ໃນວັນທີ 7 ກັນຍາຜ່ານມາ, ເຈົ້າໜ້າທີ່ກອງຄະດີອາຍາ ປກສ ເມືອງໄຊເສດຖາ ນະຄອນ ຫຼວງວຽງຈັນ ໄດ້ນໍາຕົວ ນາງ ປາລະມີ ອາຍຸ 30 ປີ, ບ້ານໂນນຄໍ້ເໜືອ ພາຍຫຼັງທີ່ຖືກຜູ້ເສຍຫາຍແຈ້ງຈັບໃນຂໍ້ກ່າວຫາສໍ້ໂກງຊັບພົນລະເມືອງ, ເຊິ່ງຜູ້ກ່ຽວກໍ່ເຫດແອບອ້າງຂາຍຜ້າປິດປາກ. ນອກນັ້ນ, ຍັງສໍ້ໂກງຊັບຫຼາຍຄັ້ງ ລວມມູນຄ່າເສຍຫາຍປະມານ 200 ກວ່າລ້ານກີບ.
ເຈົ້າໜ້າທີ່ກອງຄະດີອາຍາ ປກສ ເມືອງໄຊເສດຖາ ໃຫ້ຮູ້ວ່າ: ຜູ້ຖືກຫາ ໄດ້ຮູ້ຈັກກັບ ທ້າວ ບຸນທອນ ຫຼື ແບັງ ຢູ່ບ້ານດ່ານຊ້າງ ເມືອງໄຊທານີ. ຜ່ານທາງເຟສບຸກໄດ້ປະມານໜຶ່ງອາທິດ, ໃນວັນທີ 20 ມີນາ 2020, ທັງ 2 ໄດ້ໂທລະສັບລົມກັນກ່ຽວກັບການຊື້-ຂາຍຜ້າອະນາໄມ ຫຼື ຜ້າປິດປາກ. ຈາກນັ້ນ, ໄດ້ພົບກັນຢູ່ຮ້ານກາເຟ ເຂດບ້ານຮ່ອງແກ; ເມື່ອໄປຮອດ ທ້າວ ບຸນທອນ ໄດ້ແນະນໍາໃຫ້ຮູ້ຈັກກັບອ້າຍຮັກ ຊື່ ທ້າວ ຄໍາຫຼ້າ, ເຊິ່ງເປັນຜູ້ທີ່ຈະຊື້ຜ້າປິດປາກ ແລະ ນາງ ປາລະມີ ບອກວ່າ:

ເປັນສິນຄ້ານໍາເຂົ້າຈາກປະເທດໄທ, ໜາສາມຊັ້ນ, ລຸ້ນດີ ພ້ອມທັງໄດ້ເອົາຕົວຢ່າງໃຫ້ເບິ່ງ, ເປັນສິນຄ້າຖືກຕ້ອງ ມີຈໍານວນທັງໝົດ 4.000 ກ່ອງ; ຖ້າເອົາຫຼາຍຈະຂາຍໃຫ້ໃນລາຄາ 55.000 ກີບຕໍ່ກ່ອງ; ສໍາລັບການຂົນສົ່ງຢູ່ດ່ານແມ່ນບໍ່ມີບັນຫາຫຍັງ ແຕ່ຕ້ອງຈ່າຍເງິນຄ່າມັດຈໍາກ່ອນ. ເມື່ອຕົກລົງກັນສໍາເລັດແລ້ວ ທັງ 2 ຝ່າຍ ກໍໄດ້ເຮັດບົດບັນທຶກສັນຍາຮ່ວມກັນຂຶ້ນ; ເຊິ່ງໃນສັນຍາໄດ້ລະບຸວ່າ ວັນທີ 25 ມີນາ 2020, ສິນຄ້າແມ່ນມາຮອດ, ຖ້າສິນຄ້າມາບໍ່ໄດ້ ຫຼື ວ່າບໍ່ມີສິນຄ້າ, ທ້າວ ຄໍາຫຼ້າ ຈະປັບໃໝເປັນເງິນ 50.000 ກີບຕໍ່ກ່ອງ.ຈາກນັ້ນ, ທ້າວ ຄໍາຫຼ້າ ກໍໂອນ ເງິນຈໍານວນ 67.500 ບາດ ເຂົ້າບັນຊີ ທ້າວ ສຸດທະເສນ ເປັນຄັ້ງທີ່ໜຶ່ງ ແລະ ນາງ ປາລະມີ ກໍໄປຖອນເອົາມາໃຊ້ຈ່າຍຊື້ກິນສ່ວນຕົວຈົນໝົດ.
