍສະຫນາມ ເຫັນວ່າມີຜົນສໍາເລັດເປັນຢ່າງດີ.

ລ້າສຸດຫ້ອງວ່າການແຂວງ ກໍ່ໄດ້ອອກແຈ້ງການເລຫທີ 1320/ຫວຂ.ບກ ລົງວັນທີ 19 ພະຈິກ 2021 ກ່ຽວກັບ ການຕິດຕາມສຸຂະພາບຕົນເອງຢູ່ເຮືອນ ແລະ ຢູ່ຊມຊົນ ສໍາລັບຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ບໍ່ສະແດງອາການ ຫຼື ມີອາການເບົາບາງ.

ໂດຍລະບຸວ່າໄວ້ວ່າ: ເພື່ອຫຼຸດຜ່ອນຜົນກະທົບທາງດ້ານຈິດໃຈຂອງຜູ້ຕິດເຊື້ອ ແລະ ຫຼຸດຜ່ອນງົບປະມານຄ່າໃຊ້ຈ່າຍໃນການດູແລຕິດຕາມເບິ່ງແຍງສຸຂະພາບ ຂອງຜູ້ຕິດເຊື້ອໂຄວິດ-19 ໃຫ້ຫນ້ອຍລົງ ໄປ ຄຽງຄູ່ ກັບ ການສ້າງເງື່ອນໄຂປະຕິບັດການດໍາລົງຊີວິດປົກກະຕິແບບໃຫມ່ (New Normal Life) ເທື່ອລະກ້າວ. ຫ້ອງວ່າການແຂວງບໍ່ແກ້ວ ຂໍແຈ້ງການມາຍັງທ່ານ ເພື່ອຊາບ ແລະ ໃຫ້ການສະຫນັບສະຫນູນ ຊ່ວຍເຫຼືອ ແລະ ປະຕິບັດ ດັ່ງນີ້:

ຫນ້າທີ່ຂອງອົງການປົກຄອງ, ພະແນກການ, ກົມກອງ ແລະ ຂັ້ນເມືອງຕໍ່ກັບການຄຸ້ມຄອງຜູ້ຕິດເຊື້ອຢູ່ເຮືອນ ແມ່ນຕ້ອງແຈ້ງໃຫ້ຜູ້ທີ່ຕິດເຊື້ອໂຄວິດ-19 ລາຍງານຂໍ້ມູນຂອງຕົນເອງ ເຊັ່ນ: ອາຍຸ, ພະຍາດປະຈໍາຕົວ ແລະ ອາການທີ່ກໍາລັງເປັນຢູ່ ເພື່ອຊ່ວຍຂັດແຍກເງື່ອນໄຂວ່າໃຫ້ປິ່ນປົວຢູ່ເຮືອນໄດ້, ເອົາໃຈໃສ່ຊຸກຍູ້, ຕິດຕາມ ແລະ ກວດກາ ມາດຕະການກັກກັນຢູ່ໃນຊຸມຊົນ, ຄຸ້ມ, ຊອຍໃນບ້ານ ຫຼື ຢູ່ໃນສໍານັກງານຫ້ອງການຂອງຕົນ ໃຫ້ເຂັ້ມງວດ.

ສຳລັບຫນ້າທີ່ຂອງອົງການປົກຄອງບ້ານຕໍ່ກັບການຄຸ້ມຄອງຜູ້ຕິດເຊື້ອຢູ່ບ້ານ ແມ່ນແຈ້ງໃຫ້ຜູ້ທີ່ຕິດເຊື້ອໂຄວິດ-19 ລາຍງານຂໍ້ມູນຂອງຕົນເອງເຊັ່ນ: ອາຍຸ, ພະຍາດປະຈໍາຕົວ ແລະ ອາການທີ່ກໍາລັງ
ເປັນຢູ່ ເພື່ອຊ່ວຍຂັດແຍກວ່າໃຫ້ປິ່ນປົວຢູ່ເຮືອນບໍ່ ຫຼື ໃຫ້ໄປປິ່ນປົວຢູ່ສູນ ກ່ອນແພດພິຈາລະນາຜູ້ທີ່ຕິດເຊື້ອໂຄວິດ-19 ທີ່ໄດ້ຮັບການສັກວັກຊິນປ້ອງກັນພະຍາດໂຄວິດ-19 ຄົບໂດສ, ເອົາໃຈໃສ່ຊຸກຍູ້, ຕິດຕາມ ແລະ ກວດກາ ມາດຕະການກັກກັນຢູ່ໃນເຮືອນ, ຄຸ້ມ, ຊອຍໃນບ້ານ ຫຼື ຢູ່ໃນສໍານັກ
ງານຫ້ອງການຂອງຕົນ ໃຫ້ເຂັ້ມງວດ.

ພ້ອມນີ້ຫນ້າທີ່ຂອງຄອບຄົວ ແລະ ຄົນໃນຄອບຄົວ ຍິ່ງສຳຄັນ ສຳລັບຜູ້ທີ່ຕິດເຊື້ອໂຄວິດ-19 ຜູ້ທີ່ບໍ່ສະແດງອາການ ຫຼື ມີອາການເບົາບາງ ຈິ່ງສະເຫນີຂໍເອົາປິ່ນປົວດູແລຢູ່ເຮືອນໄດ້, ຄອບຄົວມີເງື່ອນໄຂແຍກປ່ຽວຕົນເອງຢູ່ເຮືອນ ໂດຍມີຫ້ອງນອນ ແລະ ຫ້ອງນ້ໍາເປັນການສ່ວນຕົວ, ຄອບຄົວມີຜູ້ດູແລ ຫຼື ກຸ້ມຕົນເອງໄດ້ເປັນຕົ້ນອາຫານ ການກິນ 3 ຄາບຕໍ່ມື້, ໃນເຮືອນຕ້ອງມີບາຫຼອດວັດແທກອຸນຫະພູມໄມ້, ຜູ້ຕິດເຊື້ອຕ້ອງມີໂທລະສັບ ແລະ ສາມາດໃຊ້ ວິດີໂອຄໍໄດ້, ວອດແອບ ຫຼື ໂທລະສັບ ຕິດຕໍ່ຫາ ແພດໄດ້ ຈໍານວນ2 ເທື່ອຕໍ່ວັນ.

