ໃນວັນທີ 13 ພະຈິກ 2021 ຢູ່ກອງບັນຊາການ ປກສ ເມືອງສີໂຄດຕະບອງ ພັທ ຄໍາປ່ຽນ ອຸດົມວິໄລ ຫົວໜ້າພະແນກຕໍາຫຼວດ ໄດ້ມອບສາຍຄໍຄໍາຮູບປະພັນ 1 ເສັ້ນ, ນໍ້າໜັກ 3 ບາດ, ແຫວນເພັດ 1 ວົງ ທີ່ເກັບກູ້ຄືນໄດ້ຈາກຄົນຮ້າຍລັກໄປ ຄືນໃຫ້ ທ້າວ ໂດ ຢູ່ບ້ານສີໄຄທົ່ງ ຜູ້ເປັນເຈົ້າຂອງການມອບຄັ້ງນີ້ມີພະນັກງານ ແລະ ຄອບຄົວເຂົ້າຮ່ວມເປັນສັກຂີພະຍານ.

ເພື່ອເຮັດໃຫ້ສັງຄົມ ເວົ້າລວມ ເວົ້າສະເພາະ ນວ ໃຫ້ມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງທຸກຄົນໃນສັງຄົມ ປະຕິບັດພັນທະຂອງຕົນ ເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ຖ້າພົບເຫັນພຶດຕິກຳທີ່ເຕະຕ້ອງເຖີງສາຍພົວພັນສັງຄົມ ໃຫ້ແຈ້ງເຂົ້າເບີ ວັອດແອບ ປກສ ນວ 02028899774 ຫຼື ສາມາດແຈ້ງຜ່ານຊ່ອງທາງ ເຟັສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.
ທີ້ມາ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ
Discussion about this post