ວັນຕໍ່ມາ, ນາງ ປາລະມີ ໄດ້ສົ່ງຂໍ້ຄວາມໄປຫາ ທ້າວ ຄໍາຫຼ້າ ວ່າ: ມີຜ້າປິດປາກອີກຈໍານວນ 2.000 ກ່ອງ ຈະເອົາບໍ່? ສິນຄ້າຈະມາພ້ອມກັບຊຸດທໍາອິດ ແລະ ທ້າວ ຄໍາຫຼ້າ ບອກວ່າ ເອົາພ້ອມທັງໂອນເງິນຈໍານວນ 44.000 ບາດ ເຂົ້າບັນຊີເກົ່າ ເປັນຄັ້ງທີ 2 ແລະ 2 ວັນຕໍ່ມາ ໄດ້ສົ່ງຂໍ້ຄວາມໄປຖາມ ທ້າວ ຄໍາຫຼ້າ ອີກ ວ່າຜ້າປິດປາກຊິມາອີກ ຈໍານວນ 3.000 ກ່ອງ ແລະ ທ້າວ ຄໍາຫຼ້າ ກໍໂອນເງິນ ຈໍານວນ 67.340 ບາດ ໃຫ້ເປັນຄັ້ງທີ 3 ລວມສິນຄ້າທັງໝົດ 9.000 ກ່ອງກ່ອງລະ 50.000 ກີບ ແລະ ທ້າວ ຄໍາຫຼ້າ ກໍໂອນເງິນຄ່າມັດຈໍາໃຫ້ ນາງ ປາລະມີ ເປັນຈໍານວນ 178.840 ບາດ ຫຼື ເທົ່າກັບ 53.026.000 ກີບ. ວັນທີ 26 ມີນາ, ນາງ ປາລະມີ ໄດ້ໂທລະສັບຫາ ທ້າວ ຄໍາຫຼ້າ ເພື່ອຂໍກູ້ຢືມດອກເບ້ຍ 20% ຈໍານວນ 25.000.000 ກີບ (ເປັນຄັ້ງທີ່1), ມື້ຕໍ່ມາແມ່ນໄດ້ໂທລະສັບຫາ ທ້າວ ຄໍາຫຼ້າ ເພື່ອຂໍກູ້ຢືມເພີ່ມ ໂດຍອ້າງວ່າຈະເອົາເງິນໄປຈ່າຍຜ້າປິດປາກ ທີ່ຍັງຄ້າງຢູ່ດ່ານໜອງຄາຍ ແລະ ທ້າວ ຄໍາຫຼ້າ ກໍໃຫ້ກູ້ຢືມອີກ ຈໍານວນ 25.000.000 ກີບ ເປັນຄັ້ງທີ່ 2 ໂດຍຫັກດອກເບ້ຍ ຄັ້ງທີ 1 ແລະ ຄັ້ງທີ່ 2 ຈໍາ ນວນ 10.000.000 ກີບ ຍັງເຫຼືອ ຈໍານວນ 15.000.000 ກີບ ແມ່ນມອບໃຫ້ ນາງ ປາລະມີ.
ວັນທີ 3 ເມສາ, ໄດ້ໄປຢືມເງິນນໍາ ທ້າວ ຄໍາຫຼ້າ ອີກຈໍານວນ 9.000.000 ກີບ; ອາທິດຕໍ່ມາ, ໄດ້ໂທລະສັບຫາ ທ້າວຄໍາຫຼ້າ ເພື່ອຂໍຢືມເງິນໄປຈ່າຍຄ່າຜ້າປິດປາກທີ່ຄ້າງ, ແຕ່ຄັ້ງນີ້ ທ້າວ ຄໍາຫຼ້າ ບອກວ່າຢືມໄດ້ຕ້ອງເອົາເອກະສານລົດມາຄໍ້າໄວ້. ຫຼັງຈາກນັ້ນ, ຜູ້ກ່ຽວກໍຖ່າຍຮູບເອກະ ສານລົດ (ກັອບປີ້) ສົ່ງໄປທາງໂທລະສັບເປັນທະບຽນ ກວ 1191, ທ້າວ ຄໍາຫຼ້າ ຈຶ່ງຕົກລົງໃຫ້ກູ້ຢືມ ຈໍານວນ 25.000.000 ກີບ ຫັກດອກເບ້ຍ 5.000.000 ກີບ ຍັງເຫຼືອ 20.000. 000 ກີບ ແມ່ນມອບໃຫ້ຜູ້ກ່ຽວ.