ນອກຈາກນີ້, ເຮືອນຜູ້ຕິດເຊື້ອສາມາດເຂົ້າເຖິງ ໂຮງຫມໍບ່ອນທີ່ມີເງື່ອນໄຂໄດ້ໄວ ຖ້າຫາກຄົນເຈັບມີອາການຫນັກຂຶ້ນ, ໃນເຮືອນຕ້ອງມີອຸປະກອນປ້ອງກັນການແຜ່ເຊື້ອ, ສິ່ງຂອງຕ່າງໆ ມີໄວ້ໃນບ້ານ ເຊັ່ນ: ເຈວລ້າງມື, ເຫຼົ້າ 75-90 ອົງສາ, ຖົງຢາງດໍາສໍາລັບເກັບມ້ຽນຂີ້ເຫຍື່ອຕິດເຊື້ອ, ເຈ້ຍເຊັດມືຊະນິດແຫ້ງ ຫຼື ຊະນິດປຽກ, ນ້ໍາຢາໄຮເຕີສໍາລັບທໍາຄວາມສະອາດ ແລະ ຢາປິ່ນປົວພະຍາດທີ່ຕົນເອງກິນເປັນປະຈໍາຖ້າມີພະຍາດປະຈໍາຕົວ.

ຂໍ້ຄວນປະຕິບັດເວລາຢູ່ເຮືອນ: ຫ້າມບໍ່ໃຫ້ມີຄົນມາຢ້ຽມຢາມ, ຢູ່ແຕ່ໃນຫ້ອງສ່ວນຕົວຕະຫຼອດ, ເວັ້ນໄລຍະຫ່າງຈາກຄົນໃນຄອບຄົວ, ບໍ່ກິນເຂົ້າຮ່ວມພາ, ບໍ່ໃຊ້ສິ່ງຂອງຮ່ວມກັນ ເຊັ່ນ: ໂທລະສັບມືຖື, ຖ້ວຍ, ບ່ວງ, ຈານ, ສ້ອມ ແລະ ຈອກນ້ໍາ, ຜ້າເຊັດຫນ້າ, ລ້າງ ແລະ ຊັກເຄື່ອງດ້ວຍຕົນເອງ ແລະ ເອົາຂີ້ເຫຍື້ອໄປຖິ້ມດ້ວຍຕົນເອງ ເພື່ອປ້ອງກັນການແຜ່ເຊື້ອ.

ທີ່ມາຂ່າວ: ເສດຖະກີດການຄ້າ

ShareTweetShare
Next Post
ນະຄອນຫຼວງວຽງຈັນ 1 ວັນ ເກີດອຸບັດຕິເຫດ 5 ເລື່ອງມີຜູ້ເສຍຊີວິດ 2 ຄົນ

ນະຄອນຫຼວງວຽງຈັນ 1 ວັນ ເກີດອຸບັດຕິເຫດ 5 ເລື່ອງມີຜູ້ເສຍຊີວິດ 2 ຄົນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    0 shares
    Share 0 Tweet 0
  • ທ່ານໃດພົບເຫັນບຸກຄົນນີ້ ຊ່ວຍແຈ້ງດ່ວນ ມີລາງວັນໃຫ້ 50.000.000 ກີບ

    0 shares
    Share 0 Tweet 0
  • ຂ່າວລືທີ່ວ່າ “ລູກສາວພາແຟນມາປຸ້ນເຮືອນເຈົ້າຂອງ” ແມ່ນເປັນຂ່າວປອມ, ທາງຄອບຄົວເພິ່ນໄດ້ອອກມາຊີ້ແຈງແລ້ວ

    0 shares
    Share 0 Tweet 0
  • ພາກສ່ວນກ່ຽວຂ້ອງກວດສອບດ້ວຍ ປ້ຳນ້ຳມັນເຊື້ອໄຟ ຂອບເຂດ ໂພນສະຫວາດ(ແຂວງວຽງຈັນ) ປັບນ້ຳມັນເກີນລາຄາ

    0 shares
    Share 0 Tweet 0
  • ອອກມາແລ້ວ ຖະແຫລງກ່ຽວກັບ ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ເຈົ້າໜ້າທີ່ເຮັດແທ້ ເມືອງໄຊເສດຖາ ສັ່ງປິດປໍ້ານໍ້າມັນ ຂາຍເກີນລາຄາ.
  • ຂ່າວເສົ້າ…. ເຮືອບິນນັກທ່ອງທ່ຽວຕົກ ເຮັດໃຫ້ເສຍຊີວິດທັງໝົດ ທີ່ປະເທດຝຣັ່ງ
  • ເກີດເຫດຊາຍຫນຸ່ມ ຂັບຂີ່ລົດຈັກດ້ວຍຄວາມໄວ ຕຳເສົາມ້າລາຍ ຢູ່ແຄມທາງເສຍຊີວິດຄາທີ່.
  • ສະຕິເດີ ສະຕິ ຄົນລາວຢ່າ ເຮັດກັນເອງກະຕຸກໃດໃຊ້ແລ້ວໃຊ້ເລີຍຢ່າສົ່ງຄືນສານໍ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...