ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 29, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ເພີ່ມທະວີການສັກວັກຊິນ ກັນພະຍາດໂຄວິດ-19

jon by jon
ເດືອນພະຈິກ 10, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ວັນທີ 10 ພະຈິກ 2021 ນີ້, ທ່ານນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງ ເລກທີ 24/ນຍ ວ່າດ້ວຍການເພີ່ມທະວີການສັກວັກຊິນ ກັນພະຍາດໂຄວິດ-19 ເນື່ອງຈາກສະພາບການລະບາດຂອງ ພະຍາດໂຄວິດ-19 ຢູ່ປະເທດເຮົາຍັງຈະສືບຕໍ່ລະບາດ ຢູ່ໃນຊຸມຊົນເປັນບໍລິເວນກວ້າງ ແລະ ຫລາຍຂຶ້ນ, ເຊິ່ງວິທີໃນການຮັບມື ແລະ ແກ້ໄຂກໍບໍ່ມີທາງເລືອກອື່ນອີກ ນອກຈາກຕ້ອງໄດ້ຮຽນຮູ້ ແລະ ປັບຕົວເຂົ້າກັບສະພາບຕົວຈິງ ຄືກັບປະເທດອື່ນໆໃນໂລກຄື ຕ້ອງໄດ້ປັບປ່ຽນມາດຕະການ ແລະ ວິທີການໃນການຮັບມືກັບການລະ ບາດຂອງພະຍາດດັ່ງກ່າວ ໂດຍຄ່ອຍປັບຈາກມາດຕະກນປ້ອງກັນ ມາເປັນມາດຕະຫານຄວບຄຸມ. ຢາກເຮັດໄດ້ຄືແນວນັ້ນ, ບໍ່ມີວິທີອື່ນອີກ ມີແຕ່ວິທີດຽວຄື ຕ້ອງພ້ອມກັນຮ່ວມແຮງຮ່ວມໃຈ ຍົກສູງພູມຄຸ້ມກັນຂອງປະຊາກອນໃຫ້ສູງຂຶ້ນ ໄວເທົ່າທີ່ຈະໄວໄດ້ດ້ວຍການລະດົມສັກວັກຊິນໃຫ້ໄດ້ຫລາຍເທົ່າທີ່ຈະຫລາຍໄດ້ ເພື່ອກຽມເງື່ອນໄຂຕ່າງໆໃຫ້ແກ່ການເປີດປະເທດໃນຕໍ່ໜ້າ ແນໃສ່ສ້າງເງື່ອນໄຂໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້. ໂດຍທ່ານນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງດັ່ງນີ້:

