ຕາມການໃຫ້ສຳພາດຂອງ ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ໃນວັນທີ 11 ພະຈິກ 2021 ນີ້ວ່າ: ງານບຸນພະທາດຫລວງວຽງຈັນ ປີນີ້, ລັດຖະບານອະນຸຍາກໃຫ້ຈັດ ແຕ່ວັນທີ 17-19 ພະຈິກ 2021 ໂດນເນັ້ນໃສ່ເຮັດຕາມຮີດຄອງປະເພນີເທົ່ານັ້ນ, ບໍ່ມີກນຄົບງັນ, ບໍ່ມີງານວາງສະແດງສິນຄ້າ, ບໍ່ມີການໃສ່ບາດຕາມເດີນສະໜາມຫລວງ, ເດີ່ນກົມມະລຽນດ້ານໃນ ແລະ ດ້ານນອກຂອງພະທາດຫລວງວຽງຈັນ ຄືທຸກປີທີ່ຜ່ານມາ, ພ້ອມນັ້ນຍັງມີການຈໍາກັດພະສົງ ແລະ ມວນຊົນເຂົ້າຮ່ວມບໍ່ໃຫ້ເກີນ 50 ຄົນ ແລະ ແຕ່ລະພິທີສໍາຄັນຈະໃຊ້ເວລາສັ້ນກະທັດຮັດທີ່ສຸດ ໂດຍອີງໃສ່ແຈ້ງການຂອງລັດຖະບານ ກໍຄື ແຈ້ງການຂອງຫ້ອງການສໍານັກງານນາຍົກ ລັດຖະມົນຕີ ສະບັບເລກທີ 1475/ຫສນຍ ລົງວັນທີ 11 ພະຈິກ 2021 ໂດຍເຫັນດີໃຫ້ ອົງການປົກຄອງນະຄອນຫລວງວຽງຈັນ ຈັດງານດັ່ງກ່າວໃນກໍານົດ 3 ວັນເທົ່ານັ້ນ (17-19 ພະຈິກ) ເນື່ອງຈາກວ່າສະພາບການແຜ່ລະບາດຂອງພະຍາດໂຄວິດຢູ່ພາຍໃນນະຄອນ ຫລວງວຽງຈັນຍັງມີຕົວເລກສູງ.

ການຈັດບຸນນະມັດສະການພະທາດຫລວງວຽງຈັນ ໃນໄລຍະ 3 ວັນມີລາຍລະອຽດຄື: ວັນພຸດ ວັນທີ 17 ພະຈິກ ກົງກັບມື້ຂຶ້ນ 13 ຄໍ່າ ເດືອນ 1 ລາວ ເວລາ 16:00 ໂມງ ຈະມີສູດປະລິຕະມຸງຄຸນ ຫລື ສູດເປີດທາດ ໃນນີ້ໄດ້ຈໍາກັດພະສົງ ແລະ ແຂກທີ່ເຂົ້າຮ່ວມ ໃຊ້ເວລາຢູ່ 1 ຊົ່ວໂມງ, ຫລັງຈາກນັ້ນ ຈະໄດ້ປິດປະຕູທາດໄວ້ ແລະ ພະສົງຈະບໍ່ໄດ້ນອນຢູ່ເດີນດ້ານໃນກົມມະລຽນຄືທຸກໆປີທີ່ຜ່ານມາ; ວັນພະຫັດ ວັນທີ 18 ພະຈິກ ກົງກັບມື້ຂຶ້ນ 14 ຄໍ່າ ເດືອນ 1 ລາວ ເວລາ 14:00 ໂມງ ຈະໄດ້ນໍາເອົາຜາສາດເຜິ້ງຈາກ 4 ເມືອງໃນ ຈໍານວນ 8 ຫລັງ (ເມືອງລະສອງຫລັງ) ເຄນໃຫ້ພະສົງເປັນອົນຈົບພິທີ ຈະບໍ່ມີພິທີແຫ່ຄືຜ່ານມາ ແລະ ວັນສຸກ ວັນທີ 19 ພະຈິກ ກົງກັບມື້ຂຶ້ນ 15 ຄໍ່າ ເດືອນ 1 ລາວ ຄືທຸກປີທີ່ຜ່ານມາຈະມີພິທີໃສ່ບາດ ແຕ່ສະເພາະປີນີ້ແມ່ນບໍ່ມີພິທີໃສ່ບາດ ມີແຕ່ອະນຸຍາດໃຫ້ວັດທີ່ຢູ່ໃນຂອບເຂດສະໜາມຫລວງຄື: ວັດທາດຫລວງເໜືອ ແລະ ວັດທາດຫລວງໃຕ້ ເປີດບາດຮັບເອົາຍາດໂຍມທີ່ຢູ່ບ້ານໃກ້ ມາໃສ່ແລ້ວກໍໃຫ້ກັບ ບໍ່ໃຫ້ນັ່ງຟັງທໍາມະເທສະໜາ, ມາໃສ່ບາດແລ້ວໃຫ້ກັບບ້ານເລີຍ ແລະ ໃນຕອນບ່າຍມື້ດຽວກັນແມ່ນບໍ່ມີພິທີແຫ່ຄີ ແລະ ຕີຄີ ແຕ່ຈະມີພິທີຄອບໄຂວ່ລູກຄີ ຖືວ່າເປັນອັນຈົບ, ຕອນຄໍ່າເວລາ 19:00 ໂມງ ຈະມີພິທີວຽນທຽນ ໃນນີ້ໄດ້ກໍານົດພະສົງ ແລະ ແຂກຖືກເຊີນເຂົ້າຮ່ວມບໍ່ເກີນ 50 ຄົນເທົ່ານັ້ນ ຈະໄດ້ມີການປິດປະຕູບໍ່ອະນຸຍາດໃຫ້ເຂົ້າ ແລະ ເວລາ 21:00 ໂມງ ຈະມີພິທີຈຸດບັ້ງໄຟບູຊາພະທາດຫລວງວຽງຈັນ ແລ້ວຖືວ່າເປັນອັນຈົບພິທີ.
ທ່ານ ນາງ ວິໄລວອນ ຈັນທະລາຕີ ກ່າວອີກວ່າ: ໃນນາມຄະນະຮັບຜິດຊອບຈັດບຸນນະມັດສະການພະທາດຫລວງວຽງຈັນ ມີຄວາມເປັນຫ່ວງທີ່ສຸດການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19, ພ້ອມທັງມີຄວາມເຫັນໃຈພໍ່ແມ່ປະຊາຊົນຊາວນະຄອນຫລວງວຽງຈັນ ທີ່ເຄີຍມາສັກກະລະບູຊາ, ພ້ອມທັງຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ຊາວຄ້າຂາຍ ຫ້າມເດັດຂາດບໍ່ໃຫ້ເອົາເຄື່ອງມາຂາຍຢູ່ບໍລິເວນອ້ອມຮອບດ້ານນອກ, ດ້ານໃນເດີນສະໜາມຫລວງ ແລະ ພະທາດຫລວງຢ່າງເດັດຂາດ. ໂອກາດຕໍ່ໄປ ຖ້າມີເງື່ອນໄຂສະດວກ ຈະຍາດແຍ່ງເອົາກິດຈະກໍາດັ່ງກ່າວນີ້ ເປັນກິດຈະກໍາສົ່ງເສີມການທ່ອງທ່ຽວ ຟື້ນຟູບັນຫາເສດຖະກິດ ແລະ ອື່ນໆ
ຂ່າວ: ສົມຫວັງ ຂໍ້ມູນ-ພາບ: ວຽງຈັນໃໝ່
Discussion about this post