ທ້າວ ຈັນທະໜອມ ອາຍຸ 37 ປີ ຢູ່ບ້ານນາສ້າງໄພ ເມືອງໄຊເສດຖາ ນວ ຖືກຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດສິນຕັດອິດສະ ລ ະ ພ າ ບ 5 ປີ,ພ້ອມປັບໃໝ 10 ລ້ານກີບ ສະຖານການມີຢ າ ເ ສ ບຕິດໄວ້ໃນຄອບຄອງ.
ຕາມການຖະແຫຼງເນື້ອໃນຄະດີ ຂອງໄອຍະການປະຊາຊົນ ຕໍ່ຄະນະສານອາຍາ ໃຫ້ຮູ້ວ່າ:ທ້າວ ຈັນທະໜອມ ເລີ່ມເສ ບ ຢ າ ບ້ າ ແຕ່ປີ2012 ເປັນຕົ້ນມາ,ຢ າ ບ້ າທີ່ເສບ ແມ່ນຊື້ຢູ່ຕາມຮ້ານເກມ ເຂດບ້ານໂນນຄໍ້,ຊື້ຄັ້ງລະ 2-3 ເມັດ, ມາຮອດເດືອນ ຕຸລາ 2020 ໄດ້ຊື້ ຢ າ ບ້ ານໍາ ທ້າວ ຄໍາ ທີ່ເຮັດວຽກກໍ່ສ້າງ ຢູ່ສວນຊາວໜຸ່ມ ຫຼັກ19 ເມືອງໄຊທານີ ນວ.
![](https://kkklao.com/wp-content/uploads/2021/11/32-3.jpg)
ທຸກຄັ້ງທີ່ໄດ້ໄປສົ່ງປູນແມ່ນຈະຊື້ຄັ້ງລະ 3-4 ເມັດ, ມາຮອດວັນທີ 28 ທັນວາ 2020 ໄດ້ໄປຊື້ ຢ າ ບ້ າ ນໍາ ທ້າວຄໍາ ຈໍານວນ 200 ເມັດ; ມາວັນທີ 1 ມັງກອນ 2021,ກໍຖືກເຈົ້າໜ້າທີ່ ຈັບພ້ອມຢ າ ບ້ າ 160 ເມັດ ໄປດໍາເນີນຄ ະດີ.
ຄະນະສານອາຍາ ໄດ້ຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກກະສານຕ່າງໆທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນ,ຮອບດ້ານ, ພາວະວິໄສເເລ້ວ ເຫັນວ່າການກະທຳຂອງ ທ້າວ ຈັນທະໜອມ ເປັນການກະທຳທີ່ເຕະຕ້ອງຕໍ່ເສດຖະກິດຂອງຊາດ, ເຮັດໃຫ້ສັງຄົມ ບໍ່ມີຄວາມສະ ຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາ ມາດຕາ 315.
![](https://kkklao.com/wp-content/uploads/2021/11/31-copy.jpg)
ເປັນການກະທໍາຜິດ ໂດຍເຈດຕະນາ ເນື່ອງຈາກວ່າ ມີຄວາມຕັ້ງໃຈມີຢ າ ເ ສ ບຕິດ (ຢ າ ບ້ າ) ໄວ້ໃນຄອບຄອງ ທັງໆທີ່ຮູ້ດີວ່າການມີໄວ້ ໃນຄອບຄອງ ເປັນການກະທໍາຜິດທາງ.ດັ່ງນັ້ນ,ຄະນະສານອາຍາ ຈຶ່ງຕັດສິນຈຳຄຸກ 5 ປີ ພ້ອມປັບໃໝ 10 ລ້ານກີບ.
Discussion about this post