ໃຫ້ບັນດາທ່ານລັດຖະມົນຕີກະຊວງ, ຫົວໜ້າອົງການທຽບເທົ່າ, ເຈົ້າຄອງນະຄອນ ຫລວງວຽງຈັນ ແລະ ບັນດາເຈົ້າແຂວງ ທົ່ວປະເທດ ເພີ່ມຄວາມເອົາໃຈໃສ່ໃນການຊີ້ນຳ-ບັນຊາການຈັດຕັ້ງຕ່າງໆ ຕະຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ, ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ດ້ວຍການອະທິບາຍ, ເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ ໃນການຄວບຄຸມພະຍາດໂຄວິດ-19 ດ້ວຍຮູບການ ແລະ ວິທີການຕ່າງໆ ເພື່ອໃຫ້ທຸກການຈັດຕັ້ງ ແລະ ບຸກຄົນຮັບຮູ້ເຂົ້າໃຈໃນຄວາມຈຳເປັນ ແລະ ຄວາມສຳຄັນຕໍ່ວຽກງານດັ່ງກ່າວ, ພ້ອມທັງເຂົ້າຮ່ວມຂະບວນການສັກວັກຊິນ ປ້ອງກັນພະຍາດໂຄວິດ-19 ເພື່ອໃຫ້ບັນລຸຕາມຄາດໝາຍ ອັດຕາການປົກຄຸມການສັກວັກຊິນ ປ້ອງກັນພະຍາດໂຄວິດ-19 ໃຫ້ໄດ້ 50% ຂຶ້ນໄປໃນທ້າຍປີ 2021 ແລະ 80% ຂຶ້ນໄປໃນປີ 2022;. ໃຫ້ນະຄອນຫລວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ ຮີບຮ້ອນປັບປຸງແຜນ ແລະ ວິທີການຈັດຕັ້ງປະຕິ ບັດຕົວຈິງໃນການສັກວັກຊິນຄືນໃໝ່ ໂດຍໃຫ້ມີແຜນຮອບ ດ້ານເຊັ່ນ: ເກັບກຳ, ຂຶ້ນບັນຊີເປົ້າໝາຍຂອງປະຊາກອນທີ່ມີອາຍຸ 18 ປີຂຶ້ນໄປ, ກຳນົດໃຫ້ໄດ້ຜູ້ທີ່ໄດ້ສັກ ແລະ ຍັງບໍ່ທັນໄດ້ສັກວັກຊິນ ຢູ່ທ້ອງຖິ່ນຂອງຕົນໃຫ້ຄົບຖ້ວນ ເພື່ອນຳເອົາເປົ້າໝາຍທີ່ຍັງບໍ່ທັນໄດ້ສັກເຫລົ່ານັ້ນ ມາສັກວັດຊິນ ໃນສະຖານທີ່ຕ່າງໆທີ່ໄດ້ກຳນົດໄວ້. ພ້ອມກັນນັ້ນ, ໃຫ້ເກັບກຳກຸ່ມເປົ້າໝາຍທີ່ມີອາຍຸ 12-17 ປີ ໃຫ້ຮູ້ຈໍານວນທີ່ຊັດເຈນ ເພື່ອຈະໄດ້ສັກວັກຊິນໃຫ້ກຸ່ມເປົ້າ ໝາຍດັ່ງກ່າວ ເລີ່ມແຕ່ເດືອນພະຈິກ ເປັນຕົ້ນໄປ ແນໃສ່ການເປີດການຮຽນ-ການສອນໃນຕໍ່ໜ້າ, ສະເໜີແຜນຄວາມຕ້ອງການວັກຊິນ, ກະກຽມທີມແພດໝໍ, ອາສາສະໝັກ, ພາຫະ ນະ, ອຸປະກອນທີ່ຈຳເປັນ ແລະ ຈັດສັນງົບປະມານເພື່ອນຳໃຊ້ເຂົ້າໃນກາຍເຄື່ອນໄຫວ,ຂະຫຍາຍຈຸດສັກວັກຊິນ ໄປຮອດຂັ້ນສຸກສາລາ ຫລື ບ່ອນທີ່ເປັນຈຸດເຕົ້າໂຮມຄົນເຂົ້າມາເຖິງໄດ້ງ່າຍ; ນຳໃຊ້ວັກຊິນແຕ່ລະທ້ອງຖິ່ນທີ່ໄດ້ຮັບ ໃຫ້ເກີດຜົນປະ ໂຫຍດສູງສຸດ ແລະ ຕິດຕາມການຈັດຕັ້ງປະຕິບັດຕົວຈິງ ລາຍງານໃຫ້ຂັ້ນເທິ່ງທັດຈາກຕົນໄດ້ຊາບເປັນປົກກະຕິ.