ຕົ້ນເດືອນພຶດສະພາ, ໄດ້ໂທລະສັບຫາ ທ້າວ ຄໍາຫຼ້າ ແລ້ວນັດກັນອອກໄປຮ້ານກາເຟ ໃກ້ເດີ່ນທາດຫຼວງກ່ຽວກັບການກູ້ຢືມເງິນ ແລະ ທ້າວ ຄໍາຫຼ້າ ບອກວ່າຢືມໄດ້ ແຕ່ຕ້ອງມີຫຼັກຊັບມາຄໍ້າປະກັນ ຄື: ໃບທະບຽນລົດ, ກະແຈ, ໃບຢັ້ງຢືນທີ່ຢູ່ ແລະ ໃບມອບສິດ.
ຫຼັງຈາກນັ້ນ, ນາງ ປາລະມີ ຈຶ່ງບອກໃຫ້ ທ້າວ ຄໍາຫຼ້າ ໄປຖ້າຢູ່ປາກຮ່ອມ ສ່ວນຜູ້ກ່ຽວແມ່ນໄປຊື້ເອົາກະແຈລົດໂຕໂຍຕ້າຣີໂວ້ (ປອມ) ເມື່ອໄດ້ກະແຈແລ້ວ ກໍມາເຊັນໃບມອບສິດ ໂດຍຜູ້ກ່ຽວເປັນຜູ້ຂຽນເອງ ແລ້ວໄປເຊັນນາຍບ້ານໂນນຄໍ້ເໜືອ. ຈາກນັ້ນ, ກໍເອົາໄປໃຫ້ ທ້າວ ຄໍາຫຼ້າ ພາຍຫຼັງທີ່ເອົາໃຫ້ ຈຶ່ງຮູ້ວ່າ: ແມ່ນກະແຈປອມ ຈຶ່ງບໍ່ໃຫ້ກູ້ຢືມເງິນ. 3 ມື້ຕໍ່ມາ, ທ້າວ ຄໍາຫຼ້າ ພ້ອມດ້ວຍຄອບຄົວ ແລະ ໝູ່ 2 ຄົນ ໄປຫາ ນາງ ປາລະມີ ຢູ່ເຮືອນ ແລ້ວພາໄປຫ້ອງການກຸ່ມ IV ບ້ານໂນນຫວາຍ. ແຕ່ຕົກລົງກັນບໍ່ໄດ້ ຈຶ່ງໄດ້ນັດກັນໄປ ປກສ ເມືອງໄຊເສດຖາ ໂດຍທ້າວ ຄໍາຫຼ້າ ບອກວ່າ: ໄດ້ເອົາເງິນໃຫ້ ນາງ ປາລະມີ ລວມທັງໝົດ ທັງຄ່າມັດຈໍາ ຈໍານວນ 53.026.000 ກີບ ແລະເງິນກູ້ຢືມ ຈໍານວນ 74.000.000ກີບ ລວມ 137.000.000 ກີບ; ໃນນີ້, ທ້າວ ຄໍາຫຼ້າ ໄດ້ຫັກດອກເບ້ຍ ຈໍານວນ 15.000.000 ກີບ; ນາງ ປາລະມີ ໄດ້ເງິນຕົວຈິງລວມ ຈໍານວນ 122.000.000 ກີບ; ເຊິ່ງເງິນຈໍານວນດັ່ງກ່າວ ຜູ້ກ່ຽວແມ່ນເອົາໄປໃຊ້ຈ່າຍຊື້ກິນ ແລະ ໃຊ້ໜີ້ສິນຈົນໝົດ.
ວັນທີ 24 ມີນາ, ນາງ ປາລະມີ ຍັງໄດ້ແຊັດຂໍ້ຄວາມຫາ ທ້າວ ບຸນທອນ ອີກວ່າ: ມີຜ້າປິດປາກຂາຍ ແລະ ໄດ້ເຮັດສັນຍາຊື້-ຂາຍຜ້າປິດປາກ ລາຄາ 65.000 ກີບຕໍ່ກ່ອງ ມີຈໍານວນ 3.000 ກ່ອງ ກໍານົດສົ່ງເຄື່ອງແມ່ນວັນທີ 27-28 ມີນາ 2020. ຈາກນັ້ນ, ທ້າວ ບຸນທອນ ກໍຈ່າຍເງິນຄ່າມັດຈໍາໃຫ້ຈໍານວນ 15.000.000 ກີບ; ຮອດມື້ນັດ ທ້າວ ບຸນທອນ ໄດ້ໂທລະ ສັບຫາຜູ້ກ່ຽວ ແຕ່ຜູ້ກ່ຽວຕອບວ່າ: ເຄື່ອງມາບໍ່ໄດ້ເພິ່ນປິດດ່ານ ອີກ 2-3 ມື້ ເຄື່ອງມາຮອດ, ວັນທີ 29 ມີນາ ໄດ້ສົ່ງຂໍ້ຄວາມຫາ ທ້າວ ບຸນທອນ ວ່າ: ລູກຄ້າສັ່ງຜ້າປິດປາກແລ້ວບໍ່ເອົາຈະ ເອົາຕື່ມບໍ່ ແລະ ທ້າວ ບຸນທອນ ກໍຕົກລົງເອົາ ພ້ອມທັງໂອນເງິນໃຫ້ອີກ ຈໍານວນ 3.000.000 ກີບ ລວມເປັນ ຈໍານວນ 18.000.000 ກີບ. ຈາກນັ້ນ, ເດືອນພຶດສະພາ ນາງ ປາລະມີ ໄດ້ໂອນເງິນໃຫ້ ທ້າວ ບຸນທອນ ຜ່ານທາງບີຊີອີ ແອວວັນເຂົ້າບັນຊີ ນາງ ສົມຈິດ ເທື່ອລະ 500.000 ຫາ 4.000.000 ກີບ ລວມເປັນເງິນ 9.000.000 ລ້ານກີບ ແລະ ຍັງຄ້າງຈໍານວນ 9.000.000 ກີບ.
ນອກນັ້ນ, ໃນປີ 2018, ນາງ ປາລະມີ ຍັງສໍ້ໂກງຊັບພົນລະເມືອງ ຄື: ວັນທີ 30 ມີນາ, ຜູ້ຖືກຫາ ໄດ້ໄປຜ່ອນລົດຈັກຢູ່ບໍລິສັດແຫ່ງໜຶ່ງ ບ້ານໜອງດ້ວງເໜືອ ເມືອງສີໂຄດຕະບອງ ລົດ ຈັກ ຍີ່ຫໍ້ຮອນດ້າເວບ 100 ສີຟ້າ ໃນມູນຄ່າເຊົ່າສິນເຊື່ອ ຈໍານວນ 18.583.000 ກີບ, ຈ່າຍກ່ອນຈໍານວນ 1.800.000 ກີບ ສ່ວນການຜ່ອນຊໍາລະແມ່ນ 36 ເດືອນ, ຄ່າງວດ 516.000 ກີບຕໍ່ເດືອນ. ພາຍຫຼັງທີ່ຜູ້ກ່ຽວໄດ້ລົດມາແລ້ວ ກໍເອົາໄປຈໍາເອົາເງິນຈໍານວນ 2.000.000 ກີບນໍາ ນາງ ເມີງ, ເຊິ່ງຮູ້ຈັກກັນຕອນຂາຍເຄື່ອງຢູ່ຕະຫຼາດດົງໂດກ; ວັນທີ 15 ພຶດສະພາ 2018, ໄດ້ໄປຜ່ອນລົດຈັກ ຢູ່ບ້ານໂພນພະເນົາ ເມືອງໄຊເສດຖາ ລົດຈັກຍີ່ຫໍ້ ຮອນດ້າພີຊີເອັກ ສີຂາວ 1500 ຊີຊີ ໃນມູນຄ່າເຊົ່າສິນເຊື່ອ ຈໍານວນ 60.876.000 ກີບ, ຈ່າຍກ່ອນຈໍານວນ 7.452.000 ກີບ, ກໍານົດຜ່ອນຊໍາລະ 36 ເດືອນ, ຄ່າງວດເດືອນລະ 1.484.000 ກີບ, ເຊິ່ງໄດ້ຈ່າຍມາແລ້ວ 7 ງວດ. ພໍຮອດເດືອນກັນຍາ 2018, ຜູ້ກ່ຽວໄດ້ເອົາລົດຈັກຄັນດັ່ງກ່າວໂພດລົງຂາຍຜ່ານທາງເຟສບຸກ ໄດ້ປະມານ 3 ມື້ກໍມີຊາຍຫຼາຍຄົນໄດ້ສົ່ງຂໍ້ຄວາມເຂົ້າມາຖາມ, ຫຼັງຈາກຕົກລົງກັນໄດ້ ຈຶ່ງນັດພົບກັນຢູ່ແຄມທາງເຂດບ້ານໂພນຕ້ອງ ເມືອງຈັນທະບູລີ ຂາຍໃນລາຄາ ຈໍານວນ 14.000.000 ກີບ ເມື່ອໄດ້ເງິນມາແລ້ວກໍເອົາໄປໃຊ້ຈ່າຍຊື້ກິນຈົນໝົດ.
ວັນທີ 24 ກັນຍາ 2018, ໄດ້ໄປຜ່ອນລົດຈັກຢູ່ບ້ານຈອມມະນີ ເມືອງໄຊເສດຖາ ລົດຈັກຍີ່ຫໍ້ຮອນດ້າເວບ 100 ສີຟ້າ-ດໍາ ມູນຄ່າເຊົ່າສິນເຊື່ອຈໍານວນ 17.513.000 ກີບ ຈ່າຍກ່ອນຈໍານວນ 1.250.000 ກີບ ກໍານົດ 30 ເດືອນ, ຄ່າງວດເດືອນລະ 584.000 ກີບ ເມື່ອໄດ້ ລົດ ກໍໂພດລົງຂາຍຜ່ານທາງເຟດ ບຸກໄດ້ປະມານ 3 ມື້ຕໍ່ມາມີຜູ້ຊາຍສົ່ງຂໍ້ຄວາມມາຖາມ ແລະ ໄດ້ນັດພົບກັນຢູ່ແຄມທາງເຂດບ້ານໂພນຕ້ອງ ຂາຍໃນລາຄາ ຈໍານວນ 4.000.000ກີບ. ວັນທີ 15 ພະຈິກ 2018, ໄດ້ໄປຜ່ອນລົດຈັກຢູ່ບ້ານໂພນໄຊ ເມືອງໄຊເສດຖາ ລົດຈັກຍີ່ຫໍ້ຮອນດ້າລຸ້ນຄິກໄອ ສີເທົາ 150 ຊີຊີ ໃນມູນຄ່າ ຈໍານວນ 29.700.000 ກີບຈ່າຍກ່ອນ 6.000. 000 ກີບ, ກໍານົດຈ່າຍຄ່າງວດ 36 ເດືອນ, ຄ່າງວດເດືອນລະ 1.129.963 ກີບ ພາຍຫຼັງທີ່ຜ່ອນມາແລ້ວ ກໍນໍາໄປໃຊ້ຄອບຄົວໄດ້ປະມານ 3 ອາທິດກໍເອົາ ໄປຈໍາເອົາເງິນ ຈໍານວນ 12.000.000 ກີບກັບ ນາງ ເມີງ ອີກ. ຕົກມາຮອດ ວັນທີ 4 ມິຖຸ ນາ 2020, ຈຶ່ງຖືກເຈົ້າໜ້າທີ່ ກັກຕົວ ນາງ ປາລະມີ ເພື່ອເປີດການສືບສວນ-ສອບສວນດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
ນາງ ປາລະມີ ສາລະພາບຕື່ມອີກວ່າ: ຜ່ານມາຕົນໄດ້ສ້າງຄອບຄົວມາແລ້ວ ແລະ ມີລູກຮ່ວມກັນກັບຜົວ 4 ຄົນ ແລະ ຕະຫຼອດໄລຍະຜ່ານມາຕົນເອງໄດ້ກໍ່ເຫດສໍ້ໂກງຊັບແທ້ ໂດຍອາໄສຄວາມຮູ້ຈັກ-ຕີສະໜິດນໍາ ພາຍຫຼັງທີ່ໄດ້ເງິນມາ ກໍເອົາໄປໃຊ້ຟຸມເຟືອຍ ແລະ ຫຼິ້ນການພະນັນ ແລະ ຫຼິ້ນເກມເຕີມເຊີຈົນໜົດ.
Discussion about this post