ເວລາ 13:50 ໂມງ ວັນທີ 9 ພະຈິກ 2021, ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສັງທອງ ໄດ້ຮັບແຫຼ່ງຂ່າວ ວ່າ: ມີບຸກຄົນບໍ່ດີເຄື່ອນໄຫວຄ້າຂາຍ ຢາເສບຕິດ (ຢາບ້າ) ຢູ່ບ້ານທ່ານາສາ ເມືອງສັງທອງ ນວ ຈິ່ງໄດ້ລົງພິສູດແຫຼ່ງຂ່າວ ເຫັນວ່າ: ມີມູນຄວາມຈິງ ຈິ່ງເຂົ້າກັກຕົວເປົ້າໝາຍ ຊື່ ທ້າວ ຈູ ອາຍຸ 28 ປີ ເຮັດນາ ຢູ່ບ້ານທ່ານາສາ ເມືອງສັງທອງ ນວ ພ້ອມຂອງກາງຢາບ້າ 2000 ເມັດ, ເງິນ 2.457.000 ກີບ,ເງິນໄທ 4000 ບາດ ແລະ 7 ໂດລາ.

ທ້າວ ຈູ ຮັບສາລະພາບວ່າ: ໃນວັນທີ 8 ພະຈິກ 2021 ໄດ້ມີຊາຍຄົນໜື່ງ ອາຍຸປະມານ 40 ປີ ໂທນັດໃຫ້ຕົນໄປເອົາຢາບ້າ ຈໍານວນ 1 ມັດ ຢູ່ເຂດທາງເໜືອບ້ານທ່ານາສາ ພາຍຫຼັງໄດ້ຢາບ້າມາແລ້ວ ກໍເອົາມາເຊື່ອງໄວ້ໃນເຮືອນຂອງຕົນ. ຕົກມາຮອດເວລາ 13:05 ໂມງ ວັນທີ 9 ພະຈິກ 2021 ຈິ່ງຖືກເຈົ້າໜ້າທີ່ ກັກຕົວ. ທ້າວ ຈູ ຍັງຮັບສາລະພາບອີກວ່າ: ຜ່ານມາເຄີຍຄ້າ-ຂາຍຢາບ້າ ມາແລ້ວ 2 ຄັ້ງ; ຄັ້ງທໍາອິດ: ຈໍານວນ 1 ຖົງ (200 ເມັດ) ແລະ ຄັ້ງທີ2: ຊື້ຈໍານວນ 100 ເມັດ.
ໃນວັນດຽວກັນ ເວລາ 20:10 ໂມງ ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສັງທອງ ໄດ້ສືບຕໍ່ແກ້ໄຂເປົ້າໝາຍຄ້າ-ຂາຍ ຢາເສບຕິດ ໄດ້ເພີ່ມອີກ 1 ຄົນ ຊື່ ທ້າວ ຊ່າ ອາຍຸ 31 ປີ ເຮັດນາ ບ້ານທ່ານາສາ ເມືອງສັງທອງ ນວ ພ້ອມຂອງກາງຢາບ້າ ຈໍານວນ 925 ເມັດ ຜູ້ກ່ຽວຊຸກເຊື່ອງໄວ້ໃນຖົງ ຢູ່ຕູບແຄມນໍ້າສັງ ເມືອງສັງທອງ ນວ.
ປັດຈຸບັນ, ຄະດີດັ່ງກ່າວ ເຈົ້າໜ້າທີ່ ປກສ ເມືອງສັງທອງ ພວມສືບຕໍ່ຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ແລະ ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ ຕໍ່ຜູ້ກະທໍາຜິດ.
ທີ່ມາ:ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ
Discussion about this post