ພ້ອມນີ້, ໃຫ້ຄະນະສະເພາະກິດໂຄວິດ-19 ຂັ້ນສູນການຂຶ້ນແຜນ ຈັດຫາວັກຊິນ, ອຸປະກອນຮັບໃຊ້ທີ່ຈຳເປັນ ແລະ ງົບປະມານໃຫ້ພຽງພໍຕາມຄວາມຕ້ອງການໃນແຕ່ລະໄລ ຍະ; ໃຫ້ແຕ່ລະພາກສ່ວນ ເພີ່ມທະວີໂຄສະນາປະສາສຳພັນ ຫລາຍຮູບຫລາຍສີ ຜ່ານສື່ຕ່າງໆ, ວິທີຍຸ, ໂທລະພາບ, ສື່ສິ່ງພິມ ແລະ ສື່ອອນລາຍ, ພ້ອມທັງໂທລະໂຄ່ງໃນບ້ານປະກາດ ທຸກມື້ເຊົ້າ-ແລງ ເພື່ອໃຫ້ປະຊາຊົນເຂົ້າໃຈຂໍ້ມູນຂ່າວສານ; ໃຫ້ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ລະດົມກຳລັງການຈັດຕັ້ງຕ່າງໆ ເຊັ່ນ: ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ ໃຫ້ມີສ່ວນຮ່ວມເພື່ອເປັນກຳລັງຊ່ວຍແພດໝໍ ແລະ ອຳນວຍຄວາມສະດວກຕ່າງໆ.

ShareTweetShare
Next Post
ສປຊ ເວົ້າເຖິງສະຖານະການດ້ານມະນຸດສະທຳໃນມຽນມາຍັງໜ້າເປັນຫ່ວງຫຼາຍ

ສປຊ ເວົ້າເຖິງສະຖານະການດ້ານມະນຸດສະທຳໃນມຽນມາຍັງໜ້າເປັນຫ່ວງຫຼາຍ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ປີບຫົວໃຈຜູ້ເປັນແມ່ສຸດໆ​ ເຫດລົດຈັກຕຳຟຸດບາດ ລູກອາຍຸ 6ປີ ເສຍຊີວິດຄາທີ່

    ປີບຫົວໃຈຜູ້ເປັນແມ່ສຸດໆ​ ເຫດລົດຈັກຕຳຟຸດບາດ ລູກອາຍຸ 6ປີ ເສຍຊີວິດຄາທີ່

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    0 shares
    Share 0 Tweet 0
  • ພາກສ່ວນກ່ຽວຂ້ອງກວດສອບດ້ວຍ ປ້ຳນ້ຳມັນເຊື້ອໄຟ ຂອບເຂດ ໂພນສະຫວາດ(ແຂວງວຽງຈັນ) ປັບນ້ຳມັນເກີນລາຄາ

    0 shares
    Share 0 Tweet 0
  • ຂ່າວດີ…! ມື້ນີ້ທົ່ວນະຄອນຫຼວງມີປ້ຳນ້ຳມັນເປີດໃຫ້ບໍລິການ 70ປ້ຳ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ເຫດລົດຈັກລົ້ມເອງ(ຕຳກຳແພງ) ເສຍຊີວິດຄາທີ່ ໂດຍເປັນພາບທີ່ຫົດຫູ່ໃຈຫຼາຍແຟນສາວສົ່ງຫາທັງທີ່ບໍ່ຮູ້ວ່າໂລກໄດ້ຈາກໂລກນີ້ໄປແລ້ວ.
  • ຂ່າວດີ…! ມື້ນີ້ທົ່ວນະຄອນຫຼວງມີປ້ຳນ້ຳມັນເປີດໃຫ້ບໍລິການ 70ປ້ຳ
  • ຮູ້ເທົ່າບໍ່ເຖິງການ ຍອມຮັບຜິດພ້ອມຂໍໂທດແລ້ວ…ຜູ້ຂັບຂີ່ຖ່າຍຄຼິບລົງສື່ອອນລາຍປະຈານເຈົ້າໜ້າທີ່ຈະລາຈອນ ຢູ່ດ່ານເຂດເມືອງທ່າພະບາດ
  • ເຜີຍແຜ່ການຄຸ້ມຄອງດ້ານການເງິນ-ເງິນຕາ ແລະ ການຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...