ອີງຕາມແຈ້ງການ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຊີ້ນຳ ຂອງທ່ານ ນາຍົກລັດຖະມົນຕີ ມາຍັງທ່ານຊາບດັ່ງນີ້:
“ເຫັນດີມອບໃຫ້ ກະຊວງການເງິນສົມທົບ ກັບ ທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງຄົ້ນຄວ້າ ການສະເໜີຂອງບໍລິສັດ ພູສີ ກຣຸບ ຈຳກັດ ຂໍຊື້ຮຸ້ນຈຳນວນ 51% ຂອງຈຳນວນຮຸ້ນ ທີ່ກະຊວງການເງິນຖືຄອງຢູ່ໃນທະນາຄານການຄ້າຕ່າງປະເທດລາວມະຫາຊົນ ໂດຍໃຫ້ສອດຄ່ອງກັບນະໂຍບາຍຂອງລັດຖະບານ ທີ່ຈະຫັນບັນດາລັດ ວິສາຫະກິດ ໃຫ້ເອກະຊົນມີສ່ວນຮ່ວມໃນການບໍລິຫານ. ພ້ອມນັ້ນ ກໍ່ໃຫ້ສຶກສາຕາມບົດຮຽນທີ່ໄດ້ປະຕິບັດກັບ ທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກຳ, ຈາກນັ້ນ ລາຍງານຄືນທ່ານ ນາຍົກລັດຖະມົນຕີ ກ່ອນວັນທີ 30 ພະຈິກ 2021 ”

ເຊິ່ງຂັ້ນຕອນນີ້ຍັງເປັນການສະເໝີຢູ່ ຖ້າຫາກເກີດຂື້ນກໍ່ສະແດງວ່າທະນາຄານທຸລະກິດໃນລາວຈະບໍ່ມີທະນາຄານໃດທີ່ລັດຖືຫຸ້ນເກີນ 50% (ຍົກເວັ້ນທະນາຄານນະໂຍບາຍ ເປັນທະນາຄານສະເພາະກິດ)

ກໍ່ຕ້ອງຖ້າຈັບຕາຕໍ່ໄປ ຖ້າ deal ຈະເກີດຂື້ນຈີງຫຼືບໍ່? ຖ້າເກີດຂື້ນກໍ່ຈະຖືວ່າເປັນ deal ມູນຄ່າມະຫາສານເລີຍກໍ່ວ່າໄດ້
Discussion